ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ຜູ້​ພິ​ພາກ​ສາ ສ​ຫລ ກີດ​ຂວາງ ກົດ​ລະ​ບຽບ​​ໃໝ່ ຂອງ​ ປ. ທ​ຣຳ ວ່າ​ດ້ວຍ ປະ​ກັນ​ສຸ​ຂະ​ພາບ ສຳ​ລັບ ພວກ​ຄົນ​ເຂົ້າ​ເມືອງ


ທ່ານ​ໝໍ ແຈ​ສ​ມິນ ຊາ​ວີດ​ຣາ (Jasmine Saavedra) ​ຊຶ່ງ​ພໍ່​ແມ່​ຂອງ​ເ​ພິ່ນ ມາ​ຈາກ​ປະ​ເທດ​ເມັກ​ຊິ​ໂກ ໃນ​ຊ່ວງ​ປີ 1980, ​ກຳ​ລັງ​ກວດ​ເດັກ​ທາ​ລົກ ໃນ​ນະ​ຄອນ​ຊິກ​ຄາ​ໂກ ລັດ​ອີ​ລີ​ໂນຍ​ສ໌, ​ວັນ​ທີ 13 ສິງ​ຫາ 2019.
ທ່ານ​ໝໍ ແຈ​ສ​ມິນ ຊາ​ວີດ​ຣາ (Jasmine Saavedra) ​ຊຶ່ງ​ພໍ່​ແມ່​ຂອງ​ເ​ພິ່ນ ມາ​ຈາກ​ປະ​ເທດ​ເມັກ​ຊິ​ໂກ ໃນ​ຊ່ວງ​ປີ 1980, ​ກຳ​ລັງ​ກວດ​ເດັກ​ທາ​ລົກ ໃນ​ນະ​ຄອນ​ຊິກ​ຄາ​ໂກ ລັດ​ອີ​ລີ​ໂນຍ​ສ໌, ​ວັນ​ທີ 13 ສິງ​ຫາ 2019.

ໃນ​ວັນ​ເສົາ​ວານນີ້ ຜູ້​ພິ​ພາກ​ສາ​ລັດ​ຖະ​ບານ​ການ​ສະ​ຫະ​ລັດ ໃນ​ນະ​ຄອນ​ພວດ​ແລນ ລັດ​ອໍ​ເລີ​ກອນ ໄດ້​ໂຈະ​ກົດ​ລະ​ບຽບສະ​ບັບ​ນຶ່ງ​ຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ ທີ່​ໄດ້​ກຳ​ນົດ​ໃຫ້​ພວກ​ຄົນ​ເຂົ້າ​ເມືອງ ນຳ​ເອົາຫຼັກ​ຖານ​ຢັ້ງ​ຢືນ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ມີ​ປະ​ກັນ​ສຸ​ຂະ​ພາບ ຫຼື ສາ​ມາດ​ຈ່າຍ​ຄ່າ​ຮັກ​ສາ​ປິ່ນ​ປົວ​ໄດ້ ກ່ອນ​ທີ່​ພວກ​ເຂົາ​ເຈົ້າ ຈະ​ໄດ້​ຮັບ​ວີ​ຊາ​ເຂົ້າ​ປະ​ເທດ.

ຜູ້​ພິ​ພາກ​ສາສານ​ເມືອງ​ສ​ະ​ຫະ​ລັດ ທ່ານ​ໄມ​ເກີ​ລ ໄຊ​ມອນ ໄດ້​ອະ​ນຸ​ມັດຄຳ​ສັ່ງ​ໃນ​ເບື້ອງ​ຕົ້ນ ທີ່​ສະ​ກັດ​ກັ້ນ ບໍ່​ໃຫ້​ກົດ​ລະ​ບຽບ​ດັ່ງ​ກ່າວ ມີ​ຜົນ​ບັງ​ຄັບ​ໃຊ້​ໄດ້ ​ໃນ​ວັນ​ອາ​ທິດ​ມື້ນີ້. ມັນ​ບໍ່​ເປັນ​ທີ່​ຈະ​ແຈ້ງວ່າ ໃນ​ເວ​ລາ​ໃດ ທ່ານ​ຈະ​ຕັດ​ສິນ ຕໍ່ຂໍ້​ດີຕ່າງໆ​ຂອງ​ກໍ​ລະ​ນີນີ້.

ພົນ​ລະ​ເມືອງ​ສ​ະ​ຫະ​ລັດ 7 ຄົນ ແລະ​ອົງ​ການ​ທີ່ບໍ່​ຫວັງ​ຜົນ​ກຳ​ໄລນຶ່ງ ໄດ້​ຍື່ນ​ຄຳ​ຟ້ອງ​ຕໍ່​ສານ​ລັດ​ຖະ​ບານ​ກາງ ໃນ​ວັນ​ພຸດ​ຜ່ານ​ມາ ໂດຍ​ຍົກຂໍ້ໂຕ້​ແຍ້ງ​ຕໍ່​ກົດ​ລະ​ບຽບ​ນັ້ນ​ວ່າ ຈະ​ກີດ​ກັນເກືອບນຶ່ງ​ສວນ​ສາມ ຂອງພວກ​ຄົນ​ເຂົ້າ​ເມືອງ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍທັງ​ໝົດ.

ຄຳ​ຟ້ອງ​ຮ້ອງ ຍັງ​ໄດ້​ກ່າວ​ອີກວ່າ ກົດ​ລະ​ບຽບ​ດັ່ງ​ກ່າວ ຈະ​ຫລຸດ​ຜ່ອນ​ຢ່າງຫຼວງຫຼາຍ ຫຼື ລົບ​ລ້າງ​ຈຳ​ນວນ​ພວກ​ຄົນ​ເຂົ້າ​ເມືອງ ຜູ້​ທີ່​ເຂົ້າ​ມາ​ໃນ​ສ​ະ​ຫະ​ລັດ ດ້ວຍວີ​ຊາ​ທີ່ມີ​ສະ​ມາ​ຊິກ​ຄອບ​ຄົວ​ຮັບ​ປະ​ກັນ.

“ພວກ​ເຮົາຮູ້​ບຸນ​ຄຸນ​ແທ້ໆ ທີ່​ສານຮັບ​ຮູ້ຄວາມ​ຈຳ​ເປັນ ທີ່​ຈະ​ຕ້ອງ​ກີດ​ຂວາງ ການ​ຮ້າມ​ຍ້ອນ​ປະ​ກັນ​ສຸ​ຂະ​ພາບ​ ໃນ​ທັນ​ທີ” ນັ້ນ​ແມ່ນ​ກ່ານ​ກ່າວ​ຂອງ​ທ່ານ​ແອ​ສ​ເຕີ ຊັງ ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທາງ​ກົດ​ໝາຍ​ຂອງ​ອົງ​ການ Justice Action Center ຜູ້​ທີ່​ໄດ້​ໂຕ້​ແຍ້ງ ໃນ​ນາມ​ຂອງ​ຈຳ​ເລີຍ ​ຢູ່​ທີ່​ການ​ພິ​ຈາ​ລະ​ນາ​ຮັບຟັງ​ຄະ​ດີເມື່ອ​ວັນ​ເສົາ​ວານນີ້. ທ່ານ​ກ່າວ​ອີກວ່າ “ການ​ຫ້າມນັ້ນ ຈະ​ແຍກ​ບັນ​ດາ​ສະ​ມາ​ຊິກ​ຄອບ​ຄົວ ແລະ​ຕັດ​ພວກ​ຄົນ​ເຂົ້າ​ເມືອງ​ທີ່​ມີ​ບັດ​ຂຽວ​ລົງ​ເຖິງສອງ​ສ່ວນ​ສາມ ເລີ້ມ​ຕົ້ນ​ແຕ່​ຄືນນີ້​ເປັນ​ຕົ້ນ​ໄປ ຖ້າ​ຫາກ​ການ​ຫ້າມນີ້ ບໍ່​ໄດ້​ຖືກ​ຢຸດຢັ້ງ.”

​ການ​ປະ​ກາດຂອງ​ກົດ​ລະ​ບຽບ ໄດ້​ຖືກ​ລົງ​ນາມ ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເມື່ອ​ຕົ້ນ​ເດືອນ​ຕຸ​ລາ ຈະ​ມີ​ຜົນ​ຕໍ່​ພວກ​ຄົນ​ທີ່​ຂໍ​ວີ​ຊາ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ ຢູ່​ຕ່າງ​ປະ​ເທດ--ຊຶ່ງບໍ່​ແມ່ນ​ຈຳ​ພວກ​ທີ່​ຢູ່​ໃນ​ສະ​ຫະ​ລັດ​ຢູ່​ແລ້ວ. ມັນ​ຈະ​ບໍ່​ມີ​ຜົນ​ຕໍ່​ພວກ​ທີ່​ອາ​ໄສ​ຢູ່​ສະ​ຫະ​ລັດ ໃນຖາ​ນະ​ເປັນ​ພົນ​ລະ​ເມືອງ​ຢ່າງ​ຖາ​ວອນ . ມັນ​ບໍ່ໃຊ້​ກັບ​ພວກ​ຄົນ​ຜູ້​ທີ່​ຂໍ​ລີ້​ໄພ ພວກ​ອົບ​ພະ​ຍົບ ຫຼື ພວກ​ເດັກ​ນ້ອຍ.

​ການ​ປະ​ກາດຂອງ​ກົດ​ລະ​ບຽບ ກ່າວ​ວ່າ ພວກ​ຄົນ​ເຂົ້າ​ເມືອງ ຈະ​ຖືກ​ຫ້າມບໍ່​ໃຫ້​ເຂົ້າ​ປະ​ເທດ ເວັ້ນ​ເສຍ​ແຕ່​ວ່າ ພວກ​ເຂົາ​ເຈົ້າ ມີ​ປະ​ກັນ​ສຸ​ຂະ​ພາບ ພາຍ​ໃນ 30 ວັນ​ທີ່​ເຂົ້າ​ມາ​ໃນ​ປະ​ເທດ ຫຼື ມີ​ຫຼັກ​ຊັບ​ດ້ານ​ການ​ເງິນ​ພຽງ​ພໍ ທີ່​ຈະ​ຈ່າຍ​ຄ່າຮັກ​ສາ​ປິ່ນ​ປົວ​ໃດໆ​ໄດ້.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG