ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາ ສະຫະລັດ ຂັດຂວາງ ກົດໝາຍ LGBT ລັດມິສຊິສຊິບປີ້


ພວກນັກເຄື່ອນໄຫວກະເທີຍ ໂບກທຸງສີຮຸ້ງກິນນ້ຳ ຢູ່ຕໍ່ໜ້າ ສານສູງສຸດສະຫະລັດ ທີ່ນະຄອນຫຼວງວໍຊິງຕັນ.
ພວກນັກເຄື່ອນໄຫວກະເທີຍ ໂບກທຸງສີຮຸ້ງກິນນ້ຳ ຢູ່ຕໍ່ໜ້າ ສານສູງສຸດສະຫະລັດ ທີ່ນະຄອນຫຼວງວໍຊິງຕັນ.

ຜູ້​ພິພາກສາ​ຂອງລັດຖະບານ​ກາງ​ທ່ານ​ນຶ່ງ ​ໄດ້​ທຳການຂັດຂວາງກົດໝາຍ​ລັດມິ​ສ ຊິ​ສຊິບປີ້ທີ່​ຈະ​ອະນຸຍາດ​ໃຫ້​ປະຊາຊົນ​ປະຕິ​ເສດ​ບໍ່ໃຫ້ການ​ບໍລິການຕໍ່ຄູ່​ສາມີ​ພັນ​ລະ​ຍາ ​ທີ່ເປັນຄົນ​ເພດ​ດຽວ​ກັນ ​ອີງຕາມຄວາມ​ເຊື່ອ​ທາງ​ດ້ານສາສະໜາ.

ຜູ້​ພິພາກສາ​ປະຈຳ​ເຂດ​ຂອງ​ສະຫະລັດ ທ່ານ Carlton Reeves ​ໄດ້​ຂັດຂວາງຕໍ່ກົດ ໝາຍ​ດັ່ງກ່າວໃນ​ຕອນ​ແລງ​ຂອງ​ວັນ​ພະຫັດ​ວານ​ນີ້ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ທີ່ກົດໝາຍ ນີ້ຈະມີ​ຜົນ​ບັງຄັບ​ໃຊ້​ ໃນ​ວັນ​ສຸກ​ມື້ນີ້ ​ໂດຍ​ກ່າວວ່າ ມັນ​ລະ​ເມີດ​ ຕໍ່​ການ​ຄ້ຳປະກັນ​ໃນ​ ຄວາມສະ​ເໝີ​ພາບ​ຂອງ​ລັດຖະທຳ​ມະນູນ.

​ເປັນ​ທີ່​ຄາດ​ກັນ​ວ່າ ພວກ​ທະນາຍຄວາມ​ຂອງ​ລັດ​ຈະ​ຂໍ​ອຸທອນ​ຕໍ່​ການ​ຕັດສິນ​ທີ່​ວ່າ​ນີ້.

ກົດໝາຍ​ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງດັ່ງກ່າວ​ ຊຶ່ງ​ໄດ້​ພາ​ໃຫ້​ມີ​ການ​ບອຍຄອດ​ແລະ​ຕຳ​ໜິຕິ ຕຽນຕໍ່​ລັດ​ມິ​ສຊິ​ສຊິ​ບປີ້ ຈະ​ໃຫ້ການ​ປົກ​ປ້ອງ​ຄຸ້ມ​ຄອງ​ຕໍ່​ຄວາມ​ເຊື່ອ​ສາມ​ຢ່າງດ້ວຍ​ກັນ ນັ້ນກໍຄື ການ​ແຕ່ງງານ​ຕ້ອງ​ແມ່ນ​ລະຫວ່າງ​ ຜູ້​ຊາຍ​ກັບ​ແມ່ຍິງ ​ເພດ​ສຳພັນ​ຄວນ​ມີ​ຂຶ້ນ ​ໃນການ​ແຕ່ງງານ​ທຳນອງ​ນີ້ ແລະ​ ເພດ​ຂອງ​ຜູ້​ຄົນ​ ແມ່ນ​ໄດ້​ຮັບ​ການພິຈາລະນາ ​ໃນ​ ຕອນເກີດ​ມາ​ແລະ​ບໍ່​ສາມ​າດປ່ຽນ​ແປງ​ໄດ້.

ນອກ​ນັ້ນ​ແລ້ວ ທຸລະ​ກິດຕ່າງໆ​ໃນ​ເຂດ​ທ້ອງ​ຖິ່ນ ​ຍັງ​ຈະ​ສາມາດ​ປະຕິ​ເສດ​ບໍ່​ໃຫ້ການ ບໍລິການ​ຕ່າງໆ​ຕໍ່​ພວກລູກ​ຄ້າ ​ທີ່​ເປັນ​ແມ່ຍິງ​ທີ່​ຮັກ​ຮ່ວມ​ເພດ ພວກ​ກະ​ເທີຍ ພວກຮັກ ​ທັງສອງ​ເພດ ​ແລະ​ພວກ​ປ່ຽນ​ເພດ ອີງ​ຕາມ​ຄວາມ​ເຊື່ອ​ທາງ​ດ້ານ​ສາສະໜາ.

ພວກ​ນັກ​ດົນ​ຕີ​ຫລາຍໆ​ຄົນ​ໄດ້​ຍົກ​ເລີກ​ການສະ​ແດງ​ຂອງ​ພວກ​ເຂົາ​ເຈົ້າທີ່​ລັດ​ມິ​ສຊິ​ສ ຊິບປີ້ໃນ​ໄລຍະ​ສອງ​ສາມ​ເດືອນຜ່ານ​ມານີ້ ​ແລະ​ລັດ​ຄາ​ໂຣ​ໄລ​ນາ​ເໜືອ​ທີ່ຢູ່ໃກ້ຄຽງຊຶ່ງ ​ເມື່ອໄວໆ​ມານີ້​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ທີ່​ບັງຄັບ​ໃຫ້​ພວກ​ປ່ຽນ​ເພດ ​ໃຊ້​ຫ້ອງ​ນ້ຳ ຕາມເພດ​ທີ່​ພວກ​ເຂົາ​ເຈົ້າ​ເກີດ​ມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG