ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຜູ້ພິພາກສາ ສະຫະລັດ ຂັດຂວາງ ການກີດກັ້ນ ຕໍ່ອົບພະຍົບ ຊີເຣຍ ຂອງລັດ Indiana


ປະຊາຊົນເຕົ້າໂຮມກັນເພື່ອປະທ້ວງຕໍ່ການທີ່ ສະຫະລັດ ຍອມຮັບເອົາອົບພະຍົບຈາກ ຊີເຣຍ ທີ່ລັດຖະສະພາໃນເມືອງ Olympia ລັດ ວໍຊິງຕັນ. 20 ພະຈິກ 2015.
ປະຊາຊົນເຕົ້າໂຮມກັນເພື່ອປະທ້ວງຕໍ່ການທີ່ ສະຫະລັດ ຍອມຮັບເອົາອົບພະຍົບຈາກ ຊີເຣຍ ທີ່ລັດຖະສະພາໃນເມືອງ Olympia ລັດ ວໍຊິງຕັນ. 20 ພະຈິກ 2015.

ຜູ້ພິພາກສາຂອງລັດຖະບານກາງ ສະຫະລັດ ຄົນໜຶ່ງໃນລັດ Indiana ຢູ່ທາງພາກກາງຕອນເໜືອຂອງ ສະຫະລັດ ບໍ່ສາມາດທີີ່ ຈະພະຍາຍາມຂັດຂວາງການຕັ້ງຖິ່ນຖານໃໝ່ຂອງອົບພະຍົບ ຊາວ ຊີເຣຍ ໄດ້, ໂດຍເອີ້ນຄຳສັ່ງຂອງຜູ້​ປົກຄອງລັດທ່ານ Mike Pence ເປັນການຈຳ​ແນ​ກ ກີີດ​ກັນຢ່າງຈະແຈ້ງ.

ຫຼັງຈາກການໂຈມຕີກໍ່ການຮ້າຍໃນເດືອນພະຈິກປີກາຍນີ້ທີ່ນະ ຄອນຫຼວງ ປາຣີ, ທ່ານ Pence ໄດ້ສັ່ງໃຫ້ໜ່ວຍງານລັດຢຸດການ ລະດົມທຶນ ສຳລັບກຸ່ມທີ່ໃຫ້ການຊ່ວຍເຫຼືອພວກອົບພະຍົບ ໃນລັດ Indiana. ທ່ານໄດ້ກ່າວວ່າມາດຕະການດັ່ງກ່າວຈະຖືກຢຸດໄວ້ຈົນ ກວ່າທ່ານໄດ້ຮັບການຄ້ຳປະກັນວ່າ ມາດຕະການຮັກສາຄວາມ ປອດໄພທີ່ຖືກຕ້ອງແມ່ນໄດ້ມມີ​ການກຽມໄວ້ແລ້ວ.

ເຈົ້າຄອງລັດ Indiana ທ່ານ Mike Pence ຕອບຄຳຖາມໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວໃນນະຄອນ Indianapolis. 31 ມີນາ 2015.
ເຈົ້າຄອງລັດ Indiana ທ່ານ Mike Pence ຕອບຄຳຖາມໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວໃນນະຄອນ Indianapolis. 31 ມີນາ 2015.

ມີລັດ​ອື່ນໆຫຼາຍກວ່າ 20 ລັດໃນ ສະຫະລັດ ກໍຍັງໄດ້ສະແດງອອກ ທ່າທີທີ່ຄ້າຍຄືກັນ ໃນເມື່ອພວກເຂົາເຈົ້າໄດ້ສະ​ແດງ​ອອກ​ເຊິ່ງ ຄວາມຢ້ານກົວ ກ່ຽວກັບ ລັດທິກໍ່ການຮ້າຍຕ່າງໆ.

ຜູ້ພິພາກສາປະຈຳ​ເຂດສະຫະລັດ ທ່ານນາງ Tanya Walton Pratt ໄດ້ກ່າວວ່າ ການຍັບຢັ້ງການລະດົມທຶນເພື່ອການບໍລິການ ທາງສັງຄົມ “ບໍ່ຍິ່ງໄປກວ່ານັ້ນທາງ ລັດໄດ້ຢືນຢັນເຖິງຜົນປະ ໂຫຍດໃນຄວາມປອດໄພຂອງປະຊາຊົນທີ່ອາໄສ ຢູ່ໃນລັດ Indiana.”

ການຕັດສິນໃຈຂອງທ່ານນາງບໍ່ໄດ້ເຮັດໃຫ້ຄະດີຄວາມທີ່ຟ້ອງຮ້ອງໂດຍອົງການ Exodus ການຍົກຍ້າຍຖິ່ນຖານຂອງຜູ້ອົບພະຍົບສິ້ນສຸດລົງ, ເຊິ່ງຄາດວ່າຈະຕັ້ງຖິ່ນຖານໃໝ່ໃຫ້ກັບປະ ຊາຊົນ ຊີເຣຍ ໃນລັດ Indiana ເກືອບ 200​ ຄົນໃນປີນີ້. ແຕ່ທ່ານນາງໄດ້ກ່າວວ່າ ອົງການ Exodus ແມ່ນເບິ່ງຄືວ່າຈະໄດ້ຮັບໄຊຊະນະ, ແລະ ດັ່ງນັ້ນຈະກີດກັ້ນລັດຈາກການສືບຕໍ່ລະ ງັບການລະດົມທຶນ.

XS
SM
MD
LG