ຜູ້ພິພາກສາຂອງລັດຖະບານກາງທ່ານນຶ່ງ ໄດ້ຂັດຂວາງລັດຖະບານທ່ານທຣຳ ອີກຄັ້ງ
ນຶ່ງ ບໍ່ໃຫ້ເນລະເທດ ພວກຄົນເຂົ້າເມືອງຜິດກົດໝາຍຊາວຄຣິສຕຽນອິນໂດເນເຊຍປະ
ມານ 50 ຄົນ ທີ່ກ່າວວ່າ ພວກເຂົາເຈົ້າອາດຈະປະເຊີນກັບຄວາມຮຸນແຮງຖ້າຫາກຖືກ
ສົ່ງກັບຄືນໄປຍັງອິນໂດເນເຊຍ ທີ່ປະຊົນສ່ວນໃຫຍ່ເປັນຊາວມຸສລິມນັ້ນ.
ທີ່ນະຄອນບອສຕັນ ໃນວັນພະຫັດວານນີ້ ຜູ້ພິພາກສາແພັດຕີ ຊາຣິສ (Patty Saris) ໄດ້ຕັດສິນວ່າ ຊາວອິນໂດເນເຊຍເຫຼົ່ານີ້ ຕ້ອງການເວລາຕື່ມອີກ ເພື່ອນຳສະເໜີເຫດ
ຜົນ ຕໍ່ການພິຈາລະນາຄະດີຂອງພວກເຂົາເຈົ້າ.
ທ່ານນາງໄດ້ກ່າວວ່າ ພາຍໃຕ້ກົດລະບຽບຄົນເຂົ້າເມືອງຂອງສະຫະລັດ ພວກເຂົາເຈົ້າ ອາດຈະຖືກເນລະເທດກ່ອນທີ່ຄະດີຂອງພວກເຂົາຈະໄດ້ຮັບການພິຈາລະນາດ້ວຍຊ້ຳ.
ທ່ານນາງຊາຣິສ ໄດ້ຂຽນວ່າ “ພາຍໃຕ້ກົດລະບຽບຂອງການກົດຂີ່ ແຄຟແກັສເກ (Kaf-
kaesque) ນີ້ ພວກເຂົາເຈົ້າຈະຖືກສົ່ງກັບຄືນໄປຍັງປະເທດບ່ອນທີ່ພວກເຂົາຢ້ານກົວ ຕໍ່ການຖືກປະຫັດປະຫານ ແລະຖືກທໍລະມານ ໃນຂະນະທີ່ຄອຍຖ້າ ການຕັດສິນ ກ່ຽວ
ກັບວ່າພວກເຂົາສົມຄວນຖືກສົ່ງກັບຄືນປະເທດ ຍ້ອນຄວາມຢ້ານກົວຕໍ່ການປະຫັດປະ
ຫານ ແລະຖືກທໍລະມານຫຼືບໍ່.”
ທ່ານນາງ ຊາຣິສ ໄດ້ອອກຄຳສັ່ງຂອງສານເມື່ອເດືອນພະຈິກປີກາຍນີ້ ເພື່ອອະນຸຍາດ
ໃຫ້ພວກເຂົາເຈົ້າຢູ່ຕໍ່ໄປໄດ້.
ພວກຊາວອິນໂດເນເຊຍເຫຼົ່ານີ້ ແມ່ນດຳລົງຊີວິດຢູ່ທີ່ລັດນິວແຮມເຊີ ບາງສ່ວນໄດ້ເຂົ້າ
ມາຢູ່ໃນສະຫະລັດ ເປັນເວລາຫຼາຍກວ່າ 20 ປີແລ້ວ.
ບັນດາເຈົ້າໜ້າທີ່ກວດຄົນເຂົ້າເມືອງ ໄດ້ອະນຸຍາດໃຫ້ພວກເຂົາເຈົ້າຢູ່ຕໍ່ໄປ ຕາບໃດທີ່
ພວກເຂົາເຈົ້າໄປລາຍງານໂຕເປັນປົກກະຕິ ຕໍ່ເຈົ້າໜ້າທີ່ກວດຄົນເຂົ້າເມືອງແລະພາສີ.
ແຕ່ບັນດາເຈົ້າໜ້າທີ່ດັ່ງກ່າວໄດ້ບອກພວກເຂົາເຈົ້າໃນເດືອນສິງຫາປີກາຍນີ້ວ່າ ພວກ
ເຂົາເຈົ້າຈະຕ້ອງກັບຄືນປະເທດ. ຍັງບໍ່ທັນເປັນທີ່ກະຈ່າງແຈ້ງເທື່ອວ່າ ເປັນຍ້ອນເຫດ
ຜົນອັນໃດແທ້.