ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາ ສະຫະລັດ ຕັດສີນໃຫ້ຊຳລະ ເງິນ 20 ຕື້ໂດລາ ເລື້ອງ ນຳ້ມັນຮົ່ວໄຫຼ


ເຄື່ອງມືຂຸດເຈາະນ້ຳມັນທະເລນ້ຳເລິກ ຖືກໄຟໄໝ້ໃນອ່າວ ເມັກຊິໂກ ຫຼັງຈາກການລະເບີດທີ່ເຮັດໃຫ້ມີກຳມະກອນເສຍ
ຊີິວິດ 11 ຄົນ ແລະ ເຮັດໃຫ້ເປັນ ການຮົ່ວໄຫຼຂອງນ້ຳມັນ
ນອກຝັ່ງຄັ້ງທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງປະເທດ, 21 ເມສາ, 2010.
ເຄື່ອງມືຂຸດເຈາະນ້ຳມັນທະເລນ້ຳເລິກ ຖືກໄຟໄໝ້ໃນອ່າວ ເມັກຊິໂກ ຫຼັງຈາກການລະເບີດທີ່ເຮັດໃຫ້ມີກຳມະກອນເສຍ ຊີິວິດ 11 ຄົນ ແລະ ເຮັດໃຫ້ເປັນ ການຮົ່ວໄຫຼຂອງນ້ຳມັນ ນອກຝັ່ງຄັ້ງທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງປະເທດ, 21 ເມສາ, 2010.

ຜູ້ພິພາກສາ ສະຫະລັດ ຄົນໜຶ່ງໄດ້ສະຫຼຸບການຊຳລະເງິນປະມານ 20 ຕື້ໂດລາເພື່ອແກ້ ໄຂການກ່າວຫາຕໍ່ບໍລິສັດນ້ຳມັນ BP ເຊິ່ງເກີດຈາກການເຮັດນ້ຳມັນຮົ່ວໄຫລໃນອ່າວທະ ເລ ເມັກຊິໂກ ເມື່ອປີ 2010, ເຊິ່ງເປັນການສະຫຼຸບຄະດີທີ່ແກ່ຍາວມາຫຼາຍປີ.

ຜູ້ພິພາກສາລັດຖະບານນກາງໃນລັດ New Orleans ໃນວັນຈັນວານນີ້ໄດ້ໃຫ້ການອະນຸ ມັດຄັ້ງສຸດທ້າຍສຳລັບຂໍ້ຕົກລົງ, ເຊິ່ງກວມເອົາການກ່າວຫາທາງດ້ານສິ່ງແວດລ້ອມ ແລະ ຄວາມເສຍຫາຍທາງດ້ານເສດຖະກິດ ໂດຍ 5 ລັດທີ່ຕິດກັບອ່າວລວມມີລັດ Alabama, Florida, Louisiana, Mississippi ແລະ Texas ພ້ອມກັບລັດຖະບານໃນທ້ອງຖິ່ນ. ນອກນັ້ນກໍຍັງລວມມີການປັບໄໝເງິນ 5.5 ຕື້ໂດລາ ສຳລັບການລ່ວງລະເມີດກົດໝາຍນ້ຳ ສະອາດຂອງລັດຖະບານກາງ.

ເງິນຈຳນວນດັ່ງກ່າວຈະຖືກຈ່າຍຄືນໃຫ້ໝົດໃນໄລຍະເວລາ 16 ປີ.

ຜູ້ພິພາກສາຂັ້ນເມືອງ ທ່ານ Carl Barbier, ຜູ້ທີ່ໄດ້ອະນຸມັດການຊຳລະເງິນດັ່ງກ່າວ ໄດ້ ຕັດສິນໃນປີກາຍນີ້ວ່າ ບໍລິສັດ BP ໄດ້ກະທຳດ້ວຍ "ຄວາມປະໝາດເລິນເລີ້ຢ່າງຮຸນ ແຮງ” ໃນການປະຕິບັດງານຂອງພວກເຂົາເຈົ້າທີ່ບໍ່ນ້ຳມັນ.

ການຊຳລະເງິນ ແມ່ນການເພີ່ມເຕີມໃສ່ການຊຳລະເງິນອື່ນໆທາງອາຍາ ແລະ ແຜ່ງລວມ ທັງສິ່ງໜຶ່ງເປັນສາເຫດມາຈາກທຸລະກິດຕ່າງໆ ແລະ ຜູ້ພັກອາໄສຢູ່ບໍລິເວນນັ້ນອ້າງວ່າ ນ້ຳມັນທີ່ຮົ່ວໄຫຼເຮັດໃຫ້ພວກເຂົາເຈົ້າຕ້ອງເສຍເງິນ.

XS
SM
MD
LG