ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ພິ​ພາກ​ສາ​ສະ​ຫະ​ລັດ ອະ​ນຸ​ມັດ ​ໃຫ້​ແຕ່ງ​ຕັ້ງ​ຜູ້ກວດ​ກາ​ພິ​ເສດ ເພື່ອທົບ​ທວນ​ເບິ່ງ​ເອ​ກ​ກະ​ສານ​​ທີ່​ພົບ​ເຫັນ​ຢູ່​ບ້ານ​ພັກທ່ານ​ທ​ຣຳ


ເອກ​ກະ​ສານ​ສະ​ບັບ​ນຶ່ງ ທີ່ ຫ້ອງ​ການ FBI ຖ່າຍ​ຮູບ​ໄວ້ ຈາກ​ການ​ເຂົ້າ​ຄົ້ນ​ບ້ານ​ພັກ Mar-a-Lago ຂອງອະ​ດີດ​ປະ​ທາ​ນາ​ທິບໍ​ດີ​ທ​ຣຳ ເມື່ອ​ວັນ​ທີ 5 ກັນ​ຍາ 2022
ເອກ​ກະ​ສານ​ສະ​ບັບ​ນຶ່ງ ທີ່ ຫ້ອງ​ການ FBI ຖ່າຍ​ຮູບ​ໄວ້ ຈາກ​ການ​ເຂົ້າ​ຄົ້ນ​ບ້ານ​ພັກ Mar-a-Lago ຂອງອະ​ດີດ​ປະ​ທາ​ນາ​ທິບໍ​ດີ​ທ​ຣຳ ເມື່ອ​ວັນ​ທີ 5 ກັນ​ຍາ 2022

ສານລັດ​ຖະ​ບານ​ກາງສະ​ຫະ​ລັດ ໃນ​ວັນ​ຈັນ​ວານ​ນີ້​ໄດ້​ອະ​ນຸ​ມັດ​ຕໍ່​ຄຳ​ຮ້ອງ​ຂໍ ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ທີ່​ຢາກ​ໃຫ້​ແຕ່ງ​ຕັ້ງຜູ້ກວດ​ກາ​ພິ​ເສດ​ທີ່​ເປັນ​ອິດ​ສະ​ຫລະ ເພື່ອ​ທົບ​ທວນ​ເອກ​ກະ​ສານຫລາຍ​ພັນ​ໜ້າ ທີ່​ເປັນ​ເອກ​ກະ​ສານ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ແລະ​ເອກ​ກະ​ສານ​ອື່ນໆ ທີ່​ຖືກ​ຍຶດ​ຈາກ​ບ້ານ​ພັກ Mar-a-Lago ຂອງ​ທ່ານ ໃນ​ລັດ​ຟ​ລໍ ​ລິດ​າ ເພື່ອ​ຕັດ​ສິນ​ວ່າ ເອກ​ກະ​ສານ​ຈຳ​ນ​ວນ​ນຶ່ງ ຄວນ​ສົ່ງ​ກັບ​ຄືນໄປ​ໃຫ້​ທ່ານ​ຫຼື​ບໍ່.

ຜູ້​ພິ​ພາກ​ສາປະ​ຈຳ​ເຂດຂອງສະ​ຫະ​ລັດ​ ທີ່​ລັດ​ຟ​ລໍ​ຣິ​ດາ ທ່ານ​ນາງໄອ​ລິນ ແຄນນອນ ໄດ້​ອະ​ນຸ​ມັດ​ໃຫ້ແຕ່ງ​ຕັ້ງ​ຜູ້ກວດ​ກາ​ພິ​ເສດ ທີ່​ໄດ້​ຮັບ​ການ​ຄັດ​ຄ້ານ​ຈາກ​ກະ​ຊວງ​ຍຸ​ຕິ​ທຳ ຊຶ່ງ​ໄດ້​ກ່າວ​ຕໍ່​ທ່ານ​ນາງໃນອາ​ທິດ​ແລ້ວ​ນີ້ວ່າ ​ຕົນໄດ້​ທົບ​ທວນ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວກ່ຽວ​ກັບເອກ​ກະ​ສານ​ລັບ ​ແລະ​ເອກ​ກະ​ສານ​ຕ່າງໆ ທີ​ໄດ້​ເອົາ​ໄປ​ຈາກບ້ານພັກລະ​ດູ​ໜາວ​ຢູ່​ແຄມ​ທະ​ເລຂອງ​ທ່ານ​ທ​ຣຳ ຢູ່​ໃນ​ການ​ກວດ​ຄົ້ນ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດຂອງ​ສານ​ເມື່ອ​ວັນ​ທີ 8 ສິງ​ຫາ​ທີ່​ຜ່ານ​ມາ.

​ກະ​ຊວງ​ຍຸ​ຕິ​ທຳ​ກ່າວ​ວ່າ ​ເອກ​ກະ​ສານໃນ​ຈຳ​ນວນ​ທັງ​ໝົດ 11,000 ໜ້າ ທີ່ຍຶດ​ເອົາ​ໄປ ​ໄດ້​ພົບ​ເຫັນ​ວ່າ 500 ໜ້າ ​ເປັນ​ເອກ​ກະ​ສານ​ທີ່ມີ​ໂອ​ກາດ​ເປັນ​ພິ​ເສດ ທີ່​ອາດຈະສົ່ງ​ຄືນ​ໃຫ້​ແກ່​ທ່ານ​ທ​ຣຳ ທີ່​ຜູ້​ພິ​ພາກ​ສາ​ລັດ​ຟ​ລໍ​ລິ​ດາ​ໄດ້​ກ່າວ​ຢູ່​ໃນ​ການ​ຕັດ​ສິນຂອງ​ທ່ານ​ນາງ ຮວມ​ທັງ ​ເອກ​ກະ​ສານ​ການ​ແພດ ຂໍ້​ມູນ​ບັນ​ຊີ ແລະ ​ເອກ​ກະ​ສານ​ພົວ​ພັນ​ກັບເລື້ອງ​ພາ​ສີ.

ຜູ້​ພິ​ພາກ​ສາ​ແຄນນອນ ໄດ້​ສັ່ງ​ໃຫ້​ພວກ​ທະ​ນາຍ​ຄວາມ​ຂອງກະ​ຊວງ​ຍຸ​ຕິ​ທຳ ແລະຂອງທ່ານ​ທ​ຣຳ ມອບບັນ​ຊີ​ລາຍ​ຊື່​ໃຫ້​ທ່ານ​ນາງ ໃນ​ວັນ​ສຸກ​ຈະ​ມາ​ເຖິ​ງ​ນີ້ ທີ່​ມີ​ບັນ​ດາ​ຊື່​ຂອງ​ຜູ້​ສະ​ໝັກ ທີ່​ອາດ​ຈະ​ປະ​ຕິ​ບັດ​ງານທົບ​ທວນ​ເອກ​ກະ​ສານ​ຢ່າງເປັນ​ອິດ​ສະ​ຫລະ ​ທີ່​ໄດ້​ຍຶດ​ມາ​ຈາກບ້ານ​ພັກ Mar-a-Lago. ທ່ານ​ນາງ​ຍັງ​ກ່າວ​ວ່າ ​ເຂົາ​ເຈົ້າ​ຄວນ​ເຈ​ລະ​ຈາ​ກັນເຖິງ “ໜ້າ​ທີ່​ຕ່າງໆ ແລະ​ຂອບ​ຈຳ​ກັດ” ​ສຳ​ລັບ​ຜູ້​ທີ່​ຈະ​ຖືກ​ແຕ່ງ​ຕັ້ງ​ໃນ​ທີ່​ສຸດ ແລະ​ສະ​ເໜີ​ກຳ​ນົດ​ເວ​ລ​າ ​ທີ່​ຈະ​ເສັດ​ສິ້ນການ​ທົບ​ທວນ.

ຜູ້​ພິ​ພາກ​ຍັງ​ໄດ້​ສັ່ງ​ໃຫ້​ກະ​ຊວງ​ຍຸ​ຕິ​ທຳ “ໂຈະ​ການ​ທົບ​ທວນຜູ້ກວດ​ກາ​ພິ​ເສດ” ​ຫລື​ຄຳ​ສັ່ງ​ຂອງ​ສານສະ​ບັບ​ໃໝ່ ເພື່ອ ​ໂຈະ​ການ​ສືບ​ສວນ​ທາງ​ອາ​ຍາ ທີ່ວ່າ​ເປັນ​ຫຍັງ ທ່ານ​ທ​ຣຳ ຈຶ່ງ​ໄດ້​ເອົາ​ເອກ​ກະ​ສານລັບ ທີ່​ສຳ​ຄັນ​ໄປ​ໄວ້​ກັບ​ທ່ານ ຢູ່ທີ່​ລັດ​ຟ​ລໍ​ລິ​ດາ ເວ​ລາ​ກຳ​ນົດ​ການ​ດຳ​ລົງ​ຕຳ​ແໜ່ງ​ຢູ່​ທຳ​ນຽບ​ຂາວ​ໄດ້​ສິ້ນ​ສຸດ​ລົງ​ ໃນ​ເດືອນ​ມັງ​ກອນ ປີ 2021 ແທນ​ທີ່​ຈະສົ່ງ​ເອກ​ກະ​ສານ​ເຫລົ່າ​ນັ້ນ ຄືນ​ໃຫ້​ແກ່ບ່ອນ​ເກັບ​ມ້ຽນ​ເອກ​ກະ​ສານ​ແຫ່ງ​ຊາດ ດັ່ງ​ທີ່​ກົດ​ໝາຍ​ສະ​ຫະ​ລັດ​ໄດ້​ບົ່ງ​ໄວ້.

​ແຕ່​ທ່ານ​ນາງ​ໄດ້​ກ່າວ​ວ່າ ເຖິງ​ແມ່ນ​ມີ​ການຫ​ລ້າ​ຊ້າ ໃນ​ການ​ສືບສວນ​ທາງ​ອາ​ຍາ ບັນ​ດາ​ຜູ້​ຊ່ຽວ​ຊ​ານ​ດ້ານ​ສືບ​ລັບ​ຂອງ​ລັດ​ຖະ​ບານ ສາ​ມາດ​ສືບ​ຕໍ່​ທົບ​ທວນ​ວ່າ ຜົນ​ປະ​ໂຫຍດ​ດ້ານ​ຄວາມໝັ້ນ​ຄົງ​ຂອງ​ປະ​ເທດ ໄດ້ຕົກ​ຢູ່​ໃນອັນ​ຕະ​ລາຍ ໂດຍ​ທ່ານ​ທ​ຣຳ​ທ ຫຼື​ບໍ່ ທີ່​ເກັບ​ເອກ​ກະ​ສານ​ໄວ້ຢູ່​ບ້ານ​ພັກ Mar-a-Lago ບ່ອນ​ທີ່​ຫລາຍ​ຮ້ອຍ​ຄົນ​ພາ​ກັນ​ເຕົ້າ​ໂຮມເປັນ​ປະ​ ຈຳ ​ຢູ່ສະ​ຖານ​ທີ່ຮ້ານອາ​ຫານ​ແລະ​ຢູ່​ໂຮງ​ແຮມ​ທີ່​ນັ້ນ.

A U.S. federal judge Monday approved former President Donald Trump’s request to have an independent special master appointed to review thousands of pages of national security documents and other materials seized from his Mar-a-Lago estate in Florida to determine whether some of them should be returned to him.

U.S. District Judge Aileen Cannon in Florida authorized the appointment of the special master over the objections of the Justice Department, which told her last week it had already completed a review of the highly classified documents and other papers it took from Trump’s wintertime oceanside retreat in a court-authorized search August 8.

The Justice Department said that out of the 11,000 pages it had seized, it found about 500 pages of potentially privileged materials that possibly should be returned to Trump, which the Florida judge said in her ruling included medical documents, accounting information and tax-related correspondence.

Cannon ordered lawyers for the Justice Department and Trump to give her a list by Friday of names of potential candidates who could perform the independent review of the documents seized from Mar-a-Lago. She also said they should negotiate “the duties and limitations” for the eventual appointee and propose a timetable for completion of the review.

The judge also ordered the Justice Department, “pending completion of the special master’s review” or a new court order, to halt its criminal investigation into why Trump took highly classified documents with him to Florida when his White House term ended in January 2021 rather than turn them over to the National Archives as required by U.S. law.

But she said even with the delay in the criminal investigation, government intelligence experts could continue to review whether the country’s national security interests were harmed by Trump keeping the documents at Mar-a-Lago, where hundreds of people frequent the facility’s dining room and stay in its hotel.

XS
SM
MD
LG