ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກຫົວຕໍ່ສູ້ໃນຊີເຣຍ ປ່ອຍຕົວ ນັກຂ່າວອາເມຣິກັນ (ວີດີໂອ)


ນັກຂ່າວສະຫະລັດ Peter Theo Curtis (al Jazeera)
ນັກຂ່າວສະຫະລັດ Peter Theo Curtis (al Jazeera)

ພວກ​ຫົວ​ຕໍ່ສູ້ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ al-Qaida ​ໃນ​ຊີ​ເຣຍ ​ໄດ້
​ປ່ອຍ ຕົວນັກ​ຂ່າວ​ຊາວ​ອາ​ເມຣິກັນ​ຄົນ​ນຶ່ງ ທີ່​ໄດ້​ຖືກ​ຈັບໄວ້ ເປັນ
​ເວລາ 2 ປີ ມາ​ແລ້ວ​ນັ້ນ ພຽງ​ບໍ່ພໍ​ເທົ່າ​ໃດ​ມື້ ຫຼັງຈາກ​ທີ່​ກຸ່ມ​ອິສລາມ
​ອີກ​ກຸ່ມ​ນຶ່ງ ​ໄດ້​ ຕັດ​ຫົວ ນັກ​ຂ່າວອາ​ເມຣິກັນ James Foley​.

ພວກ​ລັກ​ພາ​ຕົວ​ດັ່ງກ່າວ ​ໄດ້​ມອບ​ຕົວ ນັກ​ຂ່າວ Peter Theo
Curtis ​ໃຫ້​ແກ່​ໜ່ວຍຮັກສາ​ສັນຕິພາບຂອງ​ສະຫະ​ປະຊາ​ຊາດ
ຢູ່​ໃນ​ເຂ​ດພູ​ພຽງ Golan Heights ​ເມື່ອ​ວັນ​ອາທິດ​ວານ​ນີ້ ​ແລະ
​ຕໍ່​ມາໜ່ວຍ​ດັ່ງກ່າວ​ກໍໄດ້​ມອບຜູ້ກ່ຽວ ໃຫ້ແກ່ເຈົ້າໜ້າ​ທີ່​ສະຫະລັດ.

ປະ​ເທດກາ​ຕ້າ​ໄດ້​ຊ່ວຍຈັດ​ແຈງ ​ໃຫ້​ມີ​ການ​ປ່ອຍ​ຕົວ​ນັກ​ຂ່າວ Curtis. ແຕ່ເງື່ອນ​ໄຂ​ອັນ​ແທ້​ຈິງກ່ຽວ​ກັບການປ່ອຍ​ຕົວ​ຜູ້ກ່ຽວ ຍັງ​ບໍ່ຈະ​ແຈ້ງ​ເທື່ອ.

​ໂຄ​ສົກທຳນຽບຂາວ ກ່າວ​ວ່າ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ຮູ້ສຶກ​ດີ​ອົກ​ອີ​ໃຈ ​ແລະ​ໂລ່ງ​ອົກ ກັບເສລີພາບ​ຂອງ​ທ້າວ Curtis ​ແລະ ຈະ​ສືບ​ຕໍ່​ໃຊ້​ທຸກໆ​ວິທີ​ ທີ່​ເປັນ​ໄປ​ໄດ້ ​ເພື່ອໃຫ້ໄດ້​ຮັບ​ເສລີພາບ​ ຂອງ​ພວກ​ຕົວ​ປະກັນ​ ທີ່​ຍັງ​ເຫຼືອຢູ່​ໃນ​ຊີ​ເຣຍ.

ທ້າວ Curtis ​ທີ່​ຂຽນ​ລາຍ​ງານ​ໃນນາ​ມ Theo Padnos ​ເຊັ່ນ​ກັນນັ້ນ ​ແມ່ນ​ມາ​ຈາກ​ນະຄອນ Boston ​ແລະ ​ໄດ້​ຂຽນ​ປຶ້ມຫຼາຍຫົວ​ ແລະ ຂຽນ​ລາຍ​ງານ​ໃຫ້​ແກ່​ ວາລະ​ສານ​ຂອງອາເມຣິກັນຫຼາຍໆ​ສະບັບ ມາ​ແລ້ວ.

ກຸ່ມ​ແນ​ວ​ໂຮມ Nusra ຊຶ່ງ​ເປັນ​ເຄືອ​ຂ່າຍ​ຂອງ ກຸ່ມ al-Qaida ​ໄດ້​ລັກ​ພາ​ຕົວ​ທ້າວ Curtis ຢູ່​ໃນ​ຊີ​ເຣຍ ​ເມື່ອ​ປີ 2012. ກຸ່ມ​ດັ່ງກ່າວ​ເປັນ​ນຶ່ງ ຂອງ​ກຸ່ມ​ອິສລາມ​ຫຼາຍໆ​ກຸ່ມ ທີ່ກຳລັງ​ຕໍ່ສູ້​ເພື່ອ​ໂຄ່ນ​ລົ້ມ ລັດຖະບານ​ຊີ​ເຣຍ.

ການ​ປົດ​ປ່ອຍ​ຂອງທ້າວ Curtis ມີ​ມາ​ພຽງ 2-3 ມື້ ຫຼັງຈາກ ພວກ​ຫົວ​ຕໍ່ສູ້​ຮຸນ​ແຮງ​ຈັດ ຈາກ​ກຸ່ມລັດ​ອິສລາມ ​ໄດ້​ຕັດ​ຫົວ​ ນັກ​ຂ່າວ​ສະຫະລັດ James Foley ​ແລ້ວ​ນຳ​ເອົາ​ພາບ​ວີ​ດີ​ໂອ​ການ​ສັງຫານ​ ທີ່ສະຫຍອງ​ຂວັນນັ້ນ ລົງ​ເຜີຍ​ແຜ່​ທາງອິນ​ເຕີ​ເນັ​ດ.

ວີດີໂອ: ເຈົ້າໜ້າທີ່ທະຫານສະຫະລັດ ຫາລື ຍຸທະສາດໄລຍະຍາວ ກ່ຽວກັບພວກ ISIS:

US Defense Officials Plan for Long-Term Strategy to Contain Islamic State
please wait

No media source currently available

0:00 0:03:29 0:00

XS
SM
MD
LG