ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວສະຫະລັດຄົນນຶ່ງ ຖືກກັກຂັງ ຢູ່ໃນປະເທດມຽນມາ


ບັນນາທິການນິດຕະຍະສານຂ່າວ ຟຣອນເທຍມຽນມາ (Frontier
Myanmar) ທ່ານແດນນີ ເຟັນສເຕີ ທີ່ເຫັນຢູ່ຮູບພາບນີ້.
ບັນນາທິການນິດຕະຍະສານຂ່າວ ຟຣອນເທຍມຽນມາ (Frontier Myanmar) ທ່ານແດນນີ ເຟັນສເຕີ ທີ່ເຫັນຢູ່ຮູບພາບນີ້.

ນັກຂ່າວສະຫະລັດຄົນນຶ່ງ ເຮັດວຽກໃຫ້ແກ່ນິດຕະຍະສານຂ່າວໃນມຽນມາ ໄດ້ ຖືກກັກຂັງ
ໂດຍພວກເຈົ້າໜ້າທີ່ ອີງຕາມອົງການຂ່າວຂອງທ່ານ.

ນິດຕະຍະສານຟຣອນເທຍມຽນມາ (Frontier Myanmar) ກ່າວຢູ່ໃນທວິດເຕີ ວ່າ ບັນນາ
ທິການບໍລິຫານ ທ່ານແດນນີ ເຟັນສເຕີ ໄດ້ຖືກຈັບໃນວັນຈັນວານນີ້ ຢູ່ ສະໜາມບິນສາກົນ
ຢ່າງກຸ້ງໃນຂະນະທີ່ທ່ານພວມກຽມຂຶ້ນເຮືອບິນໄປປະເທດ ມາເລເຊຍ ແລະໄດ້ຖືກສົ່ງໄປ
ຂັງ ທີ່ຄຸກອິນເຊນ ໃນນະຄອນຢາງກຸ້ງ.

ນິດຕະຍະສານຂ່າວສະບັບນີ້ ກ່າວວ່າ “ພວກເຮົາບໍ່ຮູ້ວ່າເປັນຫຍັງທ່ານແດນນີຈຶ່ງ ຖືກຈັບ
ແລະບໍ່ສາມາດຕິດຕໍ່ຫາທ່ານໄດ້.”

ລາຍງານກ່າວວ່າ “ພວກເຮົາມີຄວາມເປັນຫ່ວງຕໍ່ສະພາບການຂອງທ່ານ ແລະຂໍຮ້ອງໃຫ້
ປ່ອຍໂຕຂອງທ່ານໃນທັນທີ. ບູລິມະສິດຂອງພວກເຮົາປັດຈຸບັນນີ້ ກໍຄື ໃຫ້ເປັນທີ່ແນ່ນອນ
ວ່າ ທ່ານມີຄວາມປອດໄພ ແລະໃຫ້ການຊ່ວຍເຫຼືອແກ່ທ່ານ ໃນສິ່ງທີ່ທ່ານຕ້ອງການ.”

ນິດຕະຍະສານຂ່າວ Frontier Myanmar ພິມເຜີຍແຜ່ສອງພາສາ ຄືພາສາ ອັງກິດ ແລະ
ມຽນມາ ແລະເປັນນຶ່ງໃນເວັບໄຊທ໌ອົງການຂ່າວອິດສະຫຼະ ທີ່ສຳ ຄັນສຸດຂອງປະເທດ.

ໂຄສົກກະຊວງຕ່າງປະເທດສະຫະລັດ ກ່າວວ່າ ສະຫະລັດຮູ້ແລ້ວກ່ຽວກັບລາຍງານ ທີ່ຄົນ
ສັນຊາດສະຫະລັດ ໄດ້ຖືກຈັບຢູ່ໃນປະເທດມຽນມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG