ຊາວອາເມຣິກັນສອງຄົນ ຮ່ວມຢູ່ໃນບັນດາຜູ້ຖືກສັງຫານຢູ່ບ່ອນເຝິກແອບຕຳຫລວດໃນປະເທດ ຈໍແດນ ໃນວັນຈັນວານນີ້ຊຶ່ງບໍ ລິສັດ DynCorp ເປັນຜູ້ ເຝິກຊ້ອມທີ່ເປັນຫ້ອງການຮັກສາຄວາມປອດໄພ ແລະພະລາທິການມີສັນຍາຈ້າງກັບ ລັດຖະບານສະຫະລັດ.
ໂຄສົກກະຊວງຕ່າງປະເທດ ທ່ານ John Kirby ກ່າວວ່າ ຊາວອາເມຣິກັນ ຮ່ວມຢູ່ໃນ “ຫລາຍ” ຄົນທີ່ໄດ້ເສຍຊີວິດຈາກການໂຈມຕີ ຢູ່ທີ່ ສູນກາງເຝິກແອບຕຳຫລວດສາກົນ ຈໍແດນ ໃກ້ກັບນະຄອນ ຫລວງ Amman. ທ່ານ ກ່າວວ່າ ຊາວອາເມຣິກັນອີກສອງຄົນໄດ້ຮັບບາດເຈັບຈາກການໂຈມຕີດັ່ງກ່າວ.
ເຈົ້າໜ້າທີ່ລັດຖະບານຈໍແດນຄົນໜຶ່ງກ່າວວ່າ ຜູ້ເຝິກແອບຊາວອາຟຣິກາໃຕ້ ຄົນໜຶ່ງ ແລະຊາວຈໍແດນ ສອງຄົນໄດ້ເສຍຊີວິດ ພ້ອມດ້ວຍມືປືນ ຜູ້ທີ່ໄດ້ຖືກຍິງໂດຍຕຳຫລວດ ເພີ້ມຈໍານວນຜູ້ເສຍຊີວິດທັງໝົດເປັນຢ່າງໜ້ອຍຫົກຄົນ.
ສື່ມວນຊົນທ້ອງຖິ່ນ ແລະສາກົນ ໄດ້ບົ່ງວ່າມືປືນນັ້ນແມ່ນ ຮ້ອຍເອກຕຳຫລວດ Anwar Abu Zeid ອາຍຸ 28 ປີ.
ທ່ານ Kirby ກ່າວວ່າ “ຍັງໄວເເກີນໄປ” ທີ່ຈະກ່າວເຖິງສາເຫດໄດ້.
ການໂຈມຕີນີ້ກົງກັບວັນຄົບຮອບ 10 ປີຂອງການໂຈມຕີທີ່ຮ້າຍແຮງໃນປະວັດສາດຈໍແດນ ເວລາບັນດາຜູ້ວາງລະເບີດສະລະຊີບ ໄດ້ໂຈມຕີໂຮງແຮງສາມແຫ່ງ ໃນນະຄອນຫລວງ Amman ສັງຫານຫລາຍກວ່າ 50 ຄົນໃນວັນທີ່ 9 ເດືອນພະຈີີກ ປີ 2005.
ຜູ້ກໍ່ການຮ້າຍ Al-Qaida ໃນອີຣັກ ໄດ້ອ້າງເອົາຄວາຮມຮັບຜິດຊອບໃນການວາງລະເບີດນີ້.
ລັດຖະບານ ສະຫະລັດ ໄດ້ໃຊ້ສູນກາງເຝິກແອບ ໃນເມືອງ Muwaqqer ປະມານ 30 ກິໂລແມດຈາກ ນະຄອນຫລວງ Amman ເພື່ອປະສານງານກັບ ຈໍແດນ ໃນການເຝິກແອບນາຍ ຮ້ອຍຕຳຫລວດ ຫລາຍສິບພັນຄົນຈາກຕາເວັນອອກກາງ.
ໂຄງການດັ່ງກ່າວໄດ້ປະສານງານ ແລະບໍລິຫານຜ່ານ ກະຊວງຕ່າງປະເທດ ສະຫະລັດ ທີ່ເປັນຄູ່ຕຳແໜ່ງດ້ານຮັກສາຄວາມປອດໄພທາງການທູດ.
ກະຊວງຕ່າງປະເທດກ່າວວ່າ ການເຝິກແອບໃນປັດຈຸບັນນີ້ ສ່ວນໃຫຍ່
ແມ່ນສິດສອນກຳລັງຮັກສາຄວາມປອດໄພແກ່ ປາແລສໄຕນ໌ ທາງດ້ານຄວາມສຳນານພື້ນ ຖານດ້ານຄວາມປອດໄພ.