ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍ່ມີການຂະຫຍາຍໂຕ ຂອງວຽກງານ ຢູ່ສະຫະລັດ ໃນເດືອນສິງຫາ (ເບິ່ງວີດີໂອ)


ຜູ້ຄົນເຂົ້າແຖວຍາວຢຽດ ໃນງານຈັດສະແດງດ້ານອາຊີບ ຫຼືຮັບເອົາຄົນເຂົ້າເຮັດວຽກ ທີ່ລັດໂອໄຣໂອ
ຜູ້ຄົນເຂົ້າແຖວຍາວຢຽດ ໃນງານຈັດສະແດງດ້ານອາຊີບ ຫຼືຮັບເອົາຄົນເຂົ້າເຮັດວຽກ ທີ່ລັດໂອໄຣໂອ

ອັດຕາການເຕີບໂຕຂອງວຽກເຮັດງານທຳໄດ້ຢຸດຊະງັກລົງ ໃນເສດຖະກິດຂອງສະຫະລັດສຳ
ລັບເດືອນສິງຫາຊຶ່ງເຮັດໃຫ້ອັດຕາຄົນຫວ່າງງານຍັງສືບຕໍ່ຢູ່ໃນລະດັບທີ່ຂ້ອນຂ້າງສູງ 9.1%.

ລາຍງານຂອງກະຊວງແຮງງານສະຫະລັດທີ່ນຳອອກເຜີຍແຜ່ໃນມື້ວັນສຸກວານນີ້ສະແດງໃຫ້
ເຫັນວ່າບໍ່ໄດ້ມີການສ້າງວຽກເຮັດງານທຳເພີ່ມຂຶ້ນເລີຍໃນເດືອນສິງຫາຜ່ານມາສົມທຽບໃສ່ ການສ້າງວຽກເຮັດປະມານ 85,000 ໜ້າວຽກໃນເດືອນກໍລະກົດຜ່ານມາ.

ລາຍງານສຳລັບເດືອນສິງຫາ ເປັນລາຍງານທີ່ສະແດງໃຫ້ເຫັນວ່າ ມີຄວາມອ່ອນແອສຸດໃນ
ຮອບເກືອບນຶ່ງປີ. ການວ່າຈ້າງໄດ້ມີເພີ່ມຂຶ້ນໃນວຽກງານກ່ຽວກັບການຮັກສາສຸກຂະພາບ ແຕ່ໄດ້ຫຼຸດລົງໃນວົງການລັດຖະບານ ແລະໄດ້ຮັບຄວາມເສຍຫາຍຈາກການນັດຢຸດຂອງບໍລິ
ສັດໂທລະພາບທີ່ສຳຄັນບໍລິສັດນຶ່ງ.

ອັດຕາໃນການວ່າຈ້າງທີ່ບໍ່ເຕັມທີ່ ແມ່ນ 16.2% ຊຶ່ງດີຂຶ້ນໜ້ອຍນຶ່ງ ຈາກໄລຍະດຽວກັນ
ຂອງປີຜ່ານມາ. ຖັນແຖວຂອງພວກທີ່ຖືກວ່າຈ້າງບໍ່ເຕັມທີ່ແມ່ນຮວມທັງພວກທີ່ບໍ່ໄດ້ເຮັດ
ວຽກ ຄົນງານທີ່ມີວຽກເຮັດບໍ່ເຕັມເວລາ ແຕ່ຕ້ອງການຢາກມີວຽກເຮັດ ແບບເຕັມເວລາ ແລະພວກທີ່ຢຸດເຊົາໃນການຊອກຫາວຽກການເຮັດ ຍ້ອນພວກເຂົາເຈົ້າຄິດວ່າ ບໍ່ມີວຽກ ການສຳລັບໃຫ້ພວກເຂົາເຈົ້າເຮັດອີກແລ້ວ.

ນອກນັ້ນແລ້ວຂໍ້ມູນດັ່ງກ່າວ ຍັງສະແດງໃຫ້ເຫັນວ່າ ອັດຕາບໍ່ມີວຽກການເຮັດສຳລັບຊາວ
ຜິວດຳ 16.7% ແລະພວກທີ່ປາກພາສາສະເປນຫຼື Hispanics 11.3% ນັ້ນແມ່ນຍັງສູງ ກວ່າອັດຕາການບໍ່ມີການງານເຮັດ ສຳລັບປະຊາຊົນໂດຍທົ່ວໄປ. ສຳລັບຊາວອະເມຣິກັນ
ເຊື້ອສາຍເອເຊຍມີອັດຕາຄົນຫວ່າງງານ 7.1% ຄືຕໍ່າກວ່າສ່ວນທີ່ເຫຼືອຂອງປະຊາຊົນທັງ
ໝົດ.

ເຖິງແມ່ນກ່ອນທີ່ຈະມີການພິມເຜີຍແຜ່ ລາຍງານກ່ຽວກັບວຽກເຮັດງານທຳທີ່ບໍ່ຄ່ອຍດີ
ປານໃດນັ້ນປະທານາທິບໍດີສະຫະລັດທ່ານບາຣັກໂອບາມາກໍກ່າວວ່າທ່ານຈະນຳສະເໜີ ແຜນການເພື່ອກະຕຸກຊຸກຍູ້ເສດຖະກິດແຫ່ງຊາດແລະສ້າງວຽກເຮັດງານທຳໃນຄຳປາໄສ
ຕໍ່ລັດຖະສະພາສະຫະລັດໃນວັນພະຫັດຈະມານີ້.

XS
SM
MD
LG