ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວຽກງານ ຢູ່ໃນສະຫະລັດ ອ່ອນແອລົງ ກວ່າທີ່ ຄາດໝາຍໄວ້ ໃນເດືອນເມສາ


US Job Gains Weaker Than Expected in April
please wait

No media source currently available

0:00 0:02:04 0:00

ອັດຕາຄົນຫວ່າງງານໃນສະຫະລັດ ຍັງຢູ່ໃນລະດັບສະໝໍ່າສະເໝີ 5% ເມື່ອເດືອນແລ້ວນີ້ ແຕ່ວ່າຈຳນວນວຽກການທີ່ຈ້າງໃໝ່ ໃນເດືອນເມ ສາຜ່ານມາໄດ້ເປັນທີ່ຜິດຫວັງ ຄືມີພຽງ 160,000 ວຽກ ຕໍ່າກວ່າ 200 ພັນວຽກ ທີ່ບັນດານັກເສດຖະສາດໄດ້ຄາດຄະເນໄວ້. ເພີ້ມ ໃສ່ຄວາມເປັນຫ່ວງໃໝ່ ກ່ຽວກັບສຸຂະພາບຂອງເສດຖະກິດ ທີ່ໃຫຍ່ທີ່ສຸດໃນໂລກແລ້ວ ກະຊວງແຮງງານກ່າວວ່າ ມີໜ້ອຍກວ່າ 19,000 ວຽກການໄດ້ເພີ້ມເຂົ້າໃສ່ເສດຖະກິດ ໃນ ໄລຍະສອງເດືອນກ່ອນ. Mil Arcega ມີລາຍງານເພີ້ມເຕີມ ຊຶ່ງ ກິ່ງສະຫວັນ ຈະນຳມາສະ ເໜີທ່ານ.

ລິງໂດຍກົງ

ບັນດານາຍຈ້າງ ໄດ້ຈ້າງພະນັກງານໃໝ່ໃນເດືອນເມສາຜ່ານມານີ້ ແຕ່ວ່າຢູ່ໃນລະດັບທີ່ມີ ການເໜັງຕີງຊ້າທີ່ສຸດໃນຮອບເຈັດເດືອນ. ຊາວອາເມຣິກັນຫລາຍໆຄົນຍັງໄດ້ລາອອກ
ຈາກ ວຽກ. ທ່ານ Mark Hamrick ຈາກອົງການ bankrate.com ກ່າວຜ່ານທາງ Skype ວ່າ ຂ່າວດີກໍຄື ຄ່າຈ້າງໄດ້ເພີ້ມຂຶ້ນ.

ທ່ານ Hamrick ກ່າວວ່າ “ນີ້ແມ່ນ ທ່ານສາມາດກ່າວໄດ້ວ່າ ມີບາງສິ່ງບາງຢ່າງໃນທີ່ນີ້ ສຳລັບທຸກຄົນ ສຳລັບພວກທີ່ບໍ່ພໍໃຈ ກັບການເໜັງຕີງໃນການຟື້ນໂຕຄືນຂອງເສດຖະ ກິດແລ້ວ ກໍຈະສືບຕໍ່ມີຄວາມຮູ້ສຶກແບບ ນັ້ນຢູ່. ສຳລັບບັນດາຄົນທີ່ຢາກເບິ່ງລາຍງານ ກ່ຽວກັບ ວຽກການເຮັດເພື່ອເປັນຫລັກຖານທີ່ວ່າ ການການຟື້ນໂຕຄືນກຳລັງດຳເນີນ ຢູ່ນັ້ນກໍສາມາດ ຍຶດເອົາໂອກາດນີ້ໄດ້.'

ໃນຂະນະທີ່ການເພີ້ມຂຶ້ນ ຂອງວຽກເຮັດງານທຳ ໄດ້ອ່ອນແອກວ່າທີ່ໄດ້ຄາດໝາຍໄວ້ ປະທານາທິບໍດີ Barak Obama ກ່າວວ່າ ລາຍງານນີ້ແມ່ນຂີດໝາຍໃນການເພີ້ມຂຶ້ນ ຂອງວຽກການເຮັດ 74 ເດືອນຕິດຕໍ່ກັນ

ປະທານາທິບໍດີ Obama ກ່າວ່າ “ໃນຊ່ວງເວລາຂອງການເຕີບໂຕກ່ຽວກັບວຽກເຮັດ ງານທຳນັ້ນ ທຸລະກິດຂອງພວກເຮົາໄດ້ສ້າງວຽກງານໃໝ່ 14 ລ້ານ 6 ແສນວຽກ ແລະ ຄ່າແຮງງານໄດ້ສູງຂຶ້ນໃນອັດຕາຫລາຍກວ່າ 3 ເປີເຊັນຕໍ່ປີ ໃນປີນີ້. ເພາະສະນັ້ນການ ຫວ່າງງານໄດ້ຫລຸດລົງ ແລະຄ່າຈ້າງໄດ້ເພີ້ມຂຶ້ນ."

ໃນປະຕິກິລິຍາຂອງຕະຫລາດການເງິນ ທີ່ມີຕໍ່ຈຳນວນໂຕເລກວຽກເຮັດງານທຳທີ່ອ່ອນ ແອນັ້ນ ແມ່ນບໍ່ເປັນທີ່ຕື່ນເຕັ້ນປານໃດ. ບັນດານັກລົງທຶນຫລາຍຄົນ ໄດ້ມີຄວາມຫວັງທີ່ ຢາກຈະເຫັນການເຕີບໂຕຂອງວຽກການ ຢູ່ໃນສະຫະລັດທີ່ເຂັ້ມແຂງ ຫລັງຈາກຂໍ້ມູນ ຫວ່າງມໍ່ໆມານີ້ໄດ້ສະເໜີໃຫ້ເຫັນວ່າ ການຜະລິດໄດ້ຊັກຊ້າລົງຢູ່ໃນຈີນແລະຢູໂຣບ.

ແຕ່ທ່ານ Chad Brown ທີ່ສະຖາບັນເສດຖະສາດສາກົນ Peterson ກ່າວວ່າລາຍງານ ຂ່າວກ່ຽວວຽກການພຽງອັນດຽວຈະບໍ່ພາໃຫ້ເກີດທ່າອຽງໄດ້.

ທ່ານ Brown ກ່າວວ່າ “ລາຍງານກ່ຽວກັບວຽກການເດືອນດຽວຈະບໍ່ເຮັດໃຫ້ມີການ ແຕກຕ່າງທີ່ໃຫຍ່ຫລວງ ແຕ່ຂ້າພະເຈົ້າຄິດວ່າ ໃນລະຍະຍາວກວ່ານີ້ ມັນມີຄວາມສຳ ຄັນຢ່າງແນ່ນອນວ່າ ສະຫະລັດ ຈະສືບຕໍ່ມີການເຕີບໂຕ ສືບຕໍ່ມີຕະຫລາດແຮງງາທີ່ ເຂັ້ມແຂງ ເພາະວ່າ ພວກເຮົາເປັນນຶ່ງໃນແຫຼ່ງຂອງການເຕີບໂຕພຽງບໍ່ເທົ່າໃດແຫ່ງ ຢູ່ໃນທົ່ວ ໂລກໃນປັດຈຸບັນນີ້.

ແຕ່ທ່ານ Mark Hamrick ກ່າວວ່າ ຈຳນວນໂຕເລກກ່ຽວກັບວຽກການທີ່ອ່ອນແອອາດ ສ້າງຄວາມສົງໄສໃຫ້ ແກ່ແຜນຂອງທະນາຄານກາງສະຫະລັດທີ່ຈະຂຶ້ນອັດຕາດອກເບ້ຍ.

ທ່ານ Hamrick ກ່າວວ່າ “ລາຍງານກ່ຽວກັບວຽກການອ່ອນແອກວ່າທີ່ໄດ້ຄາດໝາຍ ໄວ້ໃນເດືອນເມສານີ້ຈຶ່ງບໍ່ມີທ່າທາງວ່າຈະເຮັດໃຫ້ທະນາຄານກາງ ຂຶ້ນອັດຕາດອກ ເບ້ຍໃນເດືອນມິຖຸນາ ແລະໂອກາດໜ້ອຍລົງທີ່ຈະເຮັດໃຫ້ລັດຖະບານກາງຂຶ້ນອັດ ຕາດອກເບ້ຍໃນເວລາບໍ່ຊ້ານີ້.”

ທະນາຄານກາງສະຫະລັດທີ່ກາງຕໍ່ຂໍ້ມູນດ້ານເສດຖະກິດຢ່າງຫຼວງຫຼາຍນັ້ນ ຈະອອກ ລາຍງານວຽກງານອີກເທຶ່ອນຶ່ງເພື່ອໃຫ້ເປັນທີ່ເຂົ້າໃຈກ່ອນກອງປະຊຸມໃນເດືອນມິຖຸນາ ຈະມາເຖິງນີ້.

ອ່ານຂ່າວນີ້ເພີ້ມປັນພາສາອັງກິດ

XS
SM
MD
LG