ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂໍເງິນຫວ່າງງານ ໃນສະຫະລັດຫລຸດລົງ ແຕ່ການຫວ່າງງານ ຍັງສູງຢູ່


ຄົນພາກັນລຽນແຖວລໍຖ້າຂໍການຊ່ວຍເຫຼືອ ຢູ່ສູນກາງຊອກວຽກ
ງານ ທີ່ນະຄອນລາສເວກັສ ລັດເນວາດາ, ວັນທີ 17 ມີນາ 2020.
ຄົນພາກັນລຽນແຖວລໍຖ້າຂໍການຊ່ວຍເຫຼືອ ຢູ່ສູນກາງຊອກວຽກ ງານ ທີ່ນະຄອນລາສເວກັສ ລັດເນວາດາ, ວັນທີ 17 ມີນາ 2020.

ການຂໍເງິນຫວ່າງງານໄດ້ຫລຸດລົງອາທິດແລ້ວນີ້ ອີງຕາມກະຊວງແຮງງານໄດ້ລາຍງານ
ໃນວັນພະຫັດວານນີ້ ເຖິງແມ່ນວ່າການເພີ້ມຂຶ້ນຂອງກໍລະນີໄວຣັສ ໂຄໂຣນາ ໄດ້ຂົ່ມຂູ່
ທີ່ຈະຈຳກັດຮັດແຄບຕໍ່ການເຮັດທຸລະກິດ ຢູ່ໃນປະເທດ ທີ່ ມີເສດຖະກິດໃຫຍ່ທີ່ສຸດ
ຂອງໂລກ.

ມີພວກຄົນຫວ່າງງານຈຳນວນທັງໝົດ 712,000 ຄົນ ໄດ້ຍືນຄຳຮ້ອງຂໍເງິນຫວ່າງງານ
ຫລຸດລົງ 75,000 ຄົນ ຈາກໂຕເລກທີ່ໄດ້ມີການປັບປ່ຽນໃນອາ ທິດກ່ອນ. ແຕ່ວ່າໂຕ
ເລກໃໝ່ ຍັງສູງກວ່າໂຕເລກສູງສຸດ ກ່ອນການແຜ່ລະ ບາດ ທີ່ຢ້ອນກັບໄປຫາຊຸມປີ
1960 ແລະກວມເຖິງການຂໍເງິນ ທີ່ມີຢ່າງສູງທັງໝົດທີ່ໄດ້ເລີ້ມແຕ່ກາງເດືອນມີນາເວລາ
ໄວຣັສໂຄໂຣນາໄດ້ແຜ່ຂະຫຍາຍ ເຂົ້າມາສູ່ສະຫະລັດ.

ອັດຕາການຫວ່າງງານໄດ້ເປັນຂີດໝາຍດີຂຶ້ນຈາກຈຸດຕໍ່າຂອງການແຜ່ລະບາດອັດຕາ
ຄົນຫວ່າງງານ 14.7 ເປີເຊັນໃນເດືອນເມສາ. ແຕ່ວ່າຫຼາຍສິບພັນຂອງ ກໍລະນີໄວຣັສ
ໂຄໂຣນາໃໝ່ ທີ່ກໍາລັງບັນທຶກ ໃນແຕ່ລະມື້ຢູ່ໃນສະຫະລັດ ເປັນເວລາຫຼາຍອາທິດມາ
ແລ້ວນັ້ນ ບັນດາຜູ້ປົກຄອງລັດແລະພວກເຈົ້າໜ້າທີ່ປະຈຳ ເມືອງຕ່າງໆ ໄດ້ພາກັນວາງ
ມາດຕະການໃໝ່ຕໍ່ກິດຈະການທຸລະກິດ ຫຼັງຈາກ ໄດ້ຍົກເລີກການຈຳກັດເມື່ອຫຼາຍເດືອນ
ກ່ອນເວລາປາກົດວ່າໄວຣັສໄດ້ຫລຸດລົງ ແດ່ແລ້ວ.

ດ້ວຍຄຳສັ່ງໃໝ່ໃຫ້ພາກັນຢູ່ໃນບ້ານເຣືອນທີ່ກຳລັງວາງມາດຕະການ ຢູ່ໃນບາງບ່ອນ
ທີ່ມີການລະບາດຮ້າຍແຮງສຸດ ການຈຳກັດໃໝ່ອາດເປັນການເຕືອນວ່າ ພວກແຮງງານ
ສະຫະລັດອາດມີການຫວ່າງງານເພີ້ມຂຶ້ນໃນຫຼາຍອາທິດທີ່ຈະມາ ເຖິງນີ້.

ບັນດາຮ້ານຂາຍຍ່ອຍ ແລະຮ້ານອາຫານພາກັນຕັດເວລາລົງ ຖ້າຫາກວ່າເຂົາ ເຈົ້າເປີດ
ໃນຂະນະທີ່ການບັນເທີງແລະສູນກາງສິນລະປະພາກັນຍົກເລີກການ ສະແດງສົດ.
ອາກາດຂອງລະດູໜາວທີ່ກຳລັງຈະມາເຖິງສະຫະລັດ ຍັງໝາຍ ຄວາມວ່າ ທຸລະກິດ
ການເຕົ້າໂຮມກັນຢູ່ຂ້າງນອກ ເປັນໄປໄດ້ທີ່ຈະໜ້ອຍລົງ.

ບັນດາສະມາຊິກຢູ່ລັດຖະສະພາ ຍັງບໍ່ສາມາດຕົກລົງກັນໄດ້ຫຼາຍເດືອນມາແລ້ວ ໃນ
ການພິຈາລະນາຊ່ວຍເຫຼືອໄວຣັສໂຄໂຣນາໃຫ້ພວກຫວ່າງງານ ບັນດາທຸລະ ກິດ ແລະ
ລັດ ແລະລັດຖະບານທ້ອງຖິ່ນ ກໍາລັງເວົ້າກັນອີກ ກ່ຽວກັບການອະນຸ ມັດເງິນຊ່ວຍເຫຼຶອ
ຫຼາຍກວ່າ 3 ພັນຕື້ໂດລາ ທີ່ເຂົາເຈົ້າໄດ້ອະນຸມັດ ເມື່ອຫຼາຍ ເດືອນທີ່ຜ່ານມານັ້ນ ຊຶ່ງ
ເກືອບທັງໝົດ ໄດ້ຈ່າຍໄປຮຽບຮ້ອຍແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG