ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ເຮືອບິນອາຍພົ່ນ ຂັບໄລ່ ສຫລ Super Hornet ຍິງເຮືອບິນ ຂອງຊີເຣຍ ຕົກ


ເຮືອບິນຂັບໄລ່ Super Hornet ຂອງສະຫະລັດ ບິນຂຶ້ນຈາກ
ກຳປັ່ນ ບັນທຸກເຮືອບິນ USS Nimitz, ວັນທີ 29 ຕຸລາ 2016. ມີລາຍງານວ່າ Super Hornet ໄດ້ຍິງເຮືອບິນຂັບໄລ່ ລຸ້ນ SU-22 ຂອງຊີເຣຍ ຕົກ ໃນວັນອາທິດວານນີ້.
ເຮືອບິນຂັບໄລ່ Super Hornet ຂອງສະຫະລັດ ບິນຂຶ້ນຈາກ ກຳປັ່ນ ບັນທຸກເຮືອບິນ USS Nimitz, ວັນທີ 29 ຕຸລາ 2016. ມີລາຍງານວ່າ Super Hornet ໄດ້ຍິງເຮືອບິນຂັບໄລ່ ລຸ້ນ SU-22 ຂອງຊີເຣຍ ຕົກ ໃນວັນອາທິດວານນີ້.

ເຮືອບິນອາຍພົ່ນຂັບໄລ່ ສະຫະລັດ ລຳນຶ່ງ ໄດ້ຍິງເຮືອບິນຂອງຊີເຣຍຕົກ ໃນວັນ
ອາທິດວານນີ້ ຫຼັງຈາກ ທີ່ມັນໄດ້ຖິ້ມລະເບີດໃສ່ ພວກນັກລົບທີ່ໜູນຫລັງ ໂດຍ
ສະຫະລັດ ຊຶ່ງກຳລັງສູ້ລົບຕໍ່ຕ້ານ ພວກຫົວຮຸນແຮງລັດອິສລາມຢູ່.

ທຳນຽບຫ້າແຈ ຫຼື Pentagon ໄດ້ກ່າວໃນວັນອາທິດວານນີ້ວ່າ ເຮືອບິນລຸ້ນ SU-22
ຂອງຊີເຣຍ ໄດ້ຖິ້ມລະເບີດ ໃສ່ພວກນັກລົບພາຄີຂອງກຸ່ມແນວໂຮມ ຢູ່ໃກ້ໆກັບເມືອງ
Tabqah.

ເຮືອບິນຂັບໄລ່ ສະຫະລັດ Super Hornet ໃນທັນທີທັນໃດ ໄດ້ຕອບໂຕ ແລະ ຍິງ
ເຮືອບິນລຳດັ່ງກ່າວຂອງຊີເຣຍຕົກ. ບໍ່ຮູ້ຫຍັງເລີຍກ່ຽວກັບ ນັກບິນ ຫຼື ວ່າ ມີຜູ້ເສຍ
ຊີວິດ ຫຼືບໍ່.

ກ່ອນໜ້ານີ້ ກອງກຳລັງຂອງຊີເຣຍ ໄດ້ໂຈມຕີ ພວກນັກລົບກຸ່ມແນວໂຮມ ຢູ່ໃນເມືອງ
Ja’Din ໂດຍເຮັດໃຫ້ພວກນັກລົບ ຈຳນວນນຶ່ງໄດ້ຮັບບາດເຈັບ ແລະ ຂັບໄລ່ ພວກ
ເຂົາເຈົ້າອອກໄປຈາກເມືອງດັ່ງກ່າວ. ເຮືອບິນຂອງກຸ່ມແນວໂຮມ ໄດ້ຢັບຢັ້ງກອງກຳລັງ
ທີ່ສະໜັບສະໜູນລັດຖະບານຊີເຣຍ ບໍ່ໃຫ້ບຸກຄືບໜ້າເຂົ້າໄປເມືອງ Ja’Din.

ກຸ່ມແນວໂຮມ ໄດ້ຕິດຕໍ່ຫາ ບັນດາຜູ້ບັນຊາການຂອງຣັດເຊຍ ເພື່ອກຳນົດ “ເສັ້ນບໍ່
ໃຫ້ ເກີດການປະທະກັນ”
ແລະເພື່ອປ້ອງກັນບໍ່ໃຫ້ການສູ້ລົບກັນ ຮ້າຍແຮງຂຶ້ນຕື່ມ.

ທຳນຽບຫ້າແຈ ກ່າວວ່າ ການກະທຳຂອງຕົນ ເມື່ອວັນອາທິດວານນີ້ ແມ່ນຢູ່ພາຍ
ໃນກົດລະບຽບ ຂອງການດຳເນີນການ ແລະ ເປັນການປ້ອງກັນໂຕເອງໂດຍລວມ
ຂອງກອງກຳລັງແນວໂຮມ.

ທຳນຽບຫ້າແຈ ກ່າວອີກວ່າ ພາລະກິດຂອງກຸ່ມແນວໂຮມ ຢູ່ໃນຊີເຣຍ ແລະ ອີຣັກ
ແມ່ນເພື່ອເອົາຊະນະກຸ່ມລັດອິສລາມ ເທົ່ານັ້ນ.

ທຳນຽບຫ້າແຈ ກ່າວວ່າ “ກຸ່ມແນວໂຮມ ບໍ່ໄດ້ສະແຫວງຢາກຕໍ່ສູ້ກັບກອງກຳລັງ
ຂອງ ລັດຖະບານຊີເຣຍ, ຣັດເຊຍ ຫຼື ກຳລັງທີ່ສະໜັບສະໜູນ ຊີເຣຍ ແຕ່ກໍຈະບໍ່
ລັງເລໃຈ ທີ່ຈະປົກປ້ອງ ກຸ່ມແນວໂຮມ ຫຼື ກຳລັງທີ່ເປັນພາຄີ ຈາກໄພຂົ່ມຂູ່ໃດໆ.”

ອ່ານຂ່າວນີ້ຕື່ີມ ເປັນພາສາອັງກິດ

XS
SM
MD
LG