ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກ​ແຂ່ງ​ລົດອາຍ​ພົ່ນ ສະ​ຫະ​ລັດ ເສຍ​ຊີ​ວິດ ໃນ​ອຸ​ບັດ​ຕິ​ເຫດ


ນາງ ເຈັ​ສ​ຊີ ໂຄມ​ສ໌ ເຈ​ົ້າ​ຮ່ວມ​ໃນ​ການ​ເປັນ​ຄະ​ນະ​ກຳ​ມະ​ການ​ສຳ​ລັບ​ລາຍ​ການ ຄວາມ​ໄວ "Overhaulin". 2 ສິ​ງ​ຫາ, 2012.
ນາງ ເຈັ​ສ​ຊີ ໂຄມ​ສ໌ ເຈ​ົ້າ​ຮ່ວມ​ໃນ​ການ​ເປັນ​ຄະ​ນະ​ກຳ​ມະ​ການ​ສຳ​ລັບ​ລາຍ​ການ ຄວາມ​ໄວ "Overhaulin". 2 ສິ​ງ​ຫາ, 2012.

ນາງ ເຈັ​ສ​ຊີ ໂຄມ​ສ໌, ນັກ​ຂັບ​ລົດ​ແຂ່ງຄົນ ອ​າ​ເມ​ຣິ​ກັນ ທີ່​ຮູ້​ຈັກ​ດັ່ງ​ກັບ “ແມ່​ຍິງ​ທີ່​ໄວ​ທີ່​ສຸ​ດ
ໃນລົດສີ່ລໍ້” ໄດ້ເສຍຊີວິດໃນຂະນະທີ່ພະຍາຍາມທຳລາຍສະຖິຕິຄວາມໄວ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ລັດ ອໍ​ເຣກອນ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ປະ​ເທດ ໄດ້​
ກ່າວວ່າ ນາງ ເຈັສຊີ ອາຍຸ 39 ປີໄດ້ເສຍຊີວິດໃນວັນອັງຄານວານນີ້ ເມື່ອລົດອາຍພົ່ນ
ຂອງລາວໄດ້ປະສົບອຸບັດຕິເຫດຢູ່ພື້ນທະເລສາບແຫ້ງ ໃນທະເລຊາຍ ອາລວອດ.

ສາ​ເຫດ​ຂອງ​ອຸ​ບັດ​ຕິ​ເຫດ​ແມ່ນ​ກຳ​ລັງ​ຢູ່​ໃນ​ການ​ສືບ​ສວນ​ສອບ​ສວນ.

ນາງ ເຈັ​ສ​ຊີ ໄດ້​ສ້າງ​ສະ​ຖິ​ຕິ​ໃນ​ປີ 2013 ດ້ວຍ​ການ​ຂັບ​ລົດ​ສີ່​ລໍ້​ດ້ວຍ​ຄວາມ​ໄວ 641 ກິ​
ໂລແມັດຕໍ່ຊົ່ວໂມງ. ລາວໄດ້ພະຍາຍາມທີ່ຈະເອົາຊະນະສະຖິຕິ 823 ກິໂລແມັດຕໍ່ຊົ່ວ
ໂມງຂອງນາງ ຄິດຕີ ໂອນຽລ ໃນລົດທີ່ມີສາມລໍ້ ໃນປີ 1976.

ນອກ​ຈາກ​ອາ​ຊີບ​ການ​ຂັບ​ລົດ​ຂອງ​ລາວ​ແລ້ວ, ນາງ ເຈັ​ສ​ຊີ ກໍ​ເປັນ​ທີ່​ຮູ້​ຈັກ​ສຳ​ລັບ​ວຽກ​
ຂອງລາວໃນໂທລະພາບ, ລວມທັງການປາກົດຕົວໃນລາຍການ Mythbusters,
Overhaulin ແລະ All Girls Garage.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG