ການອະນຸມັດຕໍ່ການຍົກຍ້າຍຖານທັບອາກາດຂອງທະຫານມາ
ຣີນສະຫະລັດໄປຍັງບໍລິເວນທີ່ມີການຖົມດິນໃນເຂດແຄມຝັ່ງທະ
ເລ ແຕ່ກໍກ່າວວ່າ ທ່ານຈະສືບຕໍ່ກົດດັນ ໃຫ້ຍົກຍ້າຍຖານທັບດັ່ງ
ກ່າວນີ້ ອອກໄປຈາກເກາະໂອກີນາວາ ຢ່າງຊິ້ນເຊີງ.
ເຈົ້າໜ້າທີ່ຄົນນຶ່ງຂອງເກາະໂອກີນາວາ ໃຫ້ການຢືນຢັນ ໃນວັນ
ສຸກມື້ນີ້ວ່າ ຜູ້ປົກຄອງເກາະທ່ານ Hirokazu Nakaima ໄດ້ໃຫ້ ການອະນຸມັດຕໍ່ຄຳຮ້ອງຂອງກະຊວງປ້ອງກັນປະເທດຍີ່ປຸ່ນເພື່ອ
ໃຫ້ຖົມດິນສຳລັບສ້າງຖານທັບແຫ່ງໃໝ່ໃນບໍ ລິເວນແຄມຝັ່ງທະ
ເລຂອງເກາະໂອກີນາວາ. ຖານທັບແຫ່ງນີ້ ຈະໃຊ້ແທນຖານທັບ
ຂອງທະຫານມາຣີນ ທີ່ Futenma ຊຶ່ງເປັນເຂດ ທີ່ມີປະຊາຊົນອາໄສຢູ່ ຂ້ອນຂ້າງແອອັດ ຂອງເກາະໃຫຍ່ໂອກີນາວານັ້ນ.
ແຕ່ແນວໃດກໍຕາມ ຜູ້ປົກຄອງເກາະໂອກີນາວາ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ໃນເວລາ ຕໍ່ມາວ່າ ທ່ານຍັງເຊື່ອໝັ້ນວ່າວິທີທີ່ໄວທີ່ສຸດໃນການຍ້າຍທະຫານອອກຈາກເຂດ Futen-
ma ກໍຄືໃຫ້ເຂົາເຈົ້າໄປຢູ່ທີ່ຖານທັບຊຶ່ງມີສະໜາມບິນຢູ່ແລ້ວນອກເກາະໂອກີນາວາ. ທ່ານ Nakaima ໄດ້ປະກາດໃນລະຫວ່າງໂຄສະນາຫາສຽງວ່າ ຈະຍົກຍ້າຍຖານທັບຂອງສະຫະ ລັດແຫ່ງນີ້ ອອກໄປຈາກເກາະໂອກີນາວາ.
ນາຍົກລັດຖະມົນຕີ Shinzo Abe ໄດ້ຊັກຊວນໃຫ້ທ່ານ Nakaima ໃຫ້ການອະນຸມັດກ່ຽວ ກັບການຍົກຍ້າຍດັ່ງກ່າວ ໃນການປະຊຸມກັນ ເມື່ອວັນພຸດຜ່ານມາ ຫຼັງຈາກໄດ້ສະເໜີເພີ້ມ ການຊ່ອຍເຫຼືອທາງດ້ານການເງິນແກ່ເກາະໂອກີນາວາ.
ເຂດ Futenma ຕັ້ງຢູ່ໃນບໍລິເວນ ທີ່ມີປະຊາຊົນອາໄສຢູ່ຢ່າງໜາແໜ້ນຂອງເມືອງ Gino-
van ບ່ອນທີ່ຜູ້ຄົນ ພາກັນຈົ່ມວ່າ ກ່ຽວກັບສຽງຂອງເຮືອບິນອາຍພົ່ນ ແລະຄວາມປອດໄພ ຂອງປະຊາຊົນ ທີ່ອາໄສຢູ່ ໃນເຂດອ້ອມແອ້ມຖານທັບ. ກຸງໂຕກຽວໄດ້ຢືນຢັດໃນການຍົກ ຍ້າຍດັ່ງກ່າວ ດັ່ງທີ່ກຳນົດໄວ້ ໃນຂໍ້ຕົກລົງ ທີ່ໄດ້ບັນລຸກັນກັບສະຫະລັດ ໃນປີ 2006.
ປະຊາຊົນໃນເກາະໂອກີນາວາ ໄດ້ຄັດຄ້ານຢ່າງແຂງຂັນຕໍ່ຂໍ້ຕົກລົງສະບັບນີ້.