ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຊ້ອມລົບຮ່ວມຄັ້ງໃຫຍ່ສຸດ ລະຫວ່າງສຫລແລະຍີ່ປຸ່ນ ເລີ້ມຂຶ້ນແລ້ວ


ກໍ່າປັ່ນບັນທຸກເຮືອບິນ ທີ່ແລ່ນດ້ວຍພະລັງນີວເຄລຍ USS George Washington ກໍໄປຮ່ວມໃນການຊ້ອມລົບ ຢູ່ໃນເຂດນ່ານນ້ຳຂອງຍີ່ປຸນ.
ກໍ່າປັ່ນບັນທຸກເຮືອບິນ ທີ່ແລ່ນດ້ວຍພະລັງນີວເຄລຍ USS George Washington ກໍໄປຮ່ວມໃນການຊ້ອມລົບ ຢູ່ໃນເຂດນ່ານນ້ຳຂອງຍີ່ປຸນ.

ໃນ​ວັນ​ສຸກ​ມື້ນີ້ ສະຫະລັດແລະຍີ່ປຸ່ນ​ໄດ້​ເລີ້ມທໍາການຊ້ອມ
ລົບຮ່ວມກັນຄັ້ງໃຫຍ່ທີ່​ສຸດ​ເທົ່າທີ່ປະ​ເທດ​ທັງ​ສອງໄດ້ຈັດ
ຂຶ້ນຮ່ວມກັນ ​ໂດຍ​ມີ​ເກົາຫລີ​ໃຕ້​ເຂົ້າຮ່ວມ​ເປັນ​ຜູ້ສັງ​ເກດ
ການເປັນຄັ້ງທຳ​ອິດ.

ການຊ້ອມລົບດັ່ງ​ກ່າວ ໄດ້ມີການວາງແຜນກັນໄວ້ ໄດ້ປີ
ກວ່າມາແລ້ວ. ແຕ່ມີລາຍງານຂ່າວ ອ້າງຄໍາເວົ້າຂອງ​ພວກ
ເຈົ້າໜ້າທີ່ກະຊວງປ້ອງກັນປະເທດຍີ່ປຸ່ນ ທີ່ເວົ້າວ່າພວກເຂົາ
ເຈົ້າຍິນດີນໍາການສະແດງອອກເຖິງການຮ່ວມມືທາງທະ
ຫານທ່າມກາງຄວາມເຄັ່ງຕຶງຢ່າງໜັກ ລຸນຫລັງທີ່ມີການຍິງ
ໂຈມຕີດ້ວຍປືນໃຫຍ່ຂອງເກົາຫລີເໜືອ ໃສ່​ເກາະ​ແຫ່ງ​ນຶ່ງ
ຂອງເກົາຫລີໃຕ້ ໃນອາທິດແລ້ວນີ້.

ມີ​ກໍ່າປັ່ນ​ລົບ ປະມານ 60 ລຳ ຊຶ່ງລວມທັງກໍ່າປັ່ນບັນທຸກເຮືອບິນ USS George Washington ​ທີ່ແລ່ນ​ດ້ວຍພະລັງ​ນີວ​ເຄລຍ, ເຮືອບິນ 400 ລຳ ​ແລະພົນທະຫານ ປະມານ 44 ພັນ​ຄົນ ຈະ​ເຂົ້າຮ່ວ​ມ​ໃນເກ​ມສົງຄາມ ທີ່​ເອີ້ນ​ວ່າ “Keen Sword” ຫລື
“ດາບທີ່ແຫລມຄົມ” ທີ່​ຈະ​ດຳ​ເນີນ​ໄປ​ເປັນ​ເວລາ 8 ມື້ ຢູ່ຖານ​ທັບຕ່າງໆໃນຍີ່​ປຸ່ນ ​ແລະ ຢູ່​ໃນ
ນ່ານຟ້າ ​ແລະນ່ານນໍ້າຕ່າງໆ ຢູ່​ອ້ອມ​ເກາະດອນ​ຂອງຍີ່ປຸ່ນນັ້ນ.

ການຊ້ອມລົບຄັ້ງນີ້ ​ໄດ້​ມີ​ຂຶ້ນໃນ​ເວລາ​ບໍ່ພໍ​ເທົ່າ​ໃດ ລຸນຫລັງ​ທີ່ສະຫະລັດ ​ແລະເກົາຫລີໃຕ້​ໄດ້
ສິ້ນສຸດ​ການຊ້ອມລົບ​ຮ່ວມກັນໃນເຂດ​ທະ​ເລ​ເຫລືອງ ​ນອກຊາຍ​ຝັ່ງຕາ​ເວັນ​ຕົກຂ​ອງແຫລມ​
ເກົາຫລີ.

XS
SM
MD
LG