ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ແລະ ຍີ່​ປຸ່ນ ຮຽກ​ຮ້ອງ​ຕໍ່ປະ​ເທດ​ຕ່າງໆ​ ບໍ່​ໃຫ້​ສົ່ງ​ອາ​ວຸດ​ນິວ​ເຄ​ລຍ ຂຶ້ນ​ສູ່ວົງໂຄ​ຈອນ ​ໃນ​ອະ​ວະ​ກາດ


ທຸງ​ຊາດ ຣັດ​ເຊຍ, ສັນ​ຍາ​ລັກ​ນິວ​ເຄ​ລຍ ແລະ ຄຳ​ວ່າ "ອາ​ວຸດ​ອະ​ວະ​ກາດ" ສະ​ແດງ​ໃຫ້​ເຫັນ​ໃນ​ພາບ​ບັນ​ລະ​ຍາຍນີ້, 13 ມີ​ນາ 2024.
ທຸງ​ຊາດ ຣັດ​ເຊຍ, ສັນ​ຍາ​ລັກ​ນິວ​ເຄ​ລຍ ແລະ ຄຳ​ວ່າ "ອາ​ວຸດ​ອະ​ວະ​ກາດ" ສະ​ແດງ​ໃຫ້​ເຫັນ​ໃນ​ພາບ​ບັນ​ລະ​ຍາຍນີ້, 13 ມີ​ນາ 2024.

ສະ​ຫະ​ລັດ​ ແລະ ຍີ່​ປຸ່ນ ໃນ​ວັນ​ຈັນ​ວານນີ້​ໄດ້​ສະ​ເໜີນ​ຮ່າງ​ຍັດ​ຕິ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດສະ​ບັບ​ນຶ່ງ ທີ່​ກ່າວ​ຢ້ຳ​ວ່າ ປະ​ເທດ​ຕ່າງໆ​ຄວນ​ປະ​ຕິ​ບັດ​ຕາມ​ສົນ​ທິ​ສັນ​ຍາ​ທີ່​ຫ້າມ​ການ​ນຳ​ເອົາ​ອາ​ວຸດ​ນິວ​ເຄ​ລຍ​ຂຶ້ນ​ໄປ​ໃນ​ອະ​ວະ​ກາດ, ເຊິ່ງ​ແມ່ນ​ຂໍ້​ຄວາມ​ທີ່​ປາ​ກົດວ່າ ​ແນ​ເປົ້າ​ໃສ່ ຣັດ​ເຊຍ.

ລັດ​ຖະ​ບານ ວໍ​ຊິງ​ຕັນ ເຊື່ອ​ວ່າ ມົ​ສ​ກູ ແມ່ນ​ກຳ​ລັງ​ພັດ​ທະ​ນາ​ອາ​ວຸດ​ນິວ​ເຄ​ລຍ​ຕໍ່​ຕ້ານ​ດາວ​ທຽມເທິງອະ​ວະ​ກາດ ເຊິ່ງ​ການ​ລະ​ເບີດ​ອາດ​ກໍ່​ໃຫ້​ເກີດ​ຄວາມ​ຫາ​ຍະ​ນະ ດ້ວຍ​ການທຳ​ລາຍທຸກ​ຢ່າງ​ນັບ​ຈາກ​ການ​ສື່​ສານ​ທາງ​ທະ​ຫານ​ເຖິງ​ການ​ບໍ​ລິ​ການ​ຂີ່​ຍານ​ພາ​ຫະ​ນະ​ທີ່​ອາ​ໄສ​ໂທ​ລະ​ສັບ, ແຫຼ່ງ​ຂ່າວ​ທີ່​ຄຸ້ນ​ເຄີຍ​ກັບ​ບັນ​ຫາ​ດັ່ງ​ກ່າວ​ໄດ້​ເວົ້າ.

ຣັດ​ເຊຍ, ເຊິ່ງ​ແມ່ນ​ຄະ​ນະ​ຂອງ​ສົນ​ທິ​ສັນ​ຍາ​ນອກ​ໂລກປີ 1967 ທີ່​ຫ້າມ “ນຳ​ເອົາ​ວັດ​ຖຸ​ທີ່​ບັນ​ຈຸ​ອາ​ວຸ​ດ​ນິວ
​ເຄ​ລຍ​ໃດໆ​ຂຶ້ນ​ໄປ​ໃນວົງໂຄ​ຈອນ​ເທິງ​ອະ​ວະ​ກາດແມ່ນ​ຖືກຫ້າມ​ໂດຍ​ສົນ​ທິ​ສັນ​ຍາ​ເພື່ອບໍ່​ໃຫ້​ພັດ​ທະ​ນາມັນ, ແຕ່​ແນວ​ໃດ​ກໍ​ຕາມ, ແມ່ນ​ບໍ່​ໄດ້​ຖືກ​ຍັບ​ຢັ້ງ.

ໃນ​ຮ່າງ​ຍັດ​ຕິ​ຂອງ​ເຂົາ​ເຈົ້າ​ທີ່​ອົງ​ການ​ຂ່າວ ຣອຍ​ເຕີ ໄດ້​ເຫັນ​ນັ້ນ, ສະ​ຫະ​ລັດ, ເຊິ່ງ​ແມ່ນ​ພຽງ​ປະ​ເທດ​ດຽວ​ທີ່​ໄດ້​ໃຊ້​ອາ​ວຸດ​ນິວ​ເຄ​ລຍ​ໃນ​ສົງ​ຄາມ, ແລະ ຍີ່​ປຸ່ນ, ທີ່​ເປັນ​ພຽງ​ປະ​ເທດ​ດຽວ​ທີ່​ຖືກ​ໂຈມ​ຕີ​ນັ້ນ, ໄດ້​ຮຽກ​ຮ້ອງຕໍ່​ປະ​ເທດ​ຕ່າງໆ​ທີ່ຜູກມັດໂດຍ​ສົນ​ທິ​ສັນ​ຍາ​ ບໍ່ໃຫ້​ນຳ​ເອົາ​ອາ​ວຸດ​ດັ່ງ​ກ່າວ​ຂຶ້ນ​ໄປ​ໃນ​ອະ​ວະ​ກາດ ແລະ ພ້ອມ​ກັນ​ນັ້ນ​ບໍ່​ໃຫ້​ພັດ​ທະ​ນາ​ມັນ.

ລາຍ​ງານ​ຕ່າງໆ​ ກ່ຽວ​ກັບ ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ພັດ​ທະ​ນາ​ຂອງ ຣັດ​ເຊຍ ໄດ້​ມີ​ອອກ​ມາຫຼັງ​ຈາກ​ສະ​ມາ​ຊິກ​ສະ​ພາ​ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ​ຄົນ​ນຶ່ງ​ເມື່ອ​ວັນ​ທີ 14 ກຸມ​ພາທີ່​ຜ່ານ​ມາ ໄດ້​ອ​ອກ​ຖະ​ແຫຼງ​ການ​ລັບ​ທີ່​ເຕືອນ ກ່ຽວ​ກັບ “ໄພ​ຂົ່ມ​ຂູ່​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ທີ່​ຮ້າຍ​ແຮງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG