ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ແລະຍີ່ປຸ່ນ ເສີມຂະຫຍາຍ ການຮ່ວມມື ດ້ານປ້ອງກັນ ປະເທດ (ວີດີໂອ)


ລມຕ​ ການ​ຕ່າງປະ​ເທດ ສຫລ ທ່ານ John Kerry ​ແລະ ລມຕ
ປ້ອງ​ກັນປະ​ເທດ ທ່ານ Chuck Hagel ຈັບມືກັບຄູ່​ຕໍາ​ແໜ່​ງຝ່າຍ
ຍີ່ປຸ່ນ ​ທີ່ກຸງ​ໂຕ​ກຽວ.
ລມຕ​ ການ​ຕ່າງປະ​ເທດ ສຫລ ທ່ານ John Kerry ​ແລະ ລມຕ ປ້ອງ​ກັນປະ​ເທດ ທ່ານ Chuck Hagel ຈັບມືກັບຄູ່​ຕໍາ​ແໜ່​ງຝ່າຍ ຍີ່ປຸ່ນ ​ທີ່ກຸງ​ໂຕ​ກຽວ.
ສະຫະລັດ ຈະ​ຕິດ​ຕັ້ງ​ເຣດາຕໍ່ຕ້ານ​ລູກ​ສອນ​ໄຟ​ຊະນິດ​ໃໝ່ໃນ
​ຍີ່ປຸ່ນ​ ແລະນຳໃຊ້​ເຮືອບິນສອດ​ແນມ ທີ່​ບໍ່​ມີ​ຄົນ​ຂັບ ຢູ່​ໃນ​ເຂດ
ມະຫາ​ສະມຸດປາຊິ​ຟິກ ພາຍ​ໃຕ້ຂໍ້ຕົກລົງທີ່​ບັນລຸ​ກັນລະຫວ່າງ​
ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງສະຫະລັດ​ແລະ​ຍີ່ປຸ່ນ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ ​ແມ່ນ​ເປັນ​ພາກສ່ວນ​ນຶ່ງ ຂອງ​ແນວ​
ນະ​ໂຍບາຍໃນຂໍ້​ຕົກລົງ​ປ້ອງ​ກັນ​ປະ​ເທດ​ ທີ່​ມີ​ການ​ຕໍ່​ອາຍຸ ຊຶ່ງ​
ໄດ້ລົງ​ນາມ​ ໃນ​ວັນ​ພະຫັດ​ມື້ນີ້ ​ໂດຍລັດຖະມົນຕີ​ການ​ຕ່າງປະ
​ເທດສະຫະລັດ ທ່ານ John Kerry ​ແລະລັດຖະມົນຕີປ້ອງ​ກັນ
ປະ​ເທດ Chuck Hagel ແລະ​ຄູ່​ຕໍາ​ແໜ່​ງຝ່າຍຍີ່ປຸ່ນ ​ທີ່ກຸງ​ໂຕ​ກຽວ.

​ພາຍ​ໃຕ້​ຂໍ້​ຕົກລົງ​ສະບັບນີ້ ສະຫະລັດຈະ​ນຳ​ໃຊ້​ເຮືອບິນ​ສອດ​ແນມ​ບໍ່​ມີ​ຄົນ​ຂັບ ທີ່​ບິນ​ໄດ້ໃນ ​
ໄລຍະ​ໄກ Global Hawk ​ເພື່ອ​ຊ່ວຍ​ໃນ​ການລາດຕະເວນ​ເບິ່ງການເຄື່ອນໄຫວຕ່າງໆຢູ່ ​
ໃນ​ເຂດ​ມະຫາ​ສະມຸດປາຊິຟິກ ບ່ອນທີ່ຍີ່ປຸ່ນ ມີສ່ວນພົວພັນ​ໃນ​ບັນຫາ​ຂັດ​ແຍ້​ງ​ເລື່ອງ​
ເຂດນໍ້າ​ແດນ​ດິນກັບຈີນ.

ນອກ​ນັ້ນ ສະຫະລັດຍັງ​ຈະ​ຕິດຕັ້ງ ລະບົບ​ເຣດາ X-band ຢູ່ທີ່​ຖານ​ທັບອາກາດ Kyoga-
misaki ໃນເຂດຝັ່ງທະເລກໍ້າຕາເວັນຕົກຂອງຍີ່ປຸ່ນ ພາຍໃນປີໜ້າ ​ເພື່ອ​ຮັບ​ມື​ກັບ​ໄພຂົ່ມຂູ່
ຈາກລູກ​ສອນ​ໄຟຂອງເກົາຫຼີເໜືອ.

ຍິ່ງ​ໄປ​ກວ່ານັ້ນ ຂໍ້ຕົກລົງດັ່ງກ່າວຍັງ​ໄດ້​ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ຕັດສິນ​ໃຈ
​ທີ່​ຈະຍົກຍ້າຍທະຫານມາຣີນຈຳນວນ 5000 ຄົນ ຈາກ​ເກາະ Okinawa ໄປຍັງເຂດອື່ນໆ
ໃນ​ມະຫາ​ສະມຸດປາຊິຟິກ ​ໂດຍ​ເວົ້າວ່າ ຍີ່ປຸ່ນຈະ​ຈ່າຍນຶ່ງ​ສ່ວນ​ສາມ ຂອງຄ່າໃຊ້ຈ່າຍ
ທັງໝົດ ໃນການຍົກຍ້າຍຄັ້ງນີ້.

ຂໍ້​ຕົກ​ລົງ​ພັນທະ​ມິດ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ ລະຫວ່າງສະຫະລັດແລະຍີ່ປຸ່ນ ບໍ່​ໄດ້​ມີ​ການ
ດັດ​ແປງ​ແກ້​ໄຂ ມາ​ເປັນເວລາ 15 ປີແລ້ວ ແລະພວກຜູ້ນໍາຂອງປະເທດທັງ​ສອງ​ກ່າວ​ວ່າ
ການປັບປຸງແກ້ໄຂດັ່ງກ່າວນີ້ ແມ່ນມີຄວາມຈໍາເປັນ ​ເພື່ອ​ຮັບ​ມື​ກັບ​ສະພາບ​ຂອງຂົ່ມຂູ່
ທີ່​ມີການ​ປ່ຽນ​ແປງ​ໄປ​ນັ້ນ.

ທ່ານ Kerry ​ແລະ ທ່ານ Hagel ພວມ​ຢູ່​ໃນ​ລະຫວ່າງການຢ້ຽມຢາມຂົງເຂດເອເຊຍ​ເປັນ
​ເວລາ​ຫຼາຍໆມື້ ອັນເປັນພາກສ່ວນນຶ່ງ​ໃນ​ການ​ດຳ​ເນີນຄວາມພະຍາຍາມ ​ເພື່ອ​ສ້າງ​ຄວາມ​
ກ້າວໜ້າໃຫ້​ແກ່ການ​ເພັ່ງ​ເລັງ​ໃໝ່ທາງການທູດ ແລະຄວາມ​ໝັ້ນຄົງ ຂອງປະທານາທິບໍດີ
ບາຣັກ ໂອບາມາ ​ໃນເຂດມະຫາ​ສະມຸດປາຊິຟິກ.

US JAPAN SECURITY VOSOTVO.mov
please wait

No media source currently available

0:00 0:00:43 0:00
XS
SM
MD
LG