ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຍິີ່ປຸ່ນ ແລະ ເກົາຫຼີໃຕ້ ຈະລົງນາມ ແບ່ງປັນຂໍ້ມູນ ສືບລັບ ກ່ຽວກັບ ເກົາຫຼີເໜືອ


ປະຊາຊົນຢ່າງຜ່ານປ້າຍໂຄສະນາ ທີ່ປະນາມນະໂຍບາຍ ເກົາຫລີເໜືອ ທີ່ຕິດໄວ້ຕາມຖະໜົນ.
ປະຊາຊົນຢ່າງຜ່ານປ້າຍໂຄສະນາ ທີ່ປະນາມນະໂຍບາຍ ເກົາຫລີເໜືອ ທີ່ຕິດໄວ້ຕາມຖະໜົນ.

ບັນດາ​ເຈົ້າ​ໜ້າ​ທີ່ ​ເກົາຫລີ​ໃຕ້ ກ່າວ​ວ່າ ສະຫະລັດ ​ແລະ​ຍີ່ປຸ່ນ
​ໄດ້​ຕົກລົງເຮັດ ສັນຍາ​ສາມ​ຝ່າຍ ​ໃນການແບ່ງປັນ​ຂໍ້ມູນ​ສືບ​
ລັບ ​ເພື່ອ​ປະ​ເຊີນ​ໜ້າ​ກັບໂຄງການ ລູກສອນໄຟ​ແລະ​ອາວຸດ
​ນິວ​ເຄລຍ ຂອງ​ເກົາຫລີ​ເໜືອ.

ບັນດາ​ເຈົ້າ​ໜ້ທີ່​ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ຂໍ້​ຕົກລົງນີ້​ຈະ​ຊ່ວ​ຍ
ໃຫ້​ພັນທະ​ມິດ​ທັງ​ສາມ ຕອບ​ໂຕ້ຢ່າງ​ວ່ອງ​ໄວ ​ຕໍ່​ການ​ກໍ່ກວນ​
ໃດໆ​ຂອງເກົາຫລີ​ເໜືອ ​ໃນ​ຂະນະທີ່​ຄວາມ​ເຄັ່ງ​ຕຶງ​ກັບພຽງ​
ຢາງພວມເພີ້ມທະວີຂຶ້ນນັ້ນ. ຂໍ້ຕົກລົງນີ້ແມ່ນຈະ​ແນໃສ່​ການ
ແບ່ງປັນຂໍ້ມູນສື​ບລັບ​ ກ່ຽວ​ກັບຄວາມກ້າວໜ້າ ໃນດ້ານລູກ
ສອນໄຟ ແລະອາວຸດນິວ​ເຄລຍຂອງ​ເກົາຫລີ​ເໜືອເທົ່ານັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ ​ເກົາຫລີ​ໃຕ້ ກ່າວ​ວ່າ ການ​ລົງ​ນາມ​ໃນຂໍ້​ຕົກລົງຢ່າງ​ເປັນ​ທາງ​ການ ​ໂດຍ
​ຮອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດເກົາຫລີ​ໃຕ້ ​ແລະຄູ່ຕຳແໜ່ງຝ່າຍ​ສະຫະລັດ ​ແລະ​ຍີ່ປຸ່ນ
ຈະ​ມີ​ຂື້ນໃນ​ວັນ​ຈັນ​ຈະ​ມາເຖິງ​ນີ້.

​ໃນ​ເດືອນ​ແລ້ວ​ນີ້ ສະ​ຖາ​ບັນ​ສະຫະ​ລັດ-​ເກົາຫລີ ທີ່​ມະຫາວິທະຍາ​ໄລ John Hopkins
ກ່າ​ວວ່າ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຕົ້ນແບຊ ​ທີ່ໄດ້​ເຫັນ​ກັນຫວ່າງ​ມໍ່ໆ​ມາ​ນີ້ ຢູ່ໃນການ​ເດີນ
ສວນສະໜາມ​ຂອງກອງທັບເກົາຫລີເໜືອ ອາດ​ຈະ​ກ້າວໜ້າ​ໄປ​ກວ່າ​ທີ່​ໄດ້​ເຊື່ອ​ກັນ​ໃນເມື່ອ
ກ່ອນ​ແລະ​ອາດ​ຈະ​ກ້າວໜ້າພຽງພໍທີ່ຈະຂົ່ມຂູ່ຕໍ່ເຂດ ຊາຍຝັ່ງ ທາງພາກ​ຕາ​ເວັນ​ຕົກ​ຂອງ
ສະຫະລັດໄດ້.

ບັນ​ດາ​ນັກວິ​ເຄາະ​ຕາ​ເວັນ​ຕົກ​ຫລາຍ​ທ່ານ ​ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ ລູກສອນໄຟ​ຂີ​ປະ​ນາ​
ວຸດ KN-08 ໂດຍເວົ້າວ່າ​ ຍັງຫລ້າຫລັງ ​ໃຊ້​ການ​ບໍ່​ໄດ້​ເທື່ອ ເວລາ​ປາກົດ​ຢູ່ໃນ​ຮູບ​ພາບ
ການ​ເດີນ​ສວນສະໜາມ​ທີ່ພຽງຢາງ ​ໃນ​ເດືອນ​ເມສາ ປີ 2012 ​ແລະ​ອີກ​ເທຶ່ອນຶ່ງ​ໃນ​ເດືອນ
​ກໍລະ​ກົດຂອງ​ປີ​ນີ້ ​ແຕ່​ວ່າ ສະ​ຖາ​ບັນສະຫລັດ-​ເກົາຫລີ ກ່າວ​ວ່າ ​ລູກສອນໄຟດັ່ງກ່າວ ຖ້າ
​ຫາກ​ວ່າ​ເປັນ​ຂອງ​ປອມແທ້ ກໍຍັງປາກົດ​ວ່າມີ​ຄວາມ​ກ້າວໜ້າ​ຫລາຍ​ຂື້ນ ​ແລະສາມາດ​ໄປ
​ເຖິງ​ເປົ້າ​ໝາຍ ໃນອັນ​ທີ່ສະຖາບັນ ດັ່ງກ່າວ​ເວົ້າ​ໄດ້​ວ່າ “​ເປັນຕາ​ຢ້ານ​ອີ່ຫລີ.”

XS
SM
MD
LG