ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະ​ຫະ​ລັດ ຍີ​ປຸ່ນ ເກົາ​ຫຼີ​ໃຕ້ ປະ​ຊຸມ​ກັນ​ທີ່​ລັດ​ຮາ​ວາຍ ເພື່ອ​ຫາ​ລື ກ່ຽວ​ກັບ​ເລື້ອງ​ເກົາ​ຫຼີ​ເໜືອ ແລະ ຢູ​ເຄ​ຣນ


ຮູບ​ຖ່າຍ​ເມື່ອ​ວັນ​ທີ 11 ກຸມ​ພາ 2022 ຂອງ​ອົງ​ການ​ຂ່າວ​ສູນ​ກາງ​ເກົາ​ຫຼີ ຫຼື KCNA ສະ​ແດງ​ໃຫ້​ເຫັນ​ວ່າ​ ສະ​ຫະ​ພັນ​ເດ​ັກ​ນ້ອຍຂອງ​ກຳ​ມະ​ການ​ກາງ​ ຈາກ​ສັນ​ນິ​ບາດ​ຊາວ​ໜຸ່ມ​ຮັກ​ຊາດ​ສັງ​ຄົມ​ນິ​ຍົມ ພວມ​ສະ​ແດງ​ໃນ​ພິ​ທີ​ລະ​ນຶກ​ເຖິງວັນ​ຄົບ​ຮອບ 80 ປີ​ຂອງມື້​ລາງ ກິມ ຈົງ ອິນ ທີ່​ພຽງ​ຢາງ.
ຮູບ​ຖ່າຍ​ເມື່ອ​ວັນ​ທີ 11 ກຸມ​ພາ 2022 ຂອງ​ອົງ​ການ​ຂ່າວ​ສູນ​ກາງ​ເກົາ​ຫຼີ ຫຼື KCNA ສະ​ແດງ​ໃຫ້​ເຫັນ​ວ່າ​ ສະ​ຫະ​ພັນ​ເດ​ັກ​ນ້ອຍຂອງ​ກຳ​ມະ​ການ​ກາງ​ ຈາກ​ສັນ​ນິ​ບາດ​ຊາວ​ໜຸ່ມ​ຮັກ​ຊາດ​ສັງ​ຄົມ​ນິ​ຍົມ ພວມ​ສະ​ແດງ​ໃນ​ພິ​ທີ​ລະ​ນຶກ​ເຖິງວັນ​ຄົບ​ຮອບ 80 ປີ​ຂອງມື້​ລາງ ກິມ ຈົງ ອິນ ທີ່​ພຽງ​ຢາງ.

ຫົວ​ໜ້າ​ນັກ​ການ​ທູດ​ຈາກ​ສະ​ຫະ​ລັດ ຍີ່​ປຸ່ນ ແລະ​ເກົາ​ຫຼີ​ໃຕ້ ພົບ​ປະ​ກັນ​ທີ່​ລັດ​ຮາ​ວາຍ ໃນ​ວັນ​ເສົາ​ຜ່ານ​ມານີ້.

ການ​ປະ​ຊຸມ​ລະ​ຫ​ວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ ທ່ານ​ຮາ​ຢາ​ຊິ ໂຢ​ຊິ​ມາ​ຊະ ແລະລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເກົາ​ຫຼີ​ໃຕ້ ທ່ານ​ຈຸງ ອຸຍ ຢອງ ມີ​ຂຶ້ນ​ເພື່ອປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ເປັນ​ຫ່ວງ​ຮ່ວມ​ກັນ ຂອງ​ປະ​ເທດ​ທັງ​ສາມ.

ພວກ​ນັກ​ການ​ທູດກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ຮ່ວມທີ່​ນຳ​ອອກ​ເຜີຍ​ແຜ່​ຫຼັງ​ການ​ປະ​ຊຸມ​ກັນແລ້ວ ໂດຍ​ເວົ້າ​ວ່າ “ໂດຍ​ເນັ້ນ​ໜັກ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ຄັນໃນ​ການ​ຮ່ວມ​ມືສາມ​ຝ່າຍ ໃນ​ຂະ​ນະ​ທີ່​ພວກ​ເຮົາ​ພວມ​ຮັບ​ມື ​ກັບ​ກິດ​ຈະ​ການ​ຂອງ​ໂລກ​ ທີ່​ມີ​ຄວາມ​ສະ​ຫຼັບ​ຊັບ​ຊ້ອນ​ຫຼາຍ​ຂຶ້ນ​ຂອງ​ໂລກ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ມີ​ຄວາ​ມ​ໝັ້ນໝາຍ​ທີ່​ຈະ​ຂະ​ຫຍາຍ​ການ​ຮ່ວມ​ມືແລະ​ການ​ປະ​ສານ​ງານທຸກ​ຢ່າງ ກ່ຽວ​ກັບ​ຄວາມ​ໝັ້ນໃນ​ຂົງ​ເຂດ ພ້ອມ​ທັງ​ຂອງ​ໂລກ ແລະ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ແມ່ນ​ບູ​ລິມະ​ສິດ​.”

ຮວມ​ຢູ່​ໃນ​ບູ​ລິ​ມະ​ສິດ​ເຫຼົ່າ​ນີ້​ກໍ​ແມ່ນ​ການ​ມີ​ໜ້າ​ຂອງ​ກຳ​ລັງທະ​ຫານ​ຣັດ​ເຊຍຫຼາຍໆ​ພັນ​ຄົນຢູ່​ຕາມ​ຊາຍ​ແດນ​ຢູ​ເຄ​ຣນແລະ “ການ​ສະ​ໜັບ​ສະ​ໜຸນ​ແບບ​ບໍ່​ມີມື້​ປ່ຽນ​ແປງຮ່ວມ​ກັນຕໍ່​ອະ​ທິ​ປະ​ໄຕ​ ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຢູ​ເຄ​ຣນ” ​ຂອງ​ພວກນັກ​ການ​ທູດ ອີງ​ຕາມ​ຄຳ​ເວົ້າໃນ​ຖະ​ແຫຼງ​ການແລະ “ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ໃກ້​ຊິດ ເພື່ອ​ບໍ່​ໃຫ້​ຣັດ​ເຊຍ​ເພີ້ມ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ.”

ຄວາມ​ເປັນ​ຫ່ວງ​ອີກ​ເລື້ອງ​ນຶ່ງ ກໍ​ເກົາ​ຫຼີ​ເໜືອ​ແລະ​ໂຄງ​ການ​ລູກ​ສອນ​ໄຟ​ຂອງ​ປະເທດ​ດັ່ງ​ກ່າວ. ພວກ​ນັກ​ການ​ທູດ​ທັງ​ສາມ “ໄດ້​ປະ​ນາມ” ການ​ທົດ​ລອງຍິງ​ລູກສອນ​ໄຟ​ຂີ​ປະ​ນາ​ວຸດ​ເມື່ອ​ໄວໆ​ມານີ້​ຂອງ​ເກົາ​ຫຼີ​ເໜືອ ແລະ​ສະ​ແດງ​ຄວາມ​ເປັນຫ່ວງ​ຢ່າງ​ເລິກ​ກ່ຽວ​ກັບ​ການ​ທຳ​ລາຍ​ສະ​ຖຽນ​ລະ​ພາບ​ຂອງ​ການ​ກະ​ທຳ​ເຫຼົ່າ​ນີ້.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ທັງ​ສາມ​ກ່າວຢູ່​ໃນ​ຖະ​ແຫຼງ​ການ​ວ່າ ພວກ​ທ່ານ “​ມີຄວາມ​ໝັ້ນ​ໝາຍ ຕໍ່​ການ​ຮ່ວມ​ມືຢ່າງ​ໃກ້​ຊິດ​ສາມ​ຝ່າຍ ເພື່ອ​ໃຫ້​ແຫຼມ​ເກົາ​ຫຼີ​ບັນ​ລຸ​ການ​ເປັນ​ເຂດ​ປອດ​ນິວ​ເຄ​ລຍ​ຢ່າ​ງ​ຄົບ​ຖ້ວນ​ ແລະ​ມີ​ສັນ​ຕິ​ພາບ​ຢ່າງ​ຖາ​ວອນ.”

ການ​ປະ​ຊຸມ​ດັ່ງ​ກ່າວ ແມ່ນ​ບ່ອນ​ຢຸດ​ແວ່​ແຫ່ງ​ສຸດ​ທ້າຍ​ໃນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເອ​ເຊຍ​ຂອງ​ທ່ານບ​ລິງ​ເກັນ ຊຶ່ງ​ຮວມ​ທັງ​ການ​ຢຸດ​ແວ່​ຢູ່​ອອ​ສ​ເຕ​ຣ​ເລຍເພື່ອ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ຂອງ​ກຸ່ມ​ຄວດ ຫຼື​ສີ່​ປ​ະ​ເທດ​ທີ່​ປະ​ກອບ​ດ້ວຍອອ​ສ​ເຕ​ຣ​ເລຍ ອິນ​ເດຍ ຍີ​ປຸ່ນ ແລະ​ສະ​ຫະ​ລັດ ຫຼັງ​ຈາກນັ້ນ ​ກໍ​ຢ້ຽມ​ຢາມ​ປະ​ເທດ​ຟິ​ຈິ ບ່ອນ​ທີ່​ທ່ານໄດ້​ຈັດ​ກອງ​ປະ​ຊຸມ​ທາງ​ອອນ​ໄລ​ນ໌ ກັບ​ພວກ​ຜູ້​ນຳ ​ຂອງ​ບັນ​ດາ​ປະ​ເທດ​ໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG