ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາເຈົ້າໜ້າທີ່ ຈາກ ສຫລ, ຍີ່ປຸ່ນ, ເກົາຫຼີໃຕ້ ຈະພົບປະກັນທີ່ນະຄອນຫຼວງໂຕກຽວ ທ່າມກາງໄພຂົ່ມຂູ່ທີ່ທະວີຂຶ້ນນັບມື້ ຈາກເກົາຫຼີເໜືອ


ພວກທະຫານເກົາຫຼີໃຕ້ ເຂົ້າຮ່ວມໃນປະຕິບັດການຊ້ອມຂ້າມແມ່ນນ້ຳຮ່ວມກັນກັບພວກທະຫານສະຫະລັດ ໃນເມືອງເຢຈູ (Yeoju) ຂອງເກົາຫຼີໃຕ້, ວັນທີ 19 ຕຸລາ 2022.
ພວກທະຫານເກົາຫຼີໃຕ້ ເຂົ້າຮ່ວມໃນປະຕິບັດການຊ້ອມຂ້າມແມ່ນນ້ຳຮ່ວມກັນກັບພວກທະຫານສະຫະລັດ ໃນເມືອງເຢຈູ (Yeoju) ຂອງເກົາຫຼີໃຕ້, ວັນທີ 19 ຕຸລາ 2022.

ບັນດາເຈົ້າໜ້າທີ່ອະວຸໂສຈາກສະຫະລັດ ຍີ່ປຸ່ນ ແລະເກົາຫຼີໃຕ້ ຈະພົບປະກັນໃນອາທິດໜ້າຢູ່ໃນນະຄອນຫຼວງໂຕກຽວ ທ່າມກາງໄພຂົ່ມຂູ່ ທີ່ທະວີຂຶ້ນນັບມື້ຈາກເກົາຫຼີເໜືອ.

ໃນຂະນະດຽວກັນ ສະຫະລັດໄດ້ເນັ້ນຢ້ຳເຖິງຄວາມໝັ້ນໝາຍຂອງຕົນທີ່ເອີ້ນວ່າ “ອາຍຣອນແຄລດ (ironclad)” ຕໍ່ບັນດາພັນທະມິດຂອງຕົນ ຊຶ່ງກະຊວງການຕ່າງປະເທດໄດ້ປະຕິເສດທີ່ຈະກ່າວວ່າ ວໍຊິງຕັນຈະພິຈາລະນາການນຳເອົາອາ ວຸດນິວເຄລຍທາງຍຸດທະສາດ ໄປປະຈຳການຄືນນໃໝ່ ຢູ່ແຫຼມເກົາຫຼີຫຼືບໍ່ ແລະລັດຖະບານເກົາຫຼີໃຕ້ ໄດ້ຮ້ອງຂໍເຊັ່ນນັ້ນຫຼືບໍ່.

ຮອງລັດຖະມົນຕີການຕ່າງປະເທດ ທ່ານນາງເວັນດີ ເຊີແມນ (Wendy Sherman) ຈະເຂົ້າຮ່ວມໃນ “ກອງປະຊຸມສາມຝ່າຍກັບຮອງລັດຖະມົນຕີການຕ່າງປະເທດຂອງຍີ່ປຸ່ນ ທ່ານໂມຣີ ທາເກໂອະ (Mori Takeo) ແລະຮອງລັດຖະມົນຕີການຕ່າງປະເທດຄົນທີນຶ່ງຂອງເກົາຫຼີໃຕ້ ທ່ານໂຊ ຮຽນດົງ (Cho Hyundong)” ຢູ່ໃນນະຄອນຫຼວງໂຕກຽວ ອາທິດໜ້ານີ້ ອີງຕາມກະຊວງການຕ່າງປະເທດສະຫະລັດ.

ການເຈລະຈາຂອງທ່ານນາງເຊີແມນ ຈະກວມເອົາເລື້ອງຄວາມໝັ້ນຄົງຕ່າງໆໃນພາກພື້ນ ທີ່ລວມມີການຍິງລູກສອນໄຟຂອງເກົາຫຼີເໜືອ ແລະໄຕ້ຫວັນນຳດ້ວຍ. ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວໃນວັນຈັນຜ່ານມານີ້ ວ່າ ຈີນ ໄດ້​ຕັດ​ສິນ​ໃຈທີ່ຈະນຳເອົາໄຕ້ຫວັນໄປຢູ່ພາຍໃຕ້ການຄວບຄຸມຂອງຕົນ ​ບາງ​ທີ​ອາດດ້ວຍ​ການ​ໃຊ້ກຳລັງ “ໃນຊ່ວງໄລຍະເວລາໄວ​ທີ່​ໄວ​ຂຶ້ນ.”

“ໄຕ້ຫວັນເປັນສ່ວນໃຫຍ່ຂອງ” ຄວາມໝັ້ນຄົງໃນພາກພື້ນ ທີ່ທ່ານນາງເຊີແມນ ວາງແຜນທີ່ຈະປຶກສາກັບບັນດາພັນທະມິດໃນໂຕກຽວ, ເຈົ້າໜ້າທີ່ອະວຸໂສຂອງກະຊວງການຕ່າງປະເທດສະຫະລັດທ່ານນຶ່ງ ກ່າວເມື່ອວັນພະຫັດໃນລະຫວ່າງ ການປະຊຸມສະຫລຸບໂດຍຫຍໍ້ ທາງໂທລະສັບ. ເຈົ້າໜ້າທີ່ທ່ານນີ້ ກ່າວອີກວ່າ “ພວກເຮົາຄາດໝາຍວ່າ ບັນຫາຄວາມເຂົ້າໃຈທີ່ແຕກຕ່າງກັນ ຂ້າມຊ່ອງແຄບໄຕ້ຫວັນ ຈະຖືກແກ້ໄຂດ້ວຍວິທີທາງທີ່ສັນຕິ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG