ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຮອງ ປ. ເພັນສ໌ ແລະ ນຍ. ອາເບະ ຫາລືກັນ ເລື້ອງການຄ້າ ແລະເກົາຫຼີເໜືອ ກ່ອນໜ້າ ກອງປະຊຸມ APEC

ຮອງ ປ. ໄມຄ ເພັນສ໌ ໂບກມື ກ່ອນຂຶ້ນ ແອຣ ຟອຣສ໌ 2 ຢູ່ ໂຢໂຄຕາ ຖານທັບອາກາດ ສຫລ ໃນເມືອງຟູຊາ, ນຄ ໂຕກຽວ, ວັນອັງຄານ ທີ 13 ພະຈິກ 2018.
ຮອງ ປ. ໄມຄ ເພັນສ໌ ໂບກມື ກ່ອນຂຶ້ນ ແອຣ ຟອຣສ໌ 2 ຢູ່ ໂຢໂຄຕາ ຖານທັບອາກາດ ສຫລ ໃນເມືອງຟູຊາ, ນຄ ໂຕກຽວ, ວັນອັງຄານ ທີ 13 ພະຈິກ 2018.

ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ກ່າວວ່າ ສັນຍາການຄ້າສອງຝ່າຍ
ລະຫວ່າງ ສະຫະລັດ ກັບ ຍີ່ປຸ່ນ ເປັນແນວທາງທີ່ດີທີ່ສຸດ ເພື່ອແກ້ໄຂບັນຫາ ການຂາດ
ດຸນການຄ້າ ທີ່ວໍຊິງຕັນ ກ່າວວ່າ ໄດ້ເຮັດໃຫ້ສິນຄ້າທັງຫຼາຍ ຂອງສະຫະລັດ ຕົກຢູ່ໃນ
ສະພາບທີ່ເສຍປຽບ.

ໃນການກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງໂຕກຽວ ພ້ອມກັບ
ນາຍົກລັດຖະມົນຕີຂອງຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ເມື່ອວັນອັງຄານມື້ນີ້ ທ່ານ ເພັນສ໌
ໄດ້ກ່າວວ່າ ສິນຄ້າ ແລະການບໍລິການທັງຫຼາຍ ຂອງອາເມຣິກາ ສ່ວນຫຼາຍແມ່ນປະ
ເຊີນກັບກຳແພງຕ່າງໆ ຢູ່ເລື້ອຍໆ ທີ່ຈະສາມາດແຂ່ງຂັນໄດ້ ຢ່າງເປັນທຳ ຢູ່ໃນຕະຫຼາດ
ຂອງຍີ່ປຸ່ນ. ທ່ານເວົ້າວ່າ “ໂອກາດທີ່ດີທີ່ສຸດ ສຳລັບ ການຄ້າທີ່ເສລີ ເປັນທຳ ແລະ
ຕອບແທນຊຶ່ງກັນແລະກັນ ຈະເກີດມາຈາກ ສັນຍາການຄ້າສອງຝ່າຍນີ້.”

ທ່ານຮອງປະທານາທິບໍດີ ຍັງໄດ້ກ່າວອີກວ່າ ທ່ານມີຄວາມກະຕືລືລົ້ນ ທີ່ຈະປຶກສາຫາລື
ໃນຄວາມພະຍາຍາມຂອງທັງສອງຝ່າຍ ເພື່ອຍຸຕິໂຄງການອາວຸດ ນິວເຄລຍຂອງເກົາຫຼີ
ເໜືອ.

ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສຸ, ທີ່ສອງຈາກຂວາ, ແລະ ພັນລະຍາ ທ່ານນາງ ແຄເຣນ ກຳລັງລໍຖ້າຂຶ້ນເຮລີຄອບເຕີ ຊຶ່ງຕິດຕາມໄປພ້ອມໂດຍ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ຍີ່ປຸ່ນ ທ່ານ ວີລລ້ຽມ ເຮກເກີຕີ, ດ້ານຂວາ, ໃນເມືອງ ຟູຊາ, ຍີ່ປຸ່ນ, ວັນທີ 12 ພະຈິກ 2018.

ການເດີນທາງຢ້ຽມຢາມ ທ່ານ ອາເບະ ຂອງທ່ານເພັນສ໌ ນັ້ນ ແມ່ນເປັນບ່ອນຢຸດແວ່
ແຫ່ງທຳອິດ ໃນການເດີນທາງທີ່ຍືດຍາວ ໄປຍັງຂົງເຂດຂອງເອເຊຍ ໃນສັບປະດານີ້.
ທ່ານຈະມຸ້ງໜ້າໄປຍັງ ສິງກະໂປ ໃນຕອນແລງ ວັນອັງຄານມື້ນີ້ ເພື່ອເຂົ້າຮ່ວມ ກອງ
ປະຊຸມ ສະມາຄົມບັນດາປະເທດ ໃນເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ.

ສ່ວນທ່ານປະທານາທິບໍດີ ທຣຳ ກໍໄດ້ຈົ່ມກ່ຽວກັບ ການຄ້າລະຫວ່າງ ສະຫະລັດ ກັບ
ຍີ່ປຸ່ນ ທີ່ມີສ່ວນເກີນມູນຄ່າ 69 ຕື້ໂດລາ ແລະ ໄດ້ກົດດັນ ທ່ານອາເບະ ເພື່ອໃຫ້ຕົກລົງ
ໃນສັນຍາສອງຝ່າຍໃນການແກ້ໄຂບັນຫາດັ່ງກ່າວ.

ໂຕກຽວ ບໍ່ຄ່ອຍເຕັມໃຈ ທີ່ຈະຜູກມັດ ກັບສັນຍາການຄ້າເສລີສອງຝ່າຍ ແລະ ຫວັງວ່າ
ວໍຊິງຕັນ ຈະພິຈາລະນາ ກັບຄືນໄປຫາ ສັນຍາພາຄີຂ້າມມະຫາສະໝຸດ ປາຊີຟິກ
ອັນເປັນສັນຍາການຄ້າໃນພາກພື້ນທີ່ກວ້າງຂວາງກວ່າ ທີ່ສະໜັບສະໜຸນໂດຍ
ລັດຖະບານທ່ານໂອບາມາ ຊຶ່ງທ່ານ ທຣຳ ໄດ້ຖອນໂຕອອກ ໃນເດືອນມັງກອນປີນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG