ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສະຫະລັດ, ຍີ່ປຸ່ນ ແລະ ຟີລິບປິນ ກຳລັງແນມເບິ່ງການຮ່ວມມີກັນ ຢູ່ໃນຂົງເຂດທະເລຈີນໃຕ້


ແຟ້ມ-ພາບທີ່ຖືກເຜີຍແຜ່ອອກມາໂດຍໜ່ວຍຍາມຝັ່ງຂອງຟີລິບປິນ, ກໍາປັ່ນຍາມຝັ່ງຂອງຈີນ ໃຊ້ທໍ່ສີດນໍ້າຂະໜາດໃຫຍ່ ໃສ່ເຮືອກອງທັບເຮືອຟີລິບປິນ ໃນຂະນະປະຕິບັດການນໍາສົ່ງສະບຽງໃຫ້ແກ່ເຮືອ M/L Kalayaan ໃນຂະນະທີ່ເຮືອດັ່ງກ່າວ ເຂົ້າໃກ້ຫາດໂທມັສທີສອງ ຢູ່ບໍລິເວນທີ່ມີຂໍ້ພິພາດ ໃນຂົງເຂດທະເລຈີນໃຕ້, 10 ທັນວາ 2023.
ແຟ້ມ-ພາບທີ່ຖືກເຜີຍແຜ່ອອກມາໂດຍໜ່ວຍຍາມຝັ່ງຂອງຟີລິບປິນ, ກໍາປັ່ນຍາມຝັ່ງຂອງຈີນ ໃຊ້ທໍ່ສີດນໍ້າຂະໜາດໃຫຍ່ ໃສ່ເຮືອກອງທັບເຮືອຟີລິບປິນ ໃນຂະນະປະຕິບັດການນໍາສົ່ງສະບຽງໃຫ້ແກ່ເຮືອ M/L Kalayaan ໃນຂະນະທີ່ເຮືອດັ່ງກ່າວ ເຂົ້າໃກ້ຫາດໂທມັສທີສອງ ຢູ່ບໍລິເວນທີ່ມີຂໍ້ພິພາດ ໃນຂົງເຂດທະເລຈີນໃຕ້, 10 ທັນວາ 2023.

ບັນດາເຈົ້າ​ໜ້າ​ທີ່​ອາວຸ​ໂສ​ກ່າວ​ວ່າ ການ​ວາງ​ແຜນ​ສໍາລັບການ​ລາດ​ຕະ​ເວນ​ທາງ​ທະ​ເລ​ຂອງສາມ​ປະ​ເທດ​ຢູ່ໃນ​ທະ​ເລ​ຈີນ​ໃຕ້ ​ໄດ້ເລີ້ມ​ດຳ​ເນີນ​ງານ​ໄປແລ້ວ ກ່ອນ​ກອງ​ປະ​ຊຸມ​ສຸດຍອດ​ໃນ​ອາ​ທິດ​ໜ້າ​ ລະ​ຫວ່າງ​ຜູ້​ນຳຂອງ ​ສະຫະລັດ, ຍີ່​ປຸ່ນ ແລະ ​ຟີ​ລິບ​ປິນ.

ເອກອັກຄະລັດຖະທູດຟີລິບປິນປະຈໍາສະຫະລັດ ທ່ານໂຮເຊ ມານູເອລ ໂຣມູອາລເດສ (Jose Manuel Romualdez) ເຊິ່ງອ້າງອີງຈາກໜັງສືພິມ Financial Times ໃນວັນພຸດແລ້ວນີ້ ກ່າວວ່າ ວໍຊິງຕັນ, ໂຕກຽວ ແລະ ມານິລາ ກຳລັງສະຫຼຸບລາຍລະອຽດຂອງຂໍ້ຕົກລົງກ່ຽວກັບການລາດຕະເວນ, ລວມເຖິງເວລາທີ່ຈະເລີ້ມຕົ້ນປະຕິບັດງານ ແລະຈະເກີດມີການປິຕິບັດງານດັ່ງກ່າວຫຼາຍປານໃດ.

ສະຫະລັດ ​ແລະ​ຟີ​ລິບ​ປິນ ​ໄດ້​ດຳ​ເນີນ​ການ​ລາດຕະ​ເວນ​ຮ່ວມ​ກັນ ໃນ​ໄລຍະທີ່​ຜ່ານ​ມາ, ​ແຕ່​ນີ້​ຈະ​ເປັນ​ຄັ້ງ​ທຳ​ອິດ​ທີ່ ​ຍີ່ປຸ່ນ ​ເຂົ້າມາ​ຮ່ວມນໍາ. ທັງ ​ຍີ່ປຸ່ນ ​ແລະ ​ຟີ​ລິບ​ປິນ ​ແມ່ນ​ພັນທະ​ມິດທາງສົນທິສັນຍາ​ຂອງ​ ສະຫະລັດ.

ເມື່ອ​ຖືກ​ຖາມ​ກ່ຽວ​ກັບ​ແຜນການ​ດັ່ງກ່າວ, ​ໂຄສົກ​ທຳນຽບຫ້າ​ແຈ ​ພັນໂທ ມາຕິນ ມາຍເນີສ໌ (Martin Meiners) ກ່າວ​ຕໍ່​ VOA ​ພະແນກພາສາເກົາຫຼີໂດຍທາງອີເມລ ໃນ​ອາທິດ​ນີ້​ວ່າ ສະຫະລັດ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ກະທຳ​ທີ່ເປັນ “ອັນຕະລາຍ​ ແລະ​ຄວາມ​ບໍ່ມີສະຖຽນລະພາບຢູ່” ​ໃນ​ພາກ​ພື້ນ ​ແລະ “ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະຍັງ​ຮັກສາ​ການຂັດຂວາງ, ຮັກສາສັນຕິພາບ ​ແລະຮັກສາ​ສະຖຽນ​ລະ​ພາບ” ກັບບັນດາປະເທດ ພັນທະມິດ ແລະຄູ່ພາຄີຂອງຕົນ.

ຮອງລັດຖະມົນຕີການຕ່າງປະເທດ ທ່ານເຄີດ ແຄັມເບລ (Kurt Campbell) ກ່າວວ່າ ກອງປະຊຸມສຸດຍອດໃນວັນທີ 11 ເມສາ ຈະເປັນໂອກາດດີສໍາລັບ “ການພົວພັນກັບສາມຝ່າຍທີ່ບໍ່ເຄີຍມີມາກ່ອນ” ລະຫວ່າງສາມປະເທດ ທີ່ຈະນໍາໄປສູ່ການດໍາເນີນງານຮ່ວມມືທີ່ໃກ້ຊິດ ຢູ່ໃນຂົງເຂດທະເລຈີນໃຕ້ ແລະບໍລິເວນອື່ນໆ.

ທ່ານ​ໄດ້​ໃຫ້ຄວາມເຫັນ​ດັ່ງກ່າວ ​ໃນ​ວັນ​ພຸດ​ແລ້ວ​ນີ້ ຢູ່​ງານທີ່​ຈັດ​ຂຶ້ນ​ໂດຍ​ສູນ​ກາງດ້ານ​ຄວາມ​ປອດ​ໄພ​ໃໝ່ຂອງ​ອາ​ເມ​ຣິກັນ ໃນ​ນະຄອນຫຼວງ​ວໍ​ຊິງ​ຕັນ.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ​ສະ​ຫະ​ລັດ​ກ່າວ​ວ່າ ຜູ້​ນຳຂອງທັງ​ສາມ​ປະ​ເທດ​ຈະ​ປຶກ​ສາ​ຫາ​ລື​ກັນ ກ່ຽວ​ກັບ​ສິ່ງ​ທີ່​ຖືກ​ອະ​ທິ​ບາຍ​ວ່າ ເປັນ "ພຶດ​ຕິ​ກຳ​ທີ່​ມີ​ຄວາມ​ສ່ຽງ​ເພີ້ມ​ຂຶ້ນ" ຂອງຈີນ ຢູ່ໃນຂົງເຂດ​ທະ​ເລ​ຈີນ​ໃຕ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG