ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງທັບເຮືອ ສະຫະລັດ ແລະ ຍີ່ປຸ່ນ ຈະທຳ ການຊ້ອມລົບ ຮ່ວມກັນ ເປັນເວລາ 10 ວັນ


ກຸ່ມກຳປັ່ນໂຈມຕີ ທີ່ປະກອບດ້ວຍ ກຳປັ່ນບັນທຸກເຮືອບິນ USS Nimitz, USS Ronald Reagan ແລະ USS Theodore Roosevelt ຮ່ວມກັນແລ່ນ ເປັນຖັນແຖວ ໃນລະຫວ່າງການຝຶກຊ້ອມຮ່ວມກັນກັບ ກອງທັບເຮືອເກົາຫຼີໃຕ້ ຢູ່ນອກຝັ່ງທະເລ ທາງພາກຕາເວັນອອກ ຂອງເກົາຫຼີໃຕ້.
ກຸ່ມກຳປັ່ນໂຈມຕີ ທີ່ປະກອບດ້ວຍ ກຳປັ່ນບັນທຸກເຮືອບິນ USS Nimitz, USS Ronald Reagan ແລະ USS Theodore Roosevelt ຮ່ວມກັນແລ່ນ ເປັນຖັນແຖວ ໃນລະຫວ່າງການຝຶກຊ້ອມຮ່ວມກັນກັບ ກອງທັບເຮືອເກົາຫຼີໃຕ້ ຢູ່ນອກຝັ່ງທະເລ ທາງພາກຕາເວັນອອກ ຂອງເກົາຫຼີໃຕ້.

ກອງທັບເຮືອຂອງ ສະຫະລັດ ແລະ ຍີ່ປຸ່ນ ຈະຈັດການຝຶກຊ້ອມ ສອງຝ່າຍ ເປັນເວລາ
10 ວັນ ໂດຍເລີ່ມແຕ່ວັນພະຫັດມື້ນີ້ ເປັນຕົ້ນໄປ.

ຈະມີທະຫານ ສະຫະລັດ ຫຼາຍກວ່າ 14,000 ຄົນ ເຂົ້າຮ່ວມການຝຶກຊ້ອມດັ່ງກ່າວ ແລະ
ຈະປະກອບດ້ວຍ ກຳປັ່ນບັນທຸກເຮືອບິນລົບ USS Ronald Reagan ແລະເຮືອພິຄາດ
ຕິດລູກສອນໄຟນຳວິຖີ USS Stethem, USS Chafee ແລະ USS Mustin ພ້ອມ
ດ້ວຍ ເຮືອລາດຕະເວນທາງທະເລ ແລະ ເຮືອບິນສອດແນມຈຳນວນນຶ່ງ.

ການຝຶກຊ້ອມດັ່ງກ່າວ ແມ່ນໄດ້ອອກແບບເພື່ອເພີ່ມຄວາມພ້ອມ ໃນດ້ານປ້ອງກັນ ແລະ
ຄວາມອາດສາມາດໃນການປະຕິບັດງານຮ່ວມກັນ ລະຫວ່າງ ກອງກຳລັງຍີ່ປຸ່ນ ແລະ
ສະຫະລັດ ໂດຍຜ່ານການຝຶກຊ້ອມການປະຕິບັດງານທາງອາກາດ ແລະທາງທະເລ.
ການຝຶກຊ້ອມນີ້ ຈະມີຂຶ້ນຢູ່ໃນນ່ານນ້ຳ ອ້ອມແອ້ມບໍລິເວນ ເກາະ Okinawa.

ການຝຶກຊ້ອມດັ່ງກ່າວ ມີຂຶ້ນຫລັງຈາກ ການຊ້ອມລົບຮ່ວມທາງທະເລ ໃນເຂດມະຫາ
ສະໝຸດປາຊີຟິກຕາເວັນຕົກ ທີ່ປະກອບດ້ວຍ ກອງທັບເຮືອເກົາຫຼີໃຕ້ ນຳ.

ກຳປັ່ນບັນທຸກເຮືອບິນຂອງ ສະຫະລັດ 3 ລຳ ຍັງໄດ້ເຂົ້າຮ່ວມ ໃນການຊ້ອມລົບນຶ່ງ
ອີກຕ່າງຫາກໃນວັນອາທິດແລ້ວ ກັບກຳປັ່ນລົບທີ່ໃຫຍ່ທີ່ສຸດຂອງຍີ່ປຸ່ນ. ຍີ່ປຸ່ນ ຍັງໄດ້
ສົ່ງນຶ່ງໃນກຳປັ່ນບັນທຸກເຮືອບິນເຮລິຄອບເຕີ 2 ລຳຂອງຕົນ ພ້ອມກັບກຳ ປັ່ນຄຸ້ມກັນ
2 ລຳ ເຂົ້າຮ່ວມການຊ້ອມລົມ ໃນທະເລຂອງຍີ່ີປຸ່ນ ແລະທະເລຈີນຕາເວັນອອກ.

ການສະແດງກຳລັງທະຫານດັ່ງກ່າວ ແມ່ນໝາຍເຖິງ ເພື່ອຈະກົດດັນເກົາຫຼີເໜືອ
ແລະສົ່ງສັນຍານອັນແຮງກ້າ ໃຫ້ພຽງຢາງ ໄດ້ເຫັນຄວາມອາດສາມາດ ຂອງ
ສະຫະລັດ ໃນການເຄື່ອນໄຫວກອງກຳລັງທະຫານທີ່ມີພະລັງ ໄດ້ຢ່າງວ່ອງໄວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG