ທະຫານມາຣີນສະຫະລັດປະມານ 9,000 ຄົນຈະຖືກຍ້າຍຈາກເກາະໂອກີນາວາຂອງຍີ່ປຸ່ນ
ໄປຍັງສະຖານທີ່ແຫ່ງອື່ນໆ ໃນມະຫາສະມຸດປາຊີຟິກ ພາຍໃຕ້ຂໍ້ຕົກລົງຮ່ວມລະຫວ່າງສະ
ຫະລັດແລະປະເທດຍີ່ປຸ່ນ.
ການຕົກລົງດັ່ງກ່າວ ໄດ້ມີການປະກາດໃຫ້ຊາບໃນຕອນແລງຂອງວັນພະຫັດວານນີ້ ໃນຖະ
ແຫຼງການຮ່ວມສະບັບນຶ່ງ ລະຫວ່າງວໍຊິງຕັນແລະໂຕກຽວ. ທະຫານມາຣີນເຫຼົ່ານີ້ ຈະຖືກ
ຍົກຍ້າຍໄປຍັງລັດຮາວາຍ ເກາະກວມຊຶ່ງເປັນດິນແດນຢູ່ໃນຄວາມຄຸ້ມຄອງຂອງສະຫະລັດ
ແລະປະເທດອອສເຕຣເລຍ. ການປະກາດໃນມື້ວານນີ້ບໍ່ໄດ້ແຈ້ງໃຫ້ຊາບວ່າເວລາໃດພວກ
ທະຫານມາຣີນເຫຼົ່ານີ້ຈຶ່ງຈະຖືກຍົກ ຍ້າຍ.
ຍີ່ປຸ່ນ ຈະຕ້ອງໄດ້ຈ່າຍເງິນ 3 ພັນ 100 ລ້ານໂດລາຂອງຄ່າໃຊ້ຈ່າຍທັງໝົດປະມານ 8
ພັນ 600 ລ້ານໂດລາໃນການຍົກຍ້າຍທະຫານມາຣີນໄປຍັງເກາະກວມ.
ການຕົກລົງດັ່ງກ່າວ ແມ່ນແນໃສ່ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງປະເທດພັນທະມິດ
ທັງສອງ ກ່ຽວກັບການມີໜ້າມາເປັນເວລາດົນນານ ຂອງກອງທັບສະຫະລັດ ທີ່ເກາະໂອກີ
ນາວາຊຶ່ງເປັນແຫຼ່ງທີ່ມາຂອງຄວາມບໍ່ພໍໃຈຂອງປະຊາຊົນໃນເກາະດັ່ງກ່າວທີ່ເວົ້າວ່າພາໃຫ້
ເກີດມີສຽງນອງນັນ ຄວາມເປື້ອນເປິະ ແລະອາຊະຍາກຳນັ້ນ. ສະຫະລັດໄດ້ບັນລຸການຕົກ
ລົງກັບຍີ່ປຸ່ນ ໃນປີ 2006 ເພື່ອຍ້າຍຖານທັບອາກາດ Futenma ຂອງທະຫານມາຣີນ
ອອກຈາກເຂດເທດສະບານທີ່ມີປະຊາຊົນອາໄສຢູ່ຢ່າງແໜ້ນໜາໄປຍັງເກາະດອນແຄມທະ
ເລແຫ່ງນຶ່ງທີ່ໂດດດ່ຽວກວ່າເກົ່າ.
ແຕ່ປະຊາຊົນຊາວຍີ່ປຸ່ນໃນເກາະໂອກີນາວາພວມຮຽກຮ້ອງໃຫ້ປິດຖານທັບອາກາດດັ່ງກ່າວ
ນີ້ ແລະໃຫ້ຍົກຍ້າຍໄປຢູ່ບ່ອນອື່ນ.