ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ອາດຍ້າຍ ທະຫານມາຣີນ ຈາກໂອກີນາວາ ໄປຍັງເກາະກວມ


ພວກທະຫານມາຣີນ ສະຫະລັດ ທີ່ປະຈໍາການຢູ່ເກາະໂອກິນາວາ
ຂອງຍີ່ປຸ່ນ
ພວກທະຫານມາຣີນ ສະຫະລັດ ທີ່ປະຈໍາການຢູ່ເກາະໂອກິນາວາ ຂອງຍີ່ປຸ່ນ

ພວກ​ເຈົ້າໜ້າ​ທີ່​ຍີ່ປຸ່ນ​ແລະ​ສະຫະລັດ​ກ່າວ​ວ່າ ທະຫານ​ມາຣີນສະຫະລັດ​ຈໍານວນ​ຫລາຍ​ພັນ​
ຄົນ​ອາດ​ຖືກ​ຍົກຍ້າຍ​ອອກ​ຈາກ​ເກາະ​ໂອ​ກິ​ນາວາຂອງ​ຍີ່ປຸ່ນ ກ່ອນ​ປິດຖານ​ທັບ​ສະຫະລັດ
ໃນ​ເກາະ​ດັ່ງກ່າວທີ່ເກີດ​ມີ​ຂໍ້​ຂັດ​ແຍ້​ງກັນນັ້ນ.

ຂໍ້​ຕົກລົງ​ກັນ​ທີ່​ວ່າ​ນີ້​ໄດ້​ປະກາດໃຫ້​ຊາບ​ ເມື່ອ​ວັນ​ອັງຄານ​ຜ່ານມາ ຫຼັງຈາກ ການເຈລະ​ຈາ
ກັນ ​ລະຫວ່າງ​ພວກ​ເຈົ້າໜ້າ​ທີ່ສະຫະລັດ ແລະ​ຍີ່ປຸ່ນ​ທີ່​ນະ​ຄອນຫຼວງວໍ​ຊິງ​ຕັນ​ດີ​ຊີ. ບັດ​ນີ້​ສ
ະຫະລັດ​ອາດຈະ​ດຳ​ເນີນ​ການ​ຕໍ່​ໄປ​ກ່ຽວ​ກັບ​ແຜນການທີ່​ຈະຍ້າຍພວກ​ທະຫານ​ມາຣີນສະ
ຫະລັດ​ຫຼາຍພັນ​ຄົນ​ຈາກ​ເກາະ​ໂອ​ກິ​ນາວາ ​ໄປ​ຍັງເກາະ​ກວມ ຊຶ່ງ​ເປັນ​ດິນ​ແດນ​ທີ່ຢູ່​ພາຍ​ໃຕ້
ການ​ຄວບ​ຄຸມ ຂອງ​ສະຫະລັດ. ການ​ຕັດສິນ​ໃຈ​ບັ້ນ​ສຸດ​ທ້າຍ ​ກ່ຽວ​ກັບ​ການ​ປິດ​ຖານ​ທັບ
ອາກາດ Futenma ທີ່ຢູ່​ໃນ​ໂອ​ກິ​ນາວາ​ເຊັ່ນ​ດຽວ​ກັນ​ນັ້ນ​ຍັງຕົກລົງ​ກັນ​ບໍ່ໄດ້​ເທື່ອ.

ຖະ​ແຫຼງການ​ຮ່ວມ​ສະບັບນຶ່ງເວົ້າວ່າ ທັງ​ສອງ​ປະ​ເທດ​ຍັງ​ມີ​ຄວາມ​ໝັ້ນໝາຍ​ຢ່າງ​ເຕັມ​ສ່ວນ​ທີ່​
ຈະ​ຍົກຍ້າຍອອກ​ຈາກ​ຖານ​ທັບ Futenma ​ແລະ​ຍ້າຍຖານທັບ​ອາກາດ​ຂອງ​ຕົນ​ໄປ​ຢູ່ຄ້າຍ
Camp Schwab ທີ່​ຕັ້ງ​ຢູ່ເກາະ​ໂອກິ​ນາວາ​ເຊັ່ນ​ດຽວ​ກັນ​ນັ້ນ. ທັງ​ສອງ​ປະ​ເທດ​ໄດ້​ຕົກລົງ​
ກັນ​ໃນ​ປີ 2006 ​ເພື່ອຍ້າຍ​ທະຫານ​ມາຣີນ​ແປດ​ພັນ​ຄົນ​ໄປ​ຍັງ​ເກາະ​ກວມ​ແລະ​ຍ້າຍ​ຖານ​ທັບ
ດັ່ງກ່າວ.

ເມືອງ Futenma ຕັ້ງ​ຢູ່​ເຂດ​ຕົວ​ເມືອງ​ທີ່​ມີ​ຄົນ​ໜາ​ແໜ້ນ​ຂອງ​ເກາະ​ໂອ​ກິ​ນາວາ ​ແລະ​ພວກ
ຊາວ​ເມືອງ​ບໍ່ພໍ​ໃຈ​ປານ​ໃດຍ້ອນ​ຄວາມແອ​ອັດທີ່​ເພີ່ມ​ຂຶ້ນຕໍ່ໂຄງ​ລ່າງ​ພື້ນຖານ​ໃນ​ເຂດ​ທ້ອງ​ຖິ່ນ

ແຕ່​ແຜນການ​ຕ່າງໆທີ່​ຈະ​ສ້າງ​ຖານ​ທັບ​ແຫ່ງ​ໃໝ່​ແທນ​ສໍາ​ຫຼັບທະຫານ​ມາຣີນ​ຢູ່ເຂດ​ເລາະ​
ຝັ່ງທະ​ເລ​ທີ່​ມີປະຊາຊົນອາ​ໄສ​ຢູ່​ບໍ່​ໜາ​ແໜ້ນ​ປານ​ໃດນັ້ນ ກໍໄດ້​ປະ​ເຊີນ​ກັບ​ການ​ຕໍ່ຕ້ານ​ຢ່າງ​
ໃຫຍ່ຈາກ​ພວກ​ກຸ່ມ​ອະນຸ​ລັກ​ສະພາບ​ແວດ​ລ້ອມ ​ແລະ​ກຸ່ມ​ເຄຶ່ອນ​ໄຫວອື່ນໆ.

ສະຫະລັດ​ມີ​ທະຫານ​ປະມານ 47,000 ຄົນ ປະ​ຈໍາ​ຢູ່​ຍີ່ປຸ່ນ ສ່ວນ​ໃຫຍ່​ແມ່ນ​ຢູ່​ເກາະ​ໂອ​ກິ
ນາວາ. ພວກ​ຊາວ​ເກາະ​ຫຼາຍຄົນ​ພາກັນ​ຄັດຄ້ານ​ການ ​ໄປ​ຕັ້ງ​ຖານ​ທັບ​ຂອງ​ສະຫະລັດ​ຢູ່​
ທີ່​ນັ້ນ ​ໂດຍ​ກ່າວ​ວ່າ ມັນ​ເກີດ​ສຽງ​ນອງ​ນັນ ສ້າງ​ມົນ​ລະ​ພິດ ​ແລະ​ມີ​ອາດຊະຍາ​ກໍາ. ທ່ານ
Yukio Hatoyama ອະດີດ​ນາຍົກລັດຖະມົນຕີຍີ່ປຸ່ນ​ຖືກ​ບັງຄັບ​ໃຫ້​ລາອອກ​ໃນ​ປີ 2010
ຫຼັງ ຈາກ​ບໍ່ໄດ້​ປະຕິບັດ​ຕາມ​ຄໍາ​ໝັ້ນ​ສັນຍາ ​ເວລາ​ໂຄສະນາ​ຫາ​ສຽງທີ່​ໃຫ້​ໄວ້ວ່າ ​ຈະຍົກ
ຍ້າຍ​ຖານ​ທັບ​ສະຫະລັດ​ອອກ​ຈາກ​ເກາະ​ໂອ​ກິ​ນາວາ​ນັ້ນ.

XS
SM
MD
LG