ໃນວັນສຸກມື້ນີ້ ລັດຖະມົນຕີການຕ່າງປະເທດຍີ່ປຸ່ນກ່າວວ່າ ໂຕກຽວຍັງບໍ່ທັນຕັດສິນໃຈເທື່ອ
ວ່າ ຈະຫຼຸດການນຳເຂົ້ານໍ້າມັນຈາກອີຣ່ານຫຼືບໍ່ ເພື່ອເປັນການສະໜັບສະໜຸນການລົງໂທດ
ຂອງສະຫະລັດຕໍ່ໂຄງການນິວເຄລຍຂອງອີຣ່ານນັ້ນ.
ລັດຖະມົນຕີການຕ່າງປະເທດຍີ່ປຸ່ນທ່ານ Koichiro Gamba ກ່າວວ່າ ມັນຕ້ອງການໆພິຈາ
ລະນະຢ່າງຮອບຄອບຖີ່ຖ້ວນ ດັ່ງນັ້ນລັດຖະບານຍີ່ປຸ່ນຈຶ່ງຈະປຶກສາຫາລືກັນຢ່າງລະມັດລະວັງ
ກ່ຽວກັບບັນຫາດັ່ງກ່າວກ່ອນທີ່ຈະທຳການຕັດສິນໃຈຂັ້ນສຸດທ້າຍ.
ການໃຫ້ທັດສະນະດັ່ງກ່າວຂອງທ່ານ Gamba ມີທ່າທາງວ່າຂັດກັນກັບການໃຫ້ຄວາມເຫັນ
ຂອງລັດຖະມົນຕີການເງິນຂອງຍີ່ປຸ່ນ ທ່ານ Jun Azumi ທີ່ກ່າວໃນວັນພະຫັດວານນີ້ວ່າຍີ່
ປຸ່ນ ຈະເອົາບາດກ້າວອັນໜັກແໜ້ນເພື່ອຫຼຸດຜ່ອນປະລິມານ ການນຳເຂົ້ານໍ້າມັນຈາກອີຣ່ານ.
ຍີ່ປຸ່ນຫວັງວ່າ ຈະສາມາດຫຼີກລ້ຽງການປະກາດລົງໂທດຂອງສະຫະລັດເມື່ອໄວໆມານີ້ທີ່ຫ້າມ
ບໍ່ໃຫ້ທະນາຄານຕ່າງປະເທດເຮັດທຸລະກິດກັບທະນາຄານກາງຂອງອີຣ່ານ ຊຶ່ງເປັນຜູ້ຮັບຜິດ
ຊອບທີ່ສຳຄັນໃນເລື່ອງການຂາຍນໍ້າມັນຈາກຕະຫຼາດການເງິນຂອງສະຫະລັດ.
ແຕ່ທ່ານ Gamba ໄດ້ສະແດງຄວາມວິຕົກກັງວົນວ່າ ການລົງໂທດຢ່າງໜັກຂອງສະຫະລັດ
ອາດພາໃຫ້ລາຄານໍ້າມັນແພງຂຶ້ນທີ່ທ່ານເວົ້າວ່າ ມີພຽງແຕ່ຈະເປັນຜົນດີແກ່ອີຣ່ານທໍ່ນັ້ນ.
ທ່ານ Gamba ໃຫ້ຄວາມເຫັນດັ່ງກ່າວນີ້ ທີ່ກອງປະຊຸມຖະແຫຼງຂ່າວທີ່ກຸງໂຕກຽວຮ່ວມກັບ
ລັດຖະມົນຕີການຕ່າງປະເທດຂອງຝຣັ່ງ ທ່ານ Alain Juppe ທີ່ກ່າວວ່າ ໂລກຂອງເຮົາຈະ
ເຮັດຄວາມຜິດພາດຢ່າງຮ້າຍແຮງທີ່ບໍ່ໄດ້ເອົາຫົວຊາກ່ຽວກັບໄພຂົ່ມຂູ່ຈາກໂຄງການນິວເຄລຍ
ຂອງອີຣ່ານຊຶ່ງຫຼາຍໆປະເທດສົງໄສວ່າມີເປົ້າແນໃສ່ເພື່ອສ້າງອາວຸດນິວເຄລຍ.
ທ່ານ Juppe ກ່າວວ່າ ທ່ານບໍ່ເຊື່ອວ່າການເອົາມາດຕະການທາງດ້ານການເງິນຕໍ່ອີຣ່ານນັ້ນ
ຈະມີຜົນກະທົບຕໍ່ລາຄານໍ້າມັນ.