ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍີ່ປຸ່ນ ຕົກລົງທີ່ຈະຫຼຸດ ການນຳເຂົ້ານໍ້າມັນ ຈາກອິຣ່ານ


一名克什米尔妇女在印度斯利纳加郊区的一个郁金香的花园里漫步。
一名克什米尔妇女在印度斯利纳加郊区的一个郁金香的花园里漫步。

ຍີ່ປຸ່ນ​ສັນຍາ​ວ່າ​ ຈະ​ລົດ​ປະລິມານນໍາ​ເຂົ້ານໍ້າມັນ​ຈາກ​ອິຣ່ານ ​ເພື່ອ​ສະໜັບສະໜຸນ​ການ​ລົງ​
ໂທດຂອງ​ສະຫະລັດທີ່​ແນ​ເປົ້າໝາຍເພື່ອກົດ​ດັນ​ໃຫ້​ອິຣ່ານຍຸຕິ​ໂຄງການ​ນີວ​ເຄລຍທີ່​ເປັນ​
ຫົວ​ຂໍ້​ຂັດ​ແຍ້​ງກັນນັ້ນ.

ທ່ານ Jun Azumi (ຈຸນ ອະ​ຊູ​ມີ) ລັດຖະມົນຕີການເງິນຂອງຍີ່ປຸ່ນ ກ່າວ​ເມື່ອ​ວັນ​ພະຫັດ​
ມື້​ນີ້ວ່າ​ຍີ່ປຸ່ນທີ່​ກາງ​ຕໍ່​ນໍ້າມັນຈາກ​ອິຣ່ານ​ໃນ​ປະລິມານ 10 ​ເປີ​ເຊັນ​ຂອງຕົນນັ້ນຈະ​ເອົາ​ບາດ
ກ້າວ​ທີ່ໜັກ​ແໜ້ນເພື່ອ​ຕັດຈໍານວນ​ນໍ້າມັນ​ທີ່​ນໍາ​ເຂົ້າຈາກ​ອິຣ່ານ ​ໂດຍ​ກ່າວ​ຕື່ມ​ວ່າ ​ຍີ່ປຸ່ນ​ຕັ້ງ​
ໃຈ​ທີ່​ຈະ​ລົດການ​ນຳ​ເຂົ້າ​ນໍ້າມັນ​ໃນ​ປະລິມານ 10 ​ເປີ​ເຊັນ​ຈາກ​ອິຣ່ານ​ ໃນ​ລັກສະນະ​ທີ່​ວາງ
ແຜນ​ໄວ້ໃຫ້​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະໄວ​ໄດ້.

ທ່ານອະຊູ​ມີກ່າວ​ວ່າ ຍີ່ປຸ່ນ​ໄດ້​ລົ​ດປະລິມາ​ນການ​ນຳ​ເຂົ້ານໍ້າມັນ​ຈາກ​ອິຣ່ານ ລົງ​ໄປ​ເທື່ອ​ລະ
ໜ້ອຍ​ແລ້ວ ​ໃນ​ໄລຍະ​ຫ້າປີຜ່ານມາ ຊຶ່ງ​ທ່ານ ອະ​ຊູ​ມີ ກ່າວ ອີກ​ວ່າ ​ລັດຖະບານ​ໂຕ​ກຽວ​
ເຂົ້າໃຈ​ດີ​ເຖິງ​ບັນຫາ​ນີວ​ເຄລຍຂອງ​ອິຣ່ານທີ່​ໄດ້​ສ້າງຄວາມ​ເປັນ​ຫ່ວງ​ແກ່​ນານາ​ຊາດ ​ໂດຍ
ກ່າວ​ວ່າ ການ​ພັດທະນາ​ໃດໆກໍຕາມ​ທາງດ້ານ​ນີວ​ເຄລຍນັ້ນເປັນ​ສິ່ງ​ທີ່​ທົ່ວ​ທັງ​ໂລກ​ຈະເມີນ
ເສີຍ​ບໍ່ໄດ້ ດັ່ງ​ນັ້ນ​ພວກ​ເຮົາຈຶ່ງ​ເຂົ້າ​ໃຈ​ດີໃນ​ທ່າທີ​ຂອງ​ສະຫະລັດ​.

ທ່ານ ອະ​ຊູ​ມີ ​ໄດ້​ໃຫ້​ຄວາມ​ຄິດ​ເຫັນ​ດັ່ງກ່າວ​ນີ້ ​ຫລັງ​ຈາກ​ໄດ້​ພົບ​ປະ​ກັບ​ທ່ານ Timothy
Geithner ລັດຖະມົນຕີ​ການ​ເງິນ​ສະຫະລັດ ທີ່ໄດ້ສະ​ແດງຄວາມ​ຍິນ​ດີ​ໃນທັນທີກ່ຽວກັບ
ການ​ເຄຶ່ອນ​ໄຫວ​ນີ້ ຊຶ່ງ​ທ່ານ Geithner ກ່າວ​ວ່າ ພວກ​ເຮົາ​ຂໍ​ຍ້ອງຍໍ​ສັນ​ເສີນ​ຍີ່ປຸ່ນ​ຫລາຍ​
ທີ່​ສຸດ ທີ່​ໄດ້​ຢືນ​ຢັດ​ຢູ່​ກັບ​ສະຫະລັດ ​ແລະ​ປະຊາ​ຄົມ​ໂລກ ​ໃນ​ການສະໜັບສະໜຸນ​ວັດ​ຖຸ
ປະສົງ​ຍຸທະສາດ​ສໍາຄັນ​ທີ່​ສຸດ​ນີ້.

ທ່ານ ​ໄກ້​ທ໌​ເນີ ພວມຢູ່​ໃນລະຫວ່າງ​ການ​ເດີນທາງ​ຢ້ຽມຢາມ​ຈີນ​ແລະ​ຍີ່ປຸ່ນ​ເປັນ​ເວລາ​ສາມ
ວັນ. ຊຶ່ງ​ການ​ຢ້ຽມຢາມຂອງທ່ານ ​ໄກ້​ທ໌​ເນີ ​ຄັ້ງ​ນີ້ ກໍເພື່ອ​ຄໍ້າປະກັນ​ການ​ສະໜັບສະ​ໜຸນ
ຈາກ​ນານາ​ຊາດ​ສໍາ​ລັບ​ການ​ລົງ​ໂທດ​ຕ່າງໆ​ຂອງ​ສະຫະລັດ ທີ່​ຫ້າມພວກ​ທະນາຄານ​ຕ່າງ
ປະ​ເທດ​ບໍ່​ໃຫ້​ປະກອບ​ທຸລະ​ກິດ​ການ​ເງິນກັບ​ທະນາຄານ​ກາງຂອງ​ອິຣ່ານ ທີ່​ກຳກັບ​ນຳ​
ການ​ຊື້​ນໍ້​າມັນ​ໂດຍ​ສ່ວນ​ໃຫຍ່​ໃນ​ອິຣ່ານ ຈາກ​ພວກຕະຫລາດການ​ເງິນສະຫະລັດ​ນັ້ນ.

XS
SM
MD
LG