ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຍີ່​ປຸ່ນ ອອ​ສ​ເຕ​ຣ​ເລຍ ມີ​ແຜນ​ຈະ​ຊ້ອມ​ລົບ​ຮ່ວມ ໃນ​ທະ​ເລ​ຈີນ​ໃຕ້ ທີ່​ມີ​ການ​ຂັດ​ແຍ້ງ ເຈົ້າ​ໜ້າ​ທີ່​ຟີ​ລິບ​ປິນ​ກ່າວ

ແຟ້ມ - ເຮືອ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປິນ ແລ່ນ​ຜ່ານ​ກຳ​ປັ່ນ​ໜ່ວຍ​ຍາມ​ຝັ່ງ​ຍີ່​ປຸ່ນ Akitsushima ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ຮ່ວມ​ສາມ​ຝ່າຍ ສະ​ຫະ​ລັດ ຍີ່​ປຸ່ນ ແລະ​ຟີ​ລິບ​ປິນ ໃກ້​ນ່ານ​ນ້ຳ​​ໃນ​ທະ​ເລ​ຈີນ​ໃຕ້ ທີ່​ມີ​ການ​ຂັດ​ແຍ້ງ​ກັນ ຢູ່​ແຂວງ​ບາ​ຕາ​ອານ ວັນ​ທີ 6 ມີ​ຖຸ​ນາ 2023.

ເຈົ້າ​ໜ້າ​ທີ່​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຟີ​ລິບ​ປິນ 2 ທ່ານ ກ່າວ​ວ່າ ​ສະ​ຫະ​ລັດ ຍີ່​ປຸ່ນ ແລະ​ອອ​ສ​ເຕ​ຣ​ເລຍ​ວາງ​ແຜນ​ຈັດ​ການ​ຊ້ອມ​ລົບຮ່ວມ​ຂອງກອງ​ທັບ​ເຮືອ​ໃນ​ອາ​ທິດ ຢູ່​ທະ​ເລ​ຈີນ​ໃຕ້ນອກ​ຊາຍ​ຝັ່ງ​ກ້ຳ​ຕາ​ເ​ວັນ​ຕົກ​ຂອງ​ຟີ​ລິບ​ປິນ ຫຼັງ​ຈາກ​ການ​ສະ​ແດງ​ທ່າ​ທີ​ແບບ​ຮຸກ​ຮານ​ຂອງ​ຈີນ​ຢູ່​ໃນ​ເຂດ​ນ່ານ​ນ້ຳ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ ອີງ​ຕາ​ມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ການ​ຊ້ອມ​ລົບ​ດັ່ງ​ກ່າວ​ຈະ​ມີ​ຮວມ​ທັງ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນແລະ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ລີ​ຄອບ​ເຕີ້ 3 ລຳ​ເຂົ້າ​ຮ່ວມເພື່ອ​ສະ​ແດງ​ກຳ​ລັງ​ແລະ​ຊ້ອມ​ລົບ​ນຳ​ກັນ ເຈົ້າ​ໜ້າ​ທີ່​ກ່າວ​ຕໍ່​ອົງ​ການ​ຂ່າວ​ເອ​ພີ​ໂດຍ​ຂໍ​ສະ​ຫງວນ​ຊື່​ໃນ​ວັນ​ອາ​ທິດ​ວານນີ້.

ປະ​ເທດ​ທັງ​ສາມ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ແລະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ຟີ​ລິບ​ປິນ ຫຼັງ​ຈາກ​ກຳ​ປັ່ນ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຈີນ ສີດ​ນ້ຳ​ເຂົ້າ​ໃສ່ ​ກຳ​ປັ່ນ​ຟີ​ລິບ​ປິນ ໃນ​ການ​ປະ​ເຊີນ​ໜ້າກັນເມື່ອ​ວັນ​ທີ 5 ສິງ​ຫ​າ​ຜ່ານ​ມາ ຢູ່​ໃນ​ເຂດ​ນ່ານ​ນ້ຳ​ທີ່​ມີ​ການ​ຂັດ​ແຍ້ງ​ກັນມາ​ເປັນ​ເວ​ລາ​ດົນ​ນານ ກາຍ​ເປັນ​ເສັ້ນແບ່ງການ​ແຂ່ງ​ຂັນ ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຈີນ ຢູ່​ໃນ​ຂົງ​ເຂດ.​

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG