ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂອບາມາໂອ້ລົມກັບນາຍົກ ລັດຖະມຸນຕີໃໝ່ຍີ່ປຸ່ນ


ປະທານາທິບໍດີ ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ແລະ​ທ່ານ Naoto Kan ຜູ້​ທີ່​ຈະ​ຂຶ້ນ​ເປັນ​ນາຍົກລັດຖະມຸນຕີ
ຄົນ​ໃໝ່​ຂອງ​ຍ່ີປຸ່ນ ​ໄດ້​ຕິດ​ຕໍ່ ພົວພັນ​ກັນ​ເປັນຄັ້ງ​ທຳ​ອິດ​ ໃນ​ການ​ໂອ້​ລົມ​ກັນ​ທາງ​ໂທລະສັບ ໃນ​ວັນ ​ອາທິດ​ມື້​ນີ້
ທ່ີ​ທາງ​ລັດຖະບານ​ວໍ​ຊິງ​ຕັນ ເປັນຝ່າຍຈັດ​ຂຶ້ນ.

ທ່ານ Kan ໄດ້ກ່າວ​ຕໍ່​ຜູ້ນຳ​ສະຫະລັດ​ວ່າ ທ່ານ​ຈະ​ພະຍາຍາມຢ່າງ​ແຂງແຮງ​ສຸດ​ຄວາມ​ສາມາດ ​ເພື່ອ​ປະຕິບັດ​ຕາມ​
ຂໍ້​ຕົກລົງທ່ີໄດ້​ລົງ​ນາມ​ກັນ​ໃນ​ເດືອນ​ແລ້ວ​ນີ້ ​ເພື່ອ​ຍົກ​ຍ້າຍຖານທັບອາກາດຂອງກອງທັບມາຣິນ ສະຫະລັດ
ທ່ີ​ຕັ້ງ​ຢູ່​ເກາະ​ໂອ​ກີ​ນາວາ​ໃນ​ພາກ​ໃຕ້ຂອງ​ຍີ່ປຸ່ນ​ນັ້ນ. ທ່ານ Kan ປະ​ເຊີນ​ໜ້າ​ກັບ​ການ​ຄັດຄ້ານ​ຢ່າງ​ແຂງ​ແຮງ​
ຈາກ​ປະຊາຊົນ​ໃນ​ເກາະ​ໂອ​ກີ​ນາວາ ທ່ີ​ຢາກໃຫ້​ມີການຍົກຍ້າຍ​ຖານ​ທັບ​ດັ່ງກ່າວ​ອອກ​ຈາກ​ເກາະນີ້​ໄປ.
ອະ​ດີດ​ນາຍົກລັດ​ຖະມຸນຕີ ຢູກິ​ໂອ ຮາ​ໂຕ​ຢາມະ ​ໄດ້​ລາ​ອອກ​ຈາກ​ຕຳ​ ແໜ່​ງ​ໃນ​ສັບປະດາ​ຜ່ານ​ມາ ຫລັງ​ຈາກ
ບໍ່​ສາມາດ​ຮັກສາ​ຄຳ​ໝັ້ນ​ສັນຍາ​ທ່ີ ໄດ້ໃຫ້​ໄວ້​ໃນ​ເວລາ​ໂຄສະນາຫາສຽງເລືອກຕັ້ງ ທ່ີວ່າທ່ານຈະບໍ່ສະໜັບ ສະໜຸນການຍົກຍ້າຍຖານທັບດັ່ງກ່າວນັ້ນ.

ຜູ້ນຳ​ຂອງ​ສອງ​ປະ​ເທດ​ມີ​ຄວາມເປັນມາຄ້າ​ຍຄື​ກັນ​ບາງ​ຢ່າງ ຄື​ທ່ານ​ໂອ​ບາ​ມາ​ເຄີຍ​ເປັນ​ຜູ້ຈັດ​ຕັ້ງແລະທຳງານເພື່ອ​ປະ​ຊາ​ຄົມ​ ​ແລະ​ທ່ານ Kan ​ກໍເຄີຍ​ເປັນ​ນັກ​ເຄື່ອນ​ໄຫວ​ສົ່ງ​ເສີມ​ພົນລະ​ເມືອງ. ທັງ​ສອງ​ທ່ານ​ຕ່າງ​ກໍໃຫ້​ຄຳ​ໝັ້ນສັນຍາ​ ທີ່ຈະ​ພັດທະນາ​ ຄວາມເປັນພັນທະ​ມິດ​ລະຫວ່າງ​ຍີ່ປຸ່ນ​ແລະ​ສະຫະລັດ​ ໃຫ້ເລິກ​ເຊິ່ງຍິ່ງຂຶ້ນ ເພື່ອ​ຕໍ່ສູ້​ກັບສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ໂລກ​ແລະ​ ໃນ​ຂົງ​ເຂດ ຮວມທັງ​ເລື້ອງ​ໂຄງການ ນີວ​ເຄລຍຂອງ​ອິຣ່ານ ​ແລະ​ຄວາມ​ເຄັ່ງ​ຕຶງ​ໃນ​ແຫລມ​ເກົາຫລີ​ນຳ.

XS
SM
MD
LG