ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ປະກາດ ຫ້າມບໍ່ໃຫ້ ຄ້າຂາຍ ງາຊ້າງ ແລະ ນໍແຮດ ຢູ່ໃນ ສຫລ (ວີດີໂອ)


ເຈົ້າໜ້າທີ່ ນຳເອົາງາຊ້າງ ທີ່ກຳລັງຮັກສາຄວາມສະຫງົບຢຶດໄດ້ ຢູ່ເມືອງທ່າ Lome ປະເທດ Togo ອອກວາງສະແດງ (28 ມັງກອນ 2014)
ເຈົ້າໜ້າທີ່ ນຳເອົາງາຊ້າງ ທີ່ກຳລັງຮັກສາຄວາມສະຫງົບຢຶດໄດ້ ຢູ່ເມືອງທ່າ Lome ປະເທດ Togo ອອກວາງສະແດງ (28 ມັງກອນ 2014)
ທຳນຽບຂາວໄດ້ປະກາດຫ້າມ ບໍ່ໃຫ້ມີການຄ້າຂາຍງາຊ້າງແລະ
ນໍແຮດ ຢູ່ໃນສະຫະລັດ.

ເຈົ້າໜ້າທີ່ກ່າວວ່າ ການຫ້າມດັ່ງກ່າວນີ້ ຈະເສີມຄວາມເຂັ້ມແຂງ
ໃຫ້ແກ່ການເປັນຜູ້ນຳຂອງສະຫະລັດ ໃນການປົກປ້ອງຊ້າງແລະ
ແຮດ ທີ່ກຳລັງໃກ້ຈະສູນພັນ.

ການປະກາດໃນມື້ວັນອັງຄານຜ່ານມານີ້ ຊຶ່ງມີຂໍ້ຍົກເວັ້ນພຽງເລັກ
ນ້ອຍເທົ່ານັ້ນ ເຮັດໃຫ້ການນໍາເຂົ້າ ການສົ່ງອອກ ແລະ ການຄ້າ
ຂາຍງາຊ້າງ ເປັນການຜິດກົດໝາຍແລະຈຳກັດການລ່າຊ້າງປ່າ ອາຟຣິກາເພື່ອເປັນການກິລານັ້ນ.

ນອກນັ້ນສະຫະລັດຍັງຈະດຳເນີນງານຢ່າງໃກ້ຊິດຂຶ້ນຕື່ມ ກັບບັນດາປະເທດພາຄີຢູ່ໃນທົ່ວ ໂລກ ເພື່ອປາບປາມການລັກລອບລ່າສັດປ່າແບບຜິດກົດໝາຍ ແລະຫຼຸດຜ່ອນຄວາມຕ້ອງ ການ ໃນການຄ້າຂາຍສັດປ່າ ແບບຜິດກົດໝາຍລົງ.

ເຈົ້າໜ້າທີ່ສະຫະລັດທ່ານນຶ່ງ ກ່າວຕໍ່ອົງການຂ່າວຣອຍເຕີ້ວ່າ ບ່ອນທີ່ເໝາະສົມທີ່ສຸດ ໃນ ການຊົມງາ ແລະນໍ ກໍແມ່ນໃນພວກຊ້າງແລະແຮດ ທີ່ຍັງມີຊີວິດຢູ່ ໃນບ່ອນຢູ່ດັ້ງເດີມຂອງ ພວກເຂົາ.

ການຄ້າຂາຍງາຊ້າງແລະນໍແຮດທີ່ຜິດກົດໝາຍ ຍັງດຳເນີນຢູ່ຕໍ່ມາ ທັງໆທີ່ໄດ້ມີການຫ້າມ
ຢູ່ໃນທົ່ວໂລກ ເລີ້ມມາແຕ່ປີ 1989.

US, World Act to Save Elephants
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ
XS
SM
MD
LG