ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ສະຫະລັດ ແລະ ອີຕາລີ ພວມເຈລະຈາ ແກ້ໄຂບັນຫາພາຍໃນ ຂອງລີເບຍ

ສະມາຊິກຂອງກອງກຳລັງທີ່ຈົງຮັກພັກດີ ຕໍ່ລັດຖະບານລີເບຍ ຢູ່ທາງພາກຕາເວັນອອກ ຢືນຍາມ ໃກ້ກັບໂຮງງານຜະລິດ ຊີເມັນ ຊຶ່ງກອງທັບ ໄດ້ຢຶດເອົາການຄວບຄຸມ ໂຮງງານ ຫຼັງຈາກທີ່ໄດ້ປະທະກັນກັບ ກຸ່ມສະພາປະຕິວັດ Shura ຂອງຊາວລີເບຍ ທີ່ເປັນພັນທະມິດກັບ ອະດີດ ຝ່າຍຕໍ່ຕ້ານ Gaddafi ຜູ້ທີ່ໄດ້ເຂົ້າຮ່ວມກັບກຳລັງກຸ່ມ ອິສລາມ Ansar al-Sharia, ໃນ Benghazi, ປະເທດ Libya.

ການທ້າທາຍຕໍ່ຣັດຖະບານໃໝ່ ຂອງລີເບຍ ກັບເລື້ອງຄວາມປອດໄພ ເປັນຈຸດເພັ່ງເລັງ ສຳຄັນ ຂອງພວກນັກການທູດທັງຫຼາຍ ໃນນະຄອນວຽນນາ ໃນວັນຈັນມື້ນີ້ ເວລາພວກ ເພິ່ນເລີ້ມຫາລືກັນ ກ່ຽວກັບ ສະພາບການຢູ່ໃນປະເທດ ທີ່ພວມຊອກຫາຊ່ອງທາງ ເອົາ ຊະນະບັນຫາຄວາມປັ່ນປ່ວນທີ່ຕິດຕາມການໂຄ່ນລົ້ມ ແລະ ການສັງຫານຜູ້ນຳ ມູອຳມາ ກາດັບຟີ ໃນປີ 2011 ນັ້ນ.

ທ່ານ ຈອນ ແຄຣີ ຣມຕ ຕ່າງປະເທດ ສຫລ ກັບທ່ານ ພາວໂລ ເຈັນຕີໂລນີ ໄດ້ເປັນ ເຈົ້າພາບຮ່ວມກັນ ສຳລັບ ກອງປະຊຸມທີ່ແນໃສ່ ສະໜັບສະໜຸນ ຂໍ້ຕົກລົງແຫ່ງຊາດ ສຳລັບຣັດຖະບານ ທີ່ພວກມະຫາອຳນາດຕາເວັນຕົກ ຫວັງຢາກໃຫ້ລີເບຍທ້ອນໂຮມ ເຂົ້າກັນນັ້ນ.

ຣັດຖະບານທີ່ຮັບຮູ້ໂດຍສາກົນນີ້ ພວມປະເຊີນໜ້າກັບ ການທ້າທາຍຕ່າງໆ ຈາກພັກ ຝ່າຍທີ່ເປັນປໍຣະປັກກັນ.

ພວກທະຫານ ຊາວ Armenia ຕັ້ງທ່າຖາຍຮູບ ຢູ່ແນວໜ້າ ໃນເຂດ Nagorno-Karabakh ຂອງປະເທດ Azerbaijan, ວັນທີ 6 ເມສາ 2016.
ພວກທະຫານ ຊາວ Armenia ຕັ້ງທ່າຖາຍຮູບ ຢູ່ແນວໜ້າ ໃນເຂດ Nagorno-Karabakh ຂອງປະເທດ Azerbaijan, ວັນທີ 6 ເມສາ 2016.

ນອກນັ້ນ ຣັດຖະບານໃໝ່ນີ້ ຍັງຖືກທ້າທາຍໂດຍພວກຫົວຮຸນແຮງລັດອິສລາມ ຊຶ່ງມີ ທີ່ໝັ້ນຢູ່ກາງເມືອງເຊິເຕ ທີ່ໃຊ້ຖານດັ່ງກ່າວເປັນບ່ອນລົງມືໂຈມຕີ ທູນີເຊຍ ທີ່ຢູ່ຂ້າງ ຄຽງນັ້ນ.

ເຈົ້າໜ້າທີ່ຜູ້ອາວຸໂສທ່ານນີ້ຂອງ ກະຊວງ ຕ່າງປະເທດ ສຫລ ກ່າວວ່າ ປາກົດວ່າ ພວກເຂົ້າ ຮ່ວມກອງປະຊຸມ ຣມຕ ທັງໝົດນີ້ ຈະເຫັນດີນຳກັນ ວ່າພວກລັດອິສລາມ ແມ່ນເປັນບັນຫາ ໃຫຽ່ຕໍ່ລີເບຍແລະຂົງເຂດດັງກ່າວ.

ໃນການຖະແຫຼງຢ່າງຫຍໍ້ໆໃນວັນສຸກຜ່ານມາ ເຈົ້າໜ້າທີ່ທ່ານນີ້ເວົ້າວ່າ “ລີເບຍເປັນ ປະຕູໄຊສຳຄັນ ເພື່ອເຂົ້າໄປຫາ ເມືອງຊາເຮລ ເມືອງມາກເຣັບ ເຂດຕາເວັນອອກໄກ້ ແລະ ເມດິເຕິເຣນຽນ ແລະຢູໂຣບແລະຖ້າປ່ອຍໃຫ້ພວກ ແດສ ຍຶດໄດ້ ມັນກໍຈະເປັນ ອັນຕະລາຍຮ້າຍແຮງ ສຳລັບລີເບບແລະທຸກໆຄົນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG