ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ອອກແຈ້ງການ ແນະນຳ ການເດີນທາງ ໄປປະເທດ ຣັດເຊຍ


ປະຊາຊົນຍ່າງຢູ່ຈະຕຸລັດແດງ, ພ້ອມກັບ ໂບດ ເຊັ້ນ ບາຊິລ, ຊ້າຍ, ຫໍຄອຍ ສປາສກີ ຂອງວັງ ເຄຣັມລິນ, ຫຼັງຂວາ, ແລະ ສຸສານທ່ານ ເລນິນ, ຂວາ, ໃນນະຄອນຫຼວງ ມົສກູ.
ປະຊາຊົນຍ່າງຢູ່ຈະຕຸລັດແດງ, ພ້ອມກັບ ໂບດ ເຊັ້ນ ບາຊິລ, ຊ້າຍ, ຫໍຄອຍ ສປາສກີ ຂອງວັງ ເຄຣັມລິນ, ຫຼັງຂວາ, ແລະ ສຸສານທ່ານ ເລນິນ, ຂວາ, ໃນນະຄອນຫຼວງ ມົສກູ.

ກະຊວງການຕ່າງປະເທດ ສະຫະລັດ ໄດ້ອອກຄຳແນະນຳການເດີນທາງໄປປະເທດ
ຣັດເຊຍ, ໂດຍຮຽກຮ້ອງໃຫ້ນັກທ່ອງທ່ຽວ “ພິຈາລະນາຄືນ” ແຜນການເດີນທາງຂອງ
ເຂົາເຈົ້າໄປທີ່ນັ້ນ “ຍ້ອນລັດທິກໍ່ການຮ້າຍ ແລະ ການຮາວີລົບກວນ.”

ຄຳແນະນຳດັ່ງກ່າວ, ເຊິ່ງໄດ້ປະກາດ ໃນວັນເສົາວານນີ້, ມີຂຶ້ນໃນຂະ ນະທີ່ ຣັດເຊຍ
ກຳລັງເປັນເຈົ້າພາບຈັດການແຂ່ງຂັນເຕະບານໂລກ ຢູ່ສະຖານທີ່ 11 ແຫ່ງໃນທົ່ວປະ
ເທດ.

ຄຳແນະນຳໄດ້ເຕືອນວ່າ “ເຫດການສາກົນຂະໜາດໃຫຍ່ ເຊັ່ນການແຂ່ງຂັນເຕະບານ
ໂລກ ໄດ້ເປັນເປົ້າໝາຍທີ່ໜ້າດຶງດູດໃຈ ສຳລັບພວກກໍ່ການຮ້າຍ. ພວກລັດທິກໍ່ການ
ຮ້າຍອາດພະຍາຍາມທີ່ຈະໂຈມຕີສະຖານທີ່ຈັດງານຕ່າງໆເຊັ່ນ ສະໜາມກິລາ, ເຂດ
ການຮັບຊົມຂອງພວກແຟນກິລາທັງຫຼາຍ, ສະຖານທີ່ທ່ອງທ່ຽວ, ສູນກາງການຂົນສົ່ງ
ແລະ ສະຖານທີ່ສາທາລະນະອື່ນໆ.

ຖະແຫຼງການກ່າວວ່າ “ພວກກໍ່ການຮ້າຍອາດໂຈມຕີດ້ວຍການເຕືອນລ່ວງໜ້າໜ້ອຍ
ນຶ່ງ ຫຼືບໍ່ມີເລີຍ. ການຂົ່ມຂູ່ຈະວາງລະເບີດໃນສະຖານ ທີ່ສາທາລະແມ່ນເລື່ອງທີ່ມີທົ່ວ
ໄປ.”

ຄຳແນະນຳຍັງກ່າວຕໍ່ໄປວ່າ “ປະຊົນຊົນ ສະຫະລັດ ມັກຈະຕົກເປັນຜູ້ເຄາະຮ້າຍຂອງ
ການຖືກລວນລາມ, ການປະຕິບັດທີ່ບໍ່ຖືກຕ້ອງ ແລະ ການຂົ່ມຂູ່ໂດຍເຈົ້າໜ້າທີ່ບັງຄັບ
ໃຊ້ກົດໝາຍ ແລະ ເຈົ້າໜ້າທີ່ອື່ນໆ. ແລະ ການຊ່ວຍເຫຼືອຂອງສະຖານກົງສຸນ ສະຫະ
ລັດ ເພື່ອຄວບຄຸມຕົວບຸກຄົນຕ່າງໆແມ່ນມັກຈະຖືກເລື່ອນເວລາ ຢ່າງບໍ່ມີເຫດຜົນໂດຍ
ບັນດາເຈົ້າໜ້າທີ່ ຣັດເຊຍ.”

ກະຊວງການຕ່າງປະເທດເວົ້າວ່າ ຣັດເຊຍ ໄດ້ຫຼຸດຈຳນວນນັກການທູດ ສະຫະລັດ ໃນ
ຣັດເຊຍ, ເຮັດໃຫ້ລັດຖະບານ ສະຫະລັດ ມີຄວາມສາມາດທີ່ຈະສະໜອງການບໍລິການ
ໃຫ້ແກ່ປະຊາຊົນ ສະຫະລັດ ໜ້ອຍລົງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG