ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ອອກ​ຄຳເຕືອນ ເຖິງການຂົ່ມຂູ່ພາຍໃນປະເທດ ​ເທື່ອ​ໃໝ່


ທຸງນາຊີ ແລະສິ່ງຂອງຕ່າງໆ ທີ່ພົບເຫັນຈາກ ລົດ​ບັນ​ທຸກ​ທີ່ເຊົ່າ​ມາ ທີ່ເຫັນຢູ່ນີ້ ໃນຂະນະທີ່ຕຳຫລວດ ແລະອົງການປ້ອງກັນຄວາມປອດໄພຕ່າງໆ ທຳການສືບສວນ ທີ່ລົດບັນທຸກຂັບເຂົ້າຕຳສິ່ງກີດຂວາງປ້ອງກັນທຳນຽບຂາວ ໃນນະຄອນຫລວງວໍຊິງຕັນ ວັນທີ 23 ພຶດສະພາ 2023
ທຸງນາຊີ ແລະສິ່ງຂອງຕ່າງໆ ທີ່ພົບເຫັນຈາກ ລົດ​ບັນ​ທຸກ​ທີ່ເຊົ່າ​ມາ ທີ່ເຫັນຢູ່ນີ້ ໃນຂະນະທີ່ຕຳຫລວດ ແລະອົງການປ້ອງກັນຄວາມປອດໄພຕ່າງໆ ທຳການສືບສວນ ທີ່ລົດບັນທຸກຂັບເຂົ້າຕຳສິ່ງກີດຂວາງປ້ອງກັນທຳນຽບຂາວ ໃນນະຄອນຫລວງວໍຊິງຕັນ ວັນທີ 23 ພຶດສະພາ 2023

ຄວາມ​ບໍ່​ພໍໃຈຕ່າງໆທີ່ກຳລັງດຳ​ເນີນຢູ່ ການແບ່ງແຍກການເມືອງ ການໂຄສະນາຊວນເຊື່ອ ທີ່​ພວມ​ແຜ່​ຜາຍ​ຢູ່ທາງອອນລາຍ ຂອງ​ກຸ່ມ ນາຊີ ໃໝ່ແລະການຍັບ​ໃກ້ເຂົ້າມາຂອງການເລືອກຕັ້ງປະທານາທິບໍດີ ປີ 2024 ເຮັດໃຫ້ສະຫະລັດ ​ຕົກຢູ່ໃນ “ສະ​ພາບແວດລ້ອມຂອງ​ການ​ຂົ່ມ​ທີ່​ເພີ້ມ​ຂຶ້ນ” ອີງຕາມການເຕືອນ ຈາກພວກເຈົ້າໜ້າທີ່ ກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງສະຫະລັດ.

ກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງສະຫະລັດ (DHS) ໄດ້ອອກຄຳເຕືອນໃໝ່ ຢູ່ໃນລະບົບເຕືອນກ່ຽວ​ກັບ​ການກໍ່ການຮ້າຍແຫ່ງຊາດໃນວັນພຸດວານນີ້ ໂດຍກ່າວວ່າ ຄວາມໂກດແຄ້ນ ທີ່ປະສົມປະ ສານ ບັນດາແນວຄິດ ແລະໂອກາດຕ່າງໆ “ຍັງ​ເປັນ​ໄພຂົ່ມຂູ່ຢ່າງສະໝໍ່າສະເໝີ ແລະຢ່າງຮ້າຍແຮງຕໍ່ປະເທດ​ຊາດ.”

ນີ້ເປັນເທື່ອທີແປດ ທີ່​ກະ​ຊວງ DHS ໄດ້ອອກປະກາດເຕືອນ ນັບແຕ່ປີ 2021 ພ້ອມດ້ວຍຄຳແນະນຳນີ້ ແທນຄຳເຕືອນເທື່ອກ່ອນ ທີ່ໄດ້ມີຂຶ້ນ ໃນເດືອນພະຈິກປີ​ກາຍນີ້.

​ມັນເກີດຂື້ນພຽງບໍ່ເທົ່າໃດມື້ ຫລັງຈາກຜູ້ຊາຍຄົນນຶ່ງອາຍຸ 19 ປີ ຈາກລັດມິສຊູຣີ ໄດ້ຂັບລົດແລ່ນເຂົ້າ​ຕຳໃສ່ສິ່ງກີດຂວາງຂອງທຳນຽບຂາວ ກ່ອນໂບກທຸງນາຊີ.

​ແລະ​ໃນ​ຂະ​ນະ​ທີ່​ປະ​ເທດ​ຊາດ ລະ​ນຶກ​ເຖິງການຍິງສັງ​ຫານຢູ່ເມືອງຢູວານເດ ລັດເທັກຊັສ ທີ່ໄດ້ເຮັດໃຫ້ເດັກນ້ອຍ 19 ຄົນ ແລະນາຍຄູສອງຄົນເສຍຊີວິດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG