ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະ​ຫະ​ລັດ ​ລົງ​ໂທດຄັ້ງ​ໃໝ່ ຕໍ່​ເກົາ​ຫຼີ​ເໜືອ ຍ້ອນ​ພະ​ນັກ​ງານ​ໄອ​ທີ ທີ່​ຜິດ​ກົດ​ໝາຍ


ຮູບ​ຈາກ​ແຟ້ມ: ຊາຍ​ຄົນ​ນຶ່ງ ໃຊ້​ແປ້ນ​ອັກ​ສອນຕີ​ພິມ ໃນ​ຮູບ​ການ​ສະ​ແດ ງ​ທີ່​ຖ່າຍ​ເມື່ອ​ວັນ​ທີ 28 ກຸມ​ພາ 2013.
ຮູບ​ຈາກ​ແຟ້ມ: ຊາຍ​ຄົນ​ນຶ່ງ ໃຊ້​ແປ້ນ​ອັກ​ສອນຕີ​ພິມ ໃນ​ຮູບ​ການ​ສະ​ແດ ງ​ທີ່​ຖ່າຍ​ເມື່ອ​ວັນ​ທີ 28 ກຸມ​ພາ 2013.

ສະ​ຫະ​ລັດ​ໃນ​ວັນ​ອັງ​ຄານ​ວານນີ້​ໄດ້​ປະ​ກາດ​ການ​ລົງ​ໂທດ​ຮອບ​ໃໝ່​ຕໍ່​ເກົາ​ຫຼີ​ເໜືອ​ທີ່​ພົວ​ພັນ​ກັບ​ພະ​ນັກ​ງານ​ໄອ​ທີ​ຫຼາຍ​ພັນ​ຄົນ ຊຶ່ງ​ຫຼາຍໆ​ຄົນ​ແມ່ນ​ເຮັດ​ວຽກ​ຢູ່​ໃນ​ປະ​ເທດ​ຈີນແລະ​ຣັດ​ເຊຍ ຊຶ່ງ​ແຮງ​ງານ​ເຫຼົ່າ​ນີ້ ​ມີ​ການ​ກ່າວ​ຫາ​ວ່າ ຊ່ວຍ​ສົ່ງ​ເງິນ ​ສະ​ໜັບ​ສະ​ໜຸນໂຄງ​ການ​ອາ​ວຸດ​ທີ່​ມີ​ອະ​ນຸ​ພາບ​ຮ້າຍ​ແຮງ​ ແລະ​ລູກ​ສອນ​ໄຟ ອີງ​ຕາມ​ກະ​ຊວງ​ການ​ເງິນ.

ບຸກ​ຄົນ​ນຶ່ງ​ທີ່​ມີ​ຊື່​ວ່າ ກິມ ຊາງ ແມນ ແລະ​ບໍ​ລິ​ສັດ​ການ​ຮ່ວມ​ມື​ຂໍ້​ມູນ​ເທັກ​ໂນ​ໂລ​ຈີ ຈິນຢອງ ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ເກົາ​ຫຼີ​ເໜືອ ໄດ້​ຖືກ​ລົງ​ໂທດ ທັງ​ຈາກ ​ສະ​ຫະ​ລັດ​ແລະ​ເກົາ​ຫຼີ​ໃຕ້ ຍ້ອນ​ພົວ​ພັນ​ກັບ​ກິດ​ຈະ​ການ​ຕ່າງໆ​ຂອງ​ພວກ​ຄົນ​ງານ​ໄອ​ທີ ອີງ​ຕາມ​ກະ​ຊວງ​ການ​ເງິນ.

ເກົາ​ຫຼີ​ເໜືອ​ກຳ​ລັງ​ນຳ​ພະ​ນັກ​ງານ​ໄອ​ທີ​ຫຼາຍ​ພັນ​ຄົນ​ຢູ່​ໃນ​ທົ່ວ​ໂລກ ຕົ້ນ​ຕໍ​ແລ້ວ​ແມ່ນ​ຢູ່​ໃນ​ປະ​ເທດ​ຈີນ ​ແລະ​ຣັດ​ເຊຍ ກະ​ຊວງ​ການ​ເງິນ​ກ່າວ. ພວກ​ຄົນ​ງານ​ເຫຼົ່າ​ນີ້ “ມີ​ລາຍ​ໄດ້ທີ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ໂຄງ​ການ​ອາ​ວຸດ​ທີ່​ມີ​ອະ​ນຸ​ພາບ​ຮ້າຍ​ແຮງ​ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ.”

ພວກ​ຄົນ​ງານ​ໄດ້​ປົກ​ປິດ​ວ່າ​ເຂົາ​ເຈົ້າ​ແມ່ນ​ໃຜ ສະ​ຖານ​ທີ່ ແລະ​ສັນ​ຊາດ ແລະ​ໃຊ້​ເອກ​ກະ​ສານ​ປອມ​ເພື່ອ​ຂໍ​ເຮັດ​ວຽກ ກະ​ຊວງ​ການ​ເງິນ​ກ່າວ. ພວກ​ເຂົາ​ໄດ້​ລັກ​ເຮັດ​ວຽກ​ແບບ​ລັບໆ ຢູ່​ໃນ​ຕຳ​ແໜ່ງ​ແລະ​ອຸດ​ສາ​ຫະ​ກຳ​ຕ່າງໆຮວມ​ທັງ​ໃນ​ດ້ານ “ທຸ​ລະ​ກິດ​ ສຸ​ຂະ​ພາບ​ແລະ​ອອກ​ກຳ​ລັງ​ກາຍ ຕາ​ໜ່າງ​ສັງ​ຄົມ ກິ​ລາ ບັນ​ເທິງ ແລະ​ວີ​ຖີ​ການ​ດຳ​ເນີນ​ຊີ​ວິດ” ອີງ​ຕາມ​ກະ​ຊວງ​ການ​ເງິນ.

ໃນ​ໄລ​ຍະ​ຜ່ານ​ມາ ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ​ໄດ້​ເຕືອນ​ວ່າ ​ການ​ຈ້າງ​ພະ​ນັກ​ງານ​ໄອ​ທີ​ຈາກ​ເກົາ​ຫຼີ​ເໜືອອາດ​ນຳ​ໄປ​ສູ່​ອຸ​ບັດ​ເຫດ​ໃນ​ການ​ລັກ​ຂະ​ໂມຍ​ຊັບ​ສິນ​ທາງ​ດ້ານ​ປັນ​ຍາ.

ອ່ານ​ຂ່າວນີ້​ຕື່​ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG