ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ອອກແຈ້ງເຕືອນ ກ່ຽວກັບ ການປະທ້ວງ ໃນຂະນະທີ່ປະຊາຊົນ ທົ່ວໂລກ ກ່າວສະໜັບສະໜູນ ການປະທ້ວງ


ຜູ້ປະທ້ວງ ນິວ ຊີແລນ ຖືປ້າຍທີ່ອ່ານວ່າ ຊີວິດຄົນດຳກໍສຳຄັນ ຫຼື Black Lives Matter ໃນການປະທ້ວງຕໍ່ການສັງຫານ ທ້າວ ຈອຈ໌ ຟລອຍ ໃນນະຄອນ ມິນເນອາໂປລິສ, ລັດ ມິນເນໂຊຕ້າ, ຢູ່ນອກສະພາແຫ່ງຊາດໃນນະຄອນຫຼວງ ແວລລິງຕັນ, ປະເທດ ນິວ ຊີແລນ. 1 ມິຖຸນາ, 2020.
ຜູ້ປະທ້ວງ ນິວ ຊີແລນ ຖືປ້າຍທີ່ອ່ານວ່າ ຊີວິດຄົນດຳກໍສຳຄັນ ຫຼື Black Lives Matter ໃນການປະທ້ວງຕໍ່ການສັງຫານ ທ້າວ ຈອຈ໌ ຟລອຍ ໃນນະຄອນ ມິນເນອາໂປລິສ, ລັດ ມິນເນໂຊຕ້າ, ຢູ່ນອກສະພາແຫ່ງຊາດໃນນະຄອນຫຼວງ ແວລລິງຕັນ, ປະເທດ ນິວ ຊີແລນ. 1 ມິຖຸນາ, 2020.

ກະຊວງການຕ່າງປະເທດໄດ້ອອກ “ແຈ້ງເຕືອນການປະທ້ວງ” ໃນນະຄອນຫຼວງ ອາມສະເຕີດຳ, ຊິດນີ, ເບີມູດາ ແລະບ່ອນອື່ນໆ ໃນຂະນະທີ່ການເດີນຂະບວນ ໃຫ້ການສະໜັບສະໜູນການປະ ທ້ວງ ກ່ຽວກັບ ການຕາຍຂອງທ້າວ ຈອຣຈ໌ ຟລອຍ ທີ່ກຳລັງເພີ່ມຂຶ້ນ ຍັງສືບຕໍ່ດ້ວຍແຜນການເພື່ອເຕົ້າໂຮມຊຸມນຸມກັນ ໃກ້ ກັບສະຖານທີ່ທາງການທູດ ສະຫະລັດ.

ເຈົ້າໜ້າທີ່ລັດຖະບານ ແລະ ປະຊາຊົນ ສະຫະລັດ ໄດ້ຖືກແນະນຳໃຫ້ຫຼີກລ່ຽງ ບໍລິເວນຂອງການປະທ້ວງ ແລະ ໃຫ້ລະມັດລະວັງຕົນເອງ, ໃນຂະນະທີ່ “ການ ປະທ້ວງເຊິ່ງມີຈຸດປະສົງແບບງຽບສະຫງົບ ສາມາດທີ່ຈະກາຍເປັນການປະເຊີນ ໜ້າກັນ ແລະ ກາຍເປັນຄວາມຮຸນແຮງຢ່າງວ່ອງ ໄວ,” ອີງຕາມການກ່າວຂອງ ສະຖານທູດ ແລະ ກົງສຸນ ສະຫະລັດ ໃນປະເທດ ເນເທີແລນ.

ກົງສຸນໃຫຍ່ ສະຫະລັດ ໃນນະຄອນ ຊິດນີ ປະເທດ ອອສເຕຣເລຍ ກ່າວວ່າ ເຂົາເຈົ້າຈະປິດຫ້ອງ ການໄວ້ໃນວັນທີ 2 ມິຖຸນາມື້ນີ້ ໃນຂະນະທີ່ການປະທ້ວງ ອາດເກີດຂຶ້ນໃນຕອນ 5 ໂມງແລງວັນອັງຄານມື້ນີ້.

ໃນວັນຈັນທີ່ຜ່ານມາ, ກົງສຸນໃຫຍ່ ສະຫະລັດ ໃນເກາະ ເບີມູດາ ໄດ້ກ່າວວ່າ ເຂົາເຈົ້າປິດການບໍລິ ການຕໍ່ສາທາລະນະ ແຕ່ຄາດວ່າ ຈະເປີດຄືນສຳລັບການ ບໍລິການສຸກເສີນເທົ່ານັ້ນ ໃນວັນອັງຄານມື້ນີ້. ສື່ສັງຄົມໄດ້ລາຍງານ ກ່ຽວກັບ ຄວາມເປັນໄປໄດ້ຂອງການປະທ້ວງວ່າຈະເກີດຂຶ້ນໃນນະຄອນ ຫຼວງ ຮາມິລຕັນ, ເກາະ ເບີມູດາ.

ຕຳຫຼວດໃນທ້ອງຖິ່ນໃນຕົວເມືອງທີ່ວ່ານັ້ນ ແມ່ນຄາດວ່າ ຈະໄປມີໜ້າເພື່ອຮັບ ປະກັນຄວາມປອດໄພຂອງສາທາລະນະ.

ບັນດາຜູ້ປະທ້ວງໃນທົ່ວໂລກແມ່ນກຳລັງກ່າວໃຫ້ການສະໜັບສະໜູນ ຕໍ່ພວກ ເດີນຂະບວນຕໍ່ຕ້ານການຈຳແນກເຊື້ອຊາດຜິວພັນໃນ ສະຫະລັດ.

ການປະທ້ວງຕ່າງໆໃນ ສະຫະລັດ ໄດ້ເລີ່ມຂຶ້ນເມື່ອອາທິດທີ່ຜ່ານມາໃນນະຄອນ ມິນເນອາໂປລິສ, ລັດມິນເນໂຊຕ້າ, ບ່ອນທີ່ທ້າວ ຈອຣຈ໌ ຟລອຍ ຄົນ ອາເມຣິ ກັນ ເຊື້ອສາຍ ອາຟຣິກາ ອາຍຸ 46 ປີໄດ້ເສຍຊີວິດຫຼັງຈາກຖືກຈັບໃສ່ກັບແຂນ, ໜ້າຕິດກັບພື້ນ, ດ້ວຍຫົວເຂົ່າຂອງຕຳຫຼວດກົດໃສ່ຫຼັງ ແລະ ຄໍຂອງລາວດົນ ກວ່າ 8 ນາທີ.

ທ້າວ ເດເຣັກ ໂຈວິນ, ເຈົ້າໜ້າທີ່ຜູ້ທີ່ຄວບຄຸມຕົວທ້າວ ຟລອຍ ຢູ່ພື້ນດິນ, ໄດ້ ຖືກຕັ້ງຂໍ້ຫາດ້ວຍການຄາດຕະກຳລະດັບສາມ ແລະ ການຂ້າຄົນໂດຍບໍ່ໄຕ່ຕອງ ລະດັບສອງ ໃນເວລາຕໍ່ມາ. ທ້າວ ໂຈວິນ ໄດ້ຖືກໄລ່ອອກຈາກວຽກ ພ້ອມກັບ ທີ່ເຈົ້າໜ້າອື່ນໆອີກສາມຄົນ ຜູ້ທີ່ມີໜ້າຢູ່ໃນສະຖານທີ່ເກີດເຫດ ແລະ ຖືກກ່າວ ຫາວ່າ ບໍ່ໄດ້ເຂົ້າໄປຫ້າມ. ທ້າວ ໂຈວິນ ແມ່ນມີກຳນົດທີ່ຈະຂຶ້ນສານ ໃນຕອນ ບ່າຍວັນຈັນໜ້າໃນນະຄອນ ມິນເນອາໂປລິສ. ຫ້ອງການໄອຍະການສູງສຸດ ຂອງລັດ ມິນເນໂຊຕ້າ ຈະເປັນຜູ້ນຳພາໃນການຕັດສິນຄະດີດັ່ງກ່າວ.

ໃນວັນຈັນວານນີ້, ປະຊາຊົນຫຼາຍພັນຄົນໃນປະເທດ ນິວ ຊີແລນ ໄດ້ເດີນຂະ ບວນເພື່ອສະແດງຄວາມສາມັກຄີກັນກັບຄົນໃນ ສະຫະລັດ ທີ່ປະທ້ວງ ການ ຕາຍ ໃນລະຫວ່າງທີ່ຖືກຄວບຄຸມຕົວ ຂອງທ້າວ ຟລອຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG