ນາຍທະຫານຊັ້ນສູງສຸດຂອງສະຫະລັດ ຈະເດີນທາງໄປຢ້ຽມຢາມອິສຣາແອລແລະຈໍແດັນ
ໃນວັນອາທິດມື້ອື່ນນີ້ ເພື່ອໃຫ້ການຄໍ້າປະກັນແກ່ປະເທດທັງສອງ ກ່ຽວກັບການໃຫ້ຄວາມ ສະໜັບສະໜຸນຂອງສະຫະລັດລຸນຫຼັງການລາອອກຂອງປະທານາທິບໍດີອີຈິບທ່ານ Hosni
Mubarak.
ທຳນຽບ 5 ແຈກ່າວວ່າ ພົນເຮືອເອກ Mike Mullen ປະທານເສນາທິການຮ່ວມຂອງ
ກອງທັບສະຫະລັດ ຈະພົບປະກັບກະສັດ Abdullah ແລະເຈົ້າໜ້າທີ່ຄົນອື່ນໆອີກຂອງ
ຈໍແດັນ ທີ່ນະຄອນຫຼວງອຳມານ ໃນວັນອາທິດມື້ອື່ນນີ້.
ຫຼັງຈາກນັ້ນໃນມື້ອື່ນນີ້ ທ່ານກໍຈະອອກເດີນທາງໄປຍັງນະຄອນ Tel Aviv ປະເທດອິສ
ຣາແອລເພື່ອພົບປະກັບນາຍົກລັດຖະມົນຕີ Benjamin Netan-yahu ແລະປະທານາ
ທິບໍດີ Shimon Peres ຕະຫຼອດທັງພວກຜູ້ນຳທາງທະຫານຂອງອິສຣາແອລນຳດ້ວຍ.
ອີຈິບ ເປັນປະເທດພັນທະມິດອາຣັບທີ່ເຂັ້ມແຂງທີ່ສຸດ ຂອງອິສຣາແອລແລະພວກຜູ້ນຳ ຂອງອິສຣາແອລມີຄວາມວິຕົກກັງວົນຢ້ານວ່າ ການປ່ຽນແປງໃນຄະນະນຳພາ ຂອງປະ
ເທດດັ່ງກ່າວອາດຈະສ້າງຄວາມເສຍຫາຍໃຫ້ແກ່ຄວາມສຳພັນທີ່ວ່ານັ້ນ.
ເມື່ອບໍ່ດົນຜ່ານມານີ້ ຈໍແດັນກໍໄດ້ປະສົບພົບເຫັນຄວາມວຸ້ນວາຍ ທີ່ຄ້າຍຄືກັນກັບການປະ ທ້ວງທີ່ໄດ້ຂັບໄລ່ທັງປະທານາທິບໍດີ Mubarak ແລະປະທານາທິບໍດີ Zine al-Abidine
Ben Ali ແຫ່ງຕູນີເຊຍ ອອກຈາກອຳນາດ ເມື່ອໄວໆມານີ້. ໃນມື້ວັນພຸດແລ້ວ ກະສັດ
Abdullah ຊົງໃຫ້ລັດຖະບານຊຸດໃໝ່ສາບານໂຕເຂົ້າຮັບໜ້າທີ່ໂດຍໃຫ້ຄຳໝັ້ນສັນຍາວ່າ
ຈະໃຫ້ອິດສະຫຼະພາບແກ່ປະຊາຊົນຫຼາຍຂຶ້ນແລະສືບຕໍ່ການປະຕິຮູບທາງດ້ານການເມືອງ.