ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ແລະ ອິ​ສ​ຣາ​ແອ​ລ ຈະ​ເຊັນ​ຂໍ້​ຕົກ​ລົງ​ດ້ານ​ຄວາມ​ປອດ​ໄພ, ປຶກ​ສາ​ຫາ​ລື​ການ​ຕອບ​ໂຕ້ ອີ​ຣ່ານ


ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ແຢ ລາ​ປີດ, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ແລະ ປະ​ທາ​ນາ​ທິ​ບໍ​ດີ ອິ​ສ​ຣາ​ແອ​ລ ທ່ານ ໄອ​ແຊກ ເຮີ​ຊອກ ເຂົ້າ​ຮ່ວມ​ພິ​ທີ​ໄວ​ອາ​ໄລ​ທີ່​ອາ​ນຸ​ສອນ​ສະ​ຖານ​ ຢາດ ວາ​ເຊັມ, ໃນ​ນະ​ຄອນ ເຈ​ຣູ​ຊາ​ແລັມ, 13 ກໍ​ລະ​ກົດ, 2022.
ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ແຢ ລາ​ປີດ, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ແລະ ປະ​ທາ​ນາ​ທິ​ບໍ​ດີ ອິ​ສ​ຣາ​ແອ​ລ ທ່ານ ໄອ​ແຊກ ເຮີ​ຊອກ ເຂົ້າ​ຮ່ວມ​ພິ​ທີ​ໄວ​ອາ​ໄລ​ທີ່​ອາ​ນຸ​ສອນ​ສະ​ຖານ​ ຢາດ ວາ​ເຊັມ, ໃນ​ນະ​ຄອນ ເຈ​ຣູ​ຊາ​ແລັມ, 13 ກໍ​ລະ​ກົດ, 2022.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ແມ່ນ​ກຳ​ລັງ​ພົ​ບ​ປະ​ກັບ​ບັນ​ດາ​ຜູ້​ນຳ ອິ​ສ​ຣາ​ແອ​ລ ໃນ​ວັ​ນ​ພະ​ຫັດ​ມື້ນີ້, ດ້ວຍ​ບັນ​ຫາ​ດ້ານ​ຄວາມ​ປອດ​ໄພ, ສົງ​ຄາມ​ໃນ​ຢູ​ເຄ​ຣນ ແລະ ສາຍ​ພົວ​ພັນ​ລະ​ຫວ່າງ ສະ​ຫະ​ລັດ ກັບ ອິ​ສ​ຣ​າ​ແອ​ລ ແມ່ນ​ຢູ່​ໃນ​ວາ​ລະ​ກອງ​ປະ​ຊຸມ ໃນ​ຂະ​ນະ​ທີ່​ທ່ານ ໄບ​ເດັນ ທຳ​ການ​ເດີນ​ທາງ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ໄປ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ນັບ​ຕັ້ງ​ແຕ່​ໄດ້​ເຂົ້າ​ກຳ​ຕຳ​ແໜ່ງ.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ລັດ​ຖະ​ບານ​ທ່ານ ໄບ​ເດັນ ຄົນ​ນຶ່ງ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ ການ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮັກ​ສາ​ການ ທ່ານ ແຢ ລາ​ປີດ ຈະ​ປະ​ກອບ​ມີ​ການ​ເຊັນ​ຖະ​ແຫຼງ​ການ​ຮ່ວມ​ທີ່​ລວມ​ມີ “ຄຳ​ໝັ້ນ​ສັນ​ຍາ ​ທີ່​ຈະ​ບໍ່​ມີ​ວັນ​ອະ​ນຸ​ຍາດ​ໃຫ້​ ອີ​ຣ່ານ ມີ​ອາ​ວຸດ​ນິວ​ເຄ​ລຍ ແລະ ເພື່ອ​ແກ້​ໄຂ​ກິດ​ຈະ​ການ​ສ້າງ​ຄວາມບໍ່​ໝັ້ນ​ຄົງ​ຂອງ ອີ​ຣ່ານ, ໂດຍ​ສະ​ເພາະ​ໄພ​ຂົ່ມ​ຂູ່​ຕໍ່ ອິ​ສ​ຣາ​ແອ​ລ.”

ອິ​ສ​ຣາ​ແອ​ລ ແມ່ນ​ຜູ້​ຕິ​ຕຽນ​ທີ່​ສຳ​ຄັນ​ຕໍ່​ຂໍ້​ຕົກ​ລົງ​ສາ​ກົນ​ທີ່​ຖືກ​ເຊັນ​ໃນ​ປີ 2015 ລະ​ຫວ່າງ ອີ​ຣ່ານ ແລະ ກຸ່ມ​ຂອງ​ມະ​ຫາ​ອຳ​ນາດ​ໂລກ ທີ່​ຫ້າມ​ໂຄງ​ການ​ນິວ​ເຄ​ລຍ​ຂອງ ອີ​ຣ່ານ ໃນ​ການ​ແລກ​ປ່ຽນ​ກັບ​ການ​ຜ່ອນ​ເບົາ​ມາດ​ຕະ​ການ​ລົງ​ໂທດ. ທ່ານ ໄບ​ເດັນ ໄດ້​ເປັນ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ເວ​ລາ​ທີ່​ຂໍ້​ຕົ​ກ​ລົງ​ດັ່ງ​ກ່າວ​ຖືກ​ເຊັນ, ແລະ ມັນ​ເປັນ​ຜູ້​ດຳ​ລົງ​ຕຳ​ແໜ່ງ​ກ່ອນ​ໜ້າ​ທ່ານ, ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ຜູ້​ທີ່​ໄດ້​ຖອນ ສະ​ຫະ​ລັດ ອອກ​ຈາກ​ຂໍ້​ຕົກ​ລົງ​ນັ້ນ​ໃນ​ປີ 2018.

ມັນ​ໄດ້​ມີ​ຄວາມ​ພະ​ຍາ​ຍາມ​ເມື່ອບໍ່​ດົນ​ມານີ້​ເພື່ອ​ນຳ​ເອົາ​ທັງ ສະ​ຫະ​ລັດ ແລະ ອີ​ຣ່ານ ກັບ​ຄືນ​ມາ​ສູ່​ຂໍ້​ຕົກ​ລົງ​ດັ່ງ​ກ່າວ, ລວມ​ມີ​ການ​ເຈ​ລະ​ຈາ​ທາງ​ອ້​ອມ​ໃນ​ນະ​ຄອນຫຼວງ ວຽນ​ນາ, ປະ​ເທດ ອອ​ສ​ເຕ​ຣຍ.

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຄົນ​ນັ້ນ​ໄດ້​ກ່າວ​ວ່າຈາກ​ຝ່າຍ ສະ​ຫະ​ລັດ “ປະ​ຕູ​ແມ່ນ​ເປີດ​ຕໍ່​ການ​ທູດ.”

ເຈົ້າ​ໜ້າ​ທີ່​ດັ່ງ​ກ່າວ​ເວົ້າ​ວ່າ “ຖ້າ ອີ​ຣ່ານ ຢາກ​ເຊັນ​ຂໍ້​ຕົກ​ລົງ​ທີ່​ໄດ້​ມີ​ການ​ເຈ​ລະ​ຈາ​ໃນ​ນະ​ຄອນຫຼວງ ວຽນ​ນາ ນັ້ນ, ພວກ​ເຮົາ​ແມ່ນ​ໄດ້​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງຫຼາຍ, ພວກ​ເຮົາ​ພ້ອມ​ທີ່​ຈະ​ເຮັດ​ສິ່ງ​ນັ້ນ. ໃນ​ເວ​ລາ​ດຽວ​ກັນ, ຖ້າ​ເຂົາ​ເຈົ້າ​ບໍ່​ຢາກ​ເຮັດ, ພວກ​ເຮົາ​ຈະ​ສືບ​ຕໍ່​ເພີ່ມ​ຄວາມ​ກົດ​ດັນ​ດ້ວຍ​ມາດ​ຕະ​ການ​ລົງ​ໂທດ​ຂອງ​ພວກ​ເຮົາ. ພວກ​ເຮົາ​ຈະ​ສືບ​ຕໍ່​ຂະ​ຫຍາຍ​ການ​ໂດດ​ດ່ຽວ ອີ​ຣ່ານ ທາງ​ການ​ທູດ.”

ເຈົ້າ​ໜ້າ​ທີ່​ດັ່ງ​ກ່າວ​ເວົ້າ​ວ່າ ທ່ານ ໄບ​ເດັນ ແລະ ທ່ານ ລາ​ປີດ ຍັງ​ຈະ​ປຶກ​ສາ​ຫາ​ລື “ວິ​ທີ​ທີ່​ຈະ​ຮັກ​ສາ​ໂອ​ກາດ​ຢູ່​ທີ່ນີ້​ສຳ​ລັບ​ການ​ແກ້​ໄຂ​ບັນ​ຫາ​ສອງ​ລັດ” ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ປາ​ແລັ​ສ​ໄຕ​ນ໌, ເຊິ່ງ​ແມ່ນ​ສິ່ງ​ທີ່​ທ່ານ ໄບ​ເດັນ “ມີ​ຄວາມ​ເຊື່ອ​ໃນ​ຕະຫຼອດ​ຊີ​ວິດ​ຂອງ​ທ່ານ.”

ທ່ານ ໄບ​ເດັນ ແລະ ບັນ​ດາ​ຜູ້​ນຳ ອິ​ສ​ຣາ​ແອ​ລ ຈະ​ໄດ້​ເຂົ້າ​ຮ່ວມ​ໂດຍ​ບັນ​ດາ​ຜູ້​ນຳ​ຈາກ ອິນ​ເດຍ ແລະ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັ​ສ໌ ສຳ​ລັບ​ກອງ​ປະ​ຊຸມ​ສຸດຍອດ​ທີ່​ເພັ່ງ​ເລັງ​ໃສ່​ຄວາມ​ໝັ້ນ​ຄົງ​ດ້ານ​ອາ​ຫານ ແລະ ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຂະ​ຫຍາຍ​ພະ​ລັງ​ງານ​ສະ​ອາດ.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ລັດ​ຖະ​ບານ​ໄດ້​ກ່າວ​ວ່າ ການ​ລວມ​ກຸ່ມ​ດັ່ງ​ກ່າວ, ທີ່​ຮູ້​ຈັກ​ກັນ​ໃນ​ຊື່ I2U2 ນັ້ນ, ຈະ​ເປີດ​ໂຄງ​ການ​ມູນ​ຄ່າ 2 ຕື້​ໂດ​ລາ, ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ໃນ​ຄວາມ​ໝັ້ນ​ຄົງ​ດ້ານ​ອາ​ຫານ ດ້ວຍ​ສວນກະ​ສິ​ກຳຕ່າງໆ​ໃນ​ປະ​ເທດ ອິນ​ເດຍ. ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັ​ສ໌ ແມ່ນ​ຈະ​ປະ​ກອບ​ສ່ວນ​ໃນ​ການ​ໃຫ້​ທຶນ​ໂຄງ​ການ​ດັ່ງ​ກ່າວ, ດ້ວຍ ອິ​ສ​ຣາ​ແອ​ລ ສະ​ໜອງ​ເທັກ​ໂນ​ໂລ​ຈີ​ການ​ຊ່ວຍ​ເຫຼືອ ແລະ ຝ່າຍ​ເອ​ກະ​ຊົນຂອງ ສະ​ຫະ​ລັດ ກໍ​ຈະ​ເຂົ້າ​ຮ່ວມ​ເຊັ່ນ​ກັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG