ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະອິສຣາແອລ ຍັງມີຄວາມເຫັນແຕກຕ່າງກັນ


ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ພົບປະກັບນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ທີ່ນຳທຽບຂາວ (20 ພຶດສະພາ 2011)
ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ພົບປະກັບນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ທີ່ນຳທຽບຂາວ (20 ພຶດສະພາ 2011)

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ ແລະນາຍົກ
ລັດຖະມົນຕີອິສຣາແອລທ່ານເບັນຈະມິນເນຕັນຢາຮູກ່າວວ່າ ພວກທ່ານຍັງມີຄວາມເຫັນແຕກຕ່າງກັນຢູ່ກ່ຽວກັບເສັ້ນທາງ
ໄປສູ່ສັນຕິພາບໃນພາກຕາເວັນອອກກາງ.

ພວກຜູ້ນຳທັງສອງໃຫ້ທັດສະນະດັ່ງກ່າວ ລຸນຫຼັງການເຈ
ລະຈາຫາລືທີ່ທຳນຽບຂາວໃນມື້ວັນສຸກວານນີ້. ທ່ານເນ
ຕັນຢາຮູກ່າວວ່າ ອິສຣາແອລເຕັມໃຈ ທີ່ຈະໃຫ້ການຜ່ອນ
ຜັນ ແກ່ຝ່າຍປາແລສໄຕນ໌ ທີ່ພວມຊອກສະແຫວງຫາຊ່ອງ
ທາງໃນການສ້າງຕັ້ງປະເທດ ຢູ່ໃນເວລານີ້. ແຕ່ແນວໃດກໍ
ຕາມ ທ່ານເວົ້າວ່າ ອິສຣາແອລບໍ່ສາມາດກັບຄືນໄປສູ່ການ
ມີຊາຍແດນໃນສະໄໝກ່ອນສົງຄາມ 6 ມື້ໃນປີ 1967. ທ່ານ
ເວົ້າວ່າ ເສັ້ນຊາຍແດນທີ່ວ່ານີ້ແມ່ນບໍ່ສາມາດປ້ອງກັນໄດ້.
ທ່ານໂອບາມາໄດ້ສະເໜີໃຫ້ອິສຣາແອລ ພິຈາລະນາກ່ຽວ
ກັບການກັບຄືນໄປສູ່ການມີເຂດຊາຍແດນໃນສະໄໝກ່ອນ
ສົງຄາມ ພ້ອມກັບເງື່ອນໄຂຈຳນວນນຶ່ງໃນຄຳປາໄສໃນມື້ວັນ
ພະຫັດຜ່ານມາ.

ຂະນະດຽວກັນຝ່າຍປາແລສໄຕນ໌ກ່າວວ່າ ຕົນຈະດຳເນີນການຕໍ່ໄປກ່ຽວກັບແຜນການເພື່ອ
ຊອກຫາຊ່ອງທາງໃຫ້ອົງການສະຫະປະຊາຊາດ ຮັບຮູ້ປະເທດຢູ່ໃນເຂດຝັ່ງຕາເວັນຕົກຂອງ
ແມ່ນໍ້າຈໍແດັນ. ອົງການຂ່າວເອພີ ໄດ້ອ້າງຄຳເວົ້າຂອງທ່ານ Nabil Shaath ຊຶ່ງເປັນເຈົ້າໜ້າ
ທີ່ອະວຸໂສຂອງປາແລສໄຕນ໌ ທີ່ກ່າວວ່າ ການໃຫ້ທັດສະນະຄວາມເຫັນຂອງທ່ານເນຕັນຢາຮູ
ນັ້ນແມ່ນເປັນທີ່ຈະແຈ້ງວ່າທ່ານບໍ່ແມ່ນພາຄີໃນການສ້າງສັນຕິພາບ. ການເຈລະຈາສັນຕິພາບ
ລະຫວ່າງອິສຣາແອລແລະປາແລສໄຕນ໌ ພາຍໃຕ້ການໄກ່ເກ່ຍຂອງສະຫະລັດໄດ້ຕົກຢູ່ໃນສະ
ພາບບໍ່ໄປບໍ່ມາໃນເດືອນກັນຍາປີກາຍ.

ໃນວັນພະຫັດຜ່ານມານີ້ ທ່ານໂອບາມາໄດ້ກ່າວຄຳປາໄສທີ່ກະຊວງການຕ່າງປະເທດສະຫະ
ລັດວ່າ ເງື່ອນໄຂຕ່າງໆທີ່ຈະໃຫ້ອິສຣາແອລກັບຄືນໄປສູ່ການມີຊາຍແດນໃນສະໄໝກ່ອນສົງ
ຄາມປີ 1967 ນັ້ນ ຈະຕ້ອງໄດ້ມີການຕົກລົງເຫັນພ້ອມນຳກັນ ກ່ຽວກັບການແລກປ່ຽນກັບ
ຝ່າຍປາແລສໄຕນ໌ເພື່ອວ່າເຂດຊາຍແດນທີ່ໝັ້ນຄົງແລະຖືກຮັບຮູ້ສາມາດສ້າງຕັ້ງຂຶ້ນມາໄດ້ສຳ
ລັບປະເທດທັງສອງ. ຝ່າຍປາແລສໄຕນ໌ໄດ້ໃຫ້ການສະໜັບສະໜຸນຕໍ່ການໃຫ້ຄວາມເຫັນດັ່ງ
ກ່າວຂອງທ່ານໂອບາມາ

XS
SM
MD
LG