ສະຫະລັດ ແລະ Israel ໄດ້ລົງນາມໃນຂໍ້ຕົກລົງສຳຄັນ ເພື່ອໃຫ້ການຊ່ອຍເຫຼືອທາງທະຫານໃນໄລຍະ 10 ປີ ໃນວັນພຸດວານນີ້ໃນຂະນະທີ່ສະມາຊິກສະພາຈາກທັງສອງພັກການເມືອງ ໄດ້ເນັ້ນຢ້ຳວ່າ ລັດຖະສະພາຈະເປັນຜູ້ຕັດສິນກ່ຽວກັບລະດັບການຊ່ອຍເຫຼືອທີ່ແທ້ຈິງ ຕໍ່ Jerusalem.
ບົດບັນທຶກຄວາມເຂົ້າໃຈນີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສະໜອງການຊ່ອຍເຫລືອໃຫ້ Israel ດ້ວຍງົບປະມານຫຼາຍເປັນປະຫວັດການ ໃນເງິນຈຳນວນ 38 ພັນລ້ານໂດລາ ແຕ່ປີ 2019 ເຖິງປີ 2028 ຊຶ່ງເພີ້ມຂຶ້ນຈ ຈຳນວນເງິນ 3 ພັນລ້ານໂດລາຕໍ່ປີ ເປັນ 3 ພັນ 3 ຮ້ອຍລ້ານຕໍ່ປີ ແລະອີກ 500 ລ້ານຕໍ່ປີ ເພື່ອລະບົບປ້ອງກັນລູກສອນໄຟຂອງ Israel.
ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດປະຈຳທຳນຽບຂາວ ທ່ານນາງ Susan Rice ໄດ້ເນັ້ນຢ້ຳເຖິງສາຍພົວພັນລະຫວ່າງສະຫະລັດກັບ Israel ວ່າ “ແຂງແກ່ນປານເຫຼັກກ້າ” ໃນພິທີລົງນາມໃນກະຊວງການຕ່າງປະເທດ ເປັນຜູ້ຈັດຂຶ້ນນັ້ນ.
“ບົດບັນທຶກຄວາມເຂົ້າໃຈນີ້ ໄດ້ເປັນຂີດໝາຍຂອງການເພີ້ມຂຶ້ນໃນການຊ່ອຍເຫຼືອສຳ ລັບງົບປະມານໃນປະຈຸບັນທີ່ມີແລ້ວນັ້ນ ແລະຈະຄ້ຳປະກັນວ່າ Israel ຈະໄດ້ຮັບຄວາມຊ່ອຍເຫຼືອ ທີ່ຈະເປັນໃນການປົກປ້ອງຕົນໄດ້ ດ້ວຍຕົນເອງ ແລະຮັກສາຄວາມສາມາດທາງທະຫານທີ່ລ້ຳໜ້າໄວ້,” ຊຶ່ງທ່ານນາງ Rice ໄດ້ກ່າວເຊັ່ນນັ້ນ.
ຕາງໜ້າໃຫ້ທາງ Israel ແມ່ນທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ທ່ານ Jacob Nagal ຜູ້ຊຶ່ງໄດ້ກ່າວວ່າ ການຊ່ອຍເຫຼືອຊຸດນີ້ “ໄດ້ເຮັດໃຫ້ຄົບຖ້ວນຢ່າງທ່ຽງດຸນລະຫວ່າງ ຄວາມຈຳເປັນ ແລະຄວາມອາດສາມາດ ຂອງທັງສອງປະເທດ ແລະຈະສາມາດເຮັດໃຫ້ Israel ປ້ອງກັນຕົວເອງໄດ້ດີຂຶ້ນ ດ້ວຍຕົນເອງ” ຕໍ່ການຂົ່ມຂູ່ ໃດໆ.
ທ່ານ Nagal ໄດ້ກ່າວວ່າ ບົດບັນທຶກຄວາມເຂົ້າໃຈ ຈະໃຫ້ທຶນສະໜັບສະໜຸນຕໍ່ “ໂຄງການລູກສອນໄຟທີ່ເຂັ້ມແຂງ” ເພື່ອຮັບມືກັບໄພຂົ່ມຂູ່ໃດໆ ຢູ່ໃນຂົງເຂດ.
ການຊ່ອຍເຫຼືອຊຸດນີ້ ແມ່ນໄດ້ເປັນຜົນງານການເຈລະຈາທີ່ຊັບຊ້ອນມາເປັນເວລາຫຼາຍ ເດືອນ ລະຫວ່າງສະຫະລັດ ແລະ Israel ແລະຮວມທັງເງື່ອນໄຂບາງຂໍ້ທີ່ສ້າງຄວາມບໍ່ພໍໃຈ ຕໍ່ສະມາຊິກສະພາບາງທ່ານ. Israel ໄດ້ຕົກລົງ ທີ່ຈະໃຊ້ຈ່າຍງົບປະມານຊ່ອຍເຫຼືອນີ້ ໃນການຊື້ອາວຸດທີ່ເຮັດໂດຍອາເມຣິກັນ ແລະໄດ້ຕົກລົງທີ່ຈະບໍ່ວິ່ງເຕັ້ນຂໍ ງົບປະມານເພີ້ມ ຕື່ມ ຈາກລັດຖະສະພາ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ