ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄພຂົ່ມຂູ່ຈາກນິວເຄລຍອີຣ່ານ ຈະບໍ່ມີຂຶ້ນໃນໄວໆນີ້


ໜັງສືພິມສະຫະລັດ ສະບັບນຶ່ງ ລາຍງານວ່າ ພວກເຈົ້າໜ້າທີ່ ຂອງລັດຖະບານ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ໃຫ້ຄວາມໝັ້ນໃຈ ແກ່ອິສຣາແອລວ່າ ອີຣ່ານຈະຕ້ອງໃຊ້ເວລາ ອີກຢ່າງນ້ອຍນຶ່ງປີ ຈຶ່ງຈະສາມາດ ສ້າງອາວຸດນິວເຄລຍໄດ້.

ໜັງສືພິມ New York Times ໄດ້ອ້າງຄຳເວົ້າ ຂອງທ່ານ Gary Samore ຫົວໜ້າທີ່ປຶກສາ ຂອງປະທານາທິບໍດີ ກ່ຽວກັບບັນຫານິວເຄລຍ ທີ່ກ່າວວ່າ ເຕຫະຣ່ານ ຈະຕ້ອງໃຊ້ເວລາ ອີກຢ່າງນ້ອຍນຶ່ງປີ ຈຶ່ງຈະສາມາດ ຫັນປ່ຽນໃຫ້ວັດຖຸນິວເຄລຍ ກາຍເປັນອາວຸດໄດ້. ທ່ານເວົ້າວ່າ ນຶ່ງປີ ແມ່ນໄລຍະເວລາ ທີ່ຍາວນານ.

ໜັງສືພິມ ຂອງສະຫະລັດ ສະບັບນີ້ເວົ້າວ່າ ເຈົ້າໜ້າທີ່ ໃນລັດຖະບານ ທ່ານໂອບາມາ ເຊື່ອວ່າ ການຊັ່ງຊາ ຕີຣາຄາທີ່ວ່ານີ້ ເຮັດໃຫ້ມີໂອກາດຫຼຸດນ້ອຍລົງ ທີ່ອິສຣາແອລ ຈະຊິງທຳການໂຈມຕີກ່ອນ ຕໍ່ສະຖານທີ່ນິວເຄລຍ ຂອງອີຣ່ານ ພາຍໃນປີໜ້າ ຊຶ່ງເປັນເລື່ອງ ທີ່ກ່ອນໜ້ານີ້ ອິສຣາແອລເວົ້າວ່າ ຕົນຈະພິຈາລະນາເບິ່ງນັ້ນ.

ອິສຣາແອລມອງວ່າ ປະເທດອີຣ່ານ ທີ່ມີອາວຸດນິວເຄລຍ ແມ່ນເປັນໄພຂົ່ມຂູ່ຕໍ່ ຄວາມຢູ່ລອດຂອງຕົນ ຍ້ອນວ່າ ພວກຜູ້ນຳຂອງອີຣ່ານ ໄດ້ຮຽກຮ້ອງ ສະເໝີມາ ໃຫ້ລຶບລ້າງ ປະເທດອິສຣາແອລ.

XS
SM
MD
LG