ເຈົ້າໜ້າທີ່ທາງທະຫານຂັ້ນສູງຂອງສະຫະລັດ ໄດ້ເປີດການສົນທະນາແບບປິດລັບກັບ
ພວກຜູ້ນໍາ Israel ໃນວັນສຸກວານນີ້ ກ່ຽວກັບວ່າ ຈະຕອບໂຕ້ຕໍ່ໂຄງການນີວເຄລຍທີ່
ເປັນບັນຫາຖົກຖຽງໂຕ້ແຍ້ງກັນຢູ່ຂອງອີຣ່ານ ແນວໃດ ຊຶ່ງທັງສອງປະເທດ ຢ້ານກົວວ່າ
ໂຄງການນັ້ນ ຈະຖືກນໍາໃຊ້ເຂົ້າໃນການຜະລິດອາວຸດນີວເຄລຍ.
ປະທານຫົວໜ້າເສນາທິການຮ່ວມຂອງສະຫະລັດ ນາຍພົນ Martin Dempsey ໄດ້
ພົບກັບນາຍົກລັດຖະມົນຕີ Israel ທ່ານ Benjamin Netanyahu ແລະປະທານາທິ
ບໍດີ Shimon Peres ພ້ອມດ້ວຍລັດຖະມົນຕີປ້ອງກັນປະເທດ ທ່ານ Ehud Barak
ແລະຜູ້ບັນຊາການກອງທັບອິສຣາແອລ ທ່ານ Benny Ganz.
ບໍ່ມີການເປີດເຜີຍໃຫ້ຊາບຫຍັງຫຼາຍ ກ່ຽວກັບລາຍລະອຽດໃນການພົບປະກັນຄັ້ງນີ້ ແຕ່
ວ່າອົງການຂ່າວ Israel ໄດ້ລາຍງານວ່າ ຄາດກັນວ່າພວກເຈົ້າໜ້າທີ່ສະຫະລັດຈະເຕືອນ
Israel ບໍ່ໃຫ້ເປັນຝ່າຍທໍາການໂຈມຕີທາງທະຫານຕໍ່ອິຣ່ານກ່ອນ. ສ່ວນທາງ Israel
ກໍບໍ່ໄດ້ປະຕິເສດເຖິງຄວາມເປັນໄປໄດ້ ກ່ຽວກັບການດໍາເນີນແບບນັ້ນ. ສະຫະລັດມີ
ຄວາມມຸ້ງຫວັງຢາກດໍາເນີນການລົງໂທດຕໍ່ອິຣ່ານ ຫລາຍກວ່າ ການໃຊ້ກໍາລັງທະຫານ.
ຢູ່ທີ່ກຸງວໍຊິງຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ໄດ້ສົນທະນາບັນຫາດັ່ງກ່າວກັບຄູ່ຕໍາແຕ່ງຝ່າຍເຢຍລະມັນ ທ່ານ Guido Westerwelle. ທ່ານນາງໄດ້ກ່າວຕໍ່ພວກນັກຂ່າວວ່າ ລຸນຫລັງ ການປະຊຸມກັນແລ້ວນັ້ນວ່າ ອິຣ່ານມີໂອ
ກາດທີ່ຈະເລືອກກັບເຂົ້າມາເຈລະຈາຄືນໃໝ່ ແລະແກ້ໄຂຄວາມເປັນຫ່ວງຂອງປະຊາຄົມ
ສາກົນກ່ຽວກັບ ໂຄງການນີວເຄລຍຂອງຕົນ ຖ້າບໍ່ດັ່ງນັ້ນ ກໍຈະຖືກກົດດັນຈາກນາໆ
ຊາດ ແລະກໍຈະຖືກໂດດດ່ຽວ.