ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາແອລມີໝາຍກໍານົດທີ່ຈະທໍາການພົບປະໃນວັນອັງຄານມື້ນີ້ກັບບັນດາສະມາຊິກສະພານິຕິບັນຍັດແລະທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ຂະນະທີ່ທ່ານໃກ້ຈະເສັດສິ້ນການຢ້ຽມຢາມກຸງວໍຊິງຕັນຂອງທ່ານ ທີ່ຄອບງໍາໄປດ້ວຍການໂອ້ລົມສົນທະນາກັນກ່ຽວກັບວິທີການຕ່າງໆ ເພື່ອຈະຕອບໂຕ້ຕໍ່ໂຄງການນີວເຄລຍຂອງອີຣ່ານ ທີ່ເປັນບັນຫາໂຕ້ແຍ້ງກັນນັ້ນ.
ໃນການພົບປະກັນຂອງພວກທ່ານ ໃນວັນຈັນວານນີ້ ທີ່ທໍານຽບຂາວ ປະທານາທິບໍດີບາຣັກ ໂອບາມາ ໄດ້ຂໍຮ້ອງໃຫ້ທ່ານເນທັນຢາຮູ ໃຫ້ໂອກາດຕື່ມອີກຕໍ່ການລົງໂທດຕໍ່ອີຣ່ານເພື່ອຍັບຍັ້ງຄວາມໄຝ່ຝັນດ້ານນີວເຄລຍຂອງອີຣ່ານນັ້ນ.
ແຕ່ຜູ້ນໍາອິສຣາແອລ ໄດ້ກ່າວເນ້ນເຖິງສິດທິຂອງປະເທດຂອງທ່ານ ເພື່ອປ້ອງກັນຕົນເອງດ້ວຍການເຄື່ອນໄຫວທາງທະຫານນັ້ນ. ທ່ານເນ ທັນຢາຮູ ກ່າວໃນເວລາຕໍ່ມາ ຕໍ່ຄະນະກໍາມາທິການປະຊາສໍາພັນອາເມຣິກັນອີສຣາແອລ ຫລື AIPAC ທີ່ທ່ານມີຄວາມຍິນດີນໍາໃນການລົງໂທດທີ່ໜັກຂຶ້ນ ແຕ່ໂຄງການນີວເຄລຍຂອງອີຣ່ານຍັງສືບຕໍ່ຄືບໜ້າໄປນັ້ນ.
ກຸງເຕຫະຣ່ານປະຕິເສດວ່າຕົນບໍ່ໄດ້ດໍາເນີນໂຄງການເພື່ອສ້າງອາວຸດນີວເຄລຍ ແລະກ່າວວ່າ ຄວາມໄຝ່ຝັນດ້ານນີວເຄລຍຂອງຕົນມີວັດຖຸປະສົງໃນທາງສັນຕິ.
ທ່ານໂອບາມາກ່າວໃນວັນຈັນມື້ວານນີ້ວ່າ ຍັງມີຊ່ອງທາງຢູ່ເພື່ອແກ້ໄຂບັນຫາຂັດແຍ້ງກັນເລື້ອງນີວເຄລຍຂອງອີຣ່ານທາງດ້ານການທູດ ອັນເປັນຜົນທີ່ທ່ານໂອບາມາກ່າວວ່າ ທ່ານພ້ອມທັງທ່ານເນທັນຢາຮູ ຢາກໃຫ້ມີຂຶ້ນ ແຕ່ປະທານາທິບໍດີໂອບາມາ ກ່າວຢ້ຳເຖິງທ່າທີຂອງທ່ານວ່າ ທາງເລືອກທາງທະຫານ ແມ່ນຢູ່ໃນໂຕະປະຊຸມກັນເພື່ອຍັບຍັ້ງບໍ່ໃຫ້ອີຣ່ານມີອາວຸດນີວເຄລຍນັ້ນ.
ທ່ານເນທັນຢາຮູ ໄດ້ສະແດງຄວາມພໍໃຈນໍາພັນທະມິດຂອງສະຫະລັດກັບອິສຣາແອລ ແລະກ່າວຕໍ່ໄປວ່າ ສອງປະເທດປະເຊີນກັບສັດຕູດຽວກັນໃນອີຣ່ານນັ້ນ . ເຖິງຢ່າງໃດກໍດີ ທ່ານໂອບາມາກ່າວຕື່ມວ່າ ກຸງວໍຊິງຕັນຄັດຄ້ານຕໍ່ນະໂຍບາຍຍັບຍັ້ງອີຣ່ານທີ່ມີອາວຸດນີວເຄລຍທີ່ບັນດາເຈົ້າໜ້າທີ່ສະຫະລັດແລະອິສຣາແອລໄດ້ໃຫ້ໄປ ທີ່ສະແດງທັດສະນະແຕກຕ່າງກ່ຽວກັບວ່າ ແມ່ນຫຍັງຈະພາໃຫ້ມີການເອົາບາດກ້າວທາງທະຫານຕໍ່ສະຖານທີ່ນີວເຄລຍແຫ່ງຕ່າງໆຂອງອີຣ່ານນັ້ນ.