ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ຮຽກ​ຮ້ອງ​ໃຫ້​ອີ​ຣັກ ​ປ້ອງກັນສະ​ຖານທູດ ຂອງຕົນ ພາຍ​ຫລັງ​ມີການ ໂຈມ​ຕີດ້ວຍ​ຈະ​ຫລວດ


ພາບ​ລວມ​ຂອງ​ເຂດ​ສະ​ຖານ​ທູດ​ສະ​ຫະ​ລັດ ຕັ້ງ​ຢູ່​ເຂດທີ່ມີ​ການເສີມ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ໃນ​ແບັກ​ແດດ​ທີ່​ເອີ້ນ​ວ່າ​ເຂດ​ສີ​ຂຽວ ຂອງ​ອີ​ຣັກ, ວັນ​ທີ 7 ມັງ​ກອນ, 2020
ພາບ​ລວມ​ຂອງ​ເຂດ​ສະ​ຖານ​ທູດ​ສະ​ຫະ​ລັດ ຕັ້ງ​ຢູ່​ເຂດທີ່ມີ​ການເສີມ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ໃນ​ແບັກ​ແດດ​ທີ່​ເອີ້ນ​ວ່າ​ເຂດ​ສີ​ຂຽວ ຂອງ​ອີ​ຣັກ, ວັນ​ທີ 7 ມັງ​ກອນ, 2020

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ວ່າ ຕົນ​ຮູ້​ຈັກ​ກ່ຽວ​ກັບ​ລາຍ​ງານ​ຂອງ​ລູກ​ຈະ​ຫຼວດຫຼາຍ​ລູກ​ທີ່​ຕົກ​ລົງ​ຢູ່​ໃນ​ເຂດເສີມ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ແບັກ​ແດດ​ທີ່​ເອີ້ນ​ວ່າ​ເຂດ​ສີ​ຂຽວ​ ໃນ​ວັນ​ອາ​ທິດ​ວານນີ້ ແລະ​ໄດ້​ຮຽກ​ຮ້ອງ​ໄປ​ຍັງ​ລັດ​ຖະ​ບານ​ຂອງ​ອີ​ຣັກ​ວ່າ “​ໃຫ້ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່​ຂອງ​ຕົນ ​ເພື່ອ​ປົກ​ປ້ອງ​ສະ​ຖານ​ດ້ານ​ການ​ທູດທັງຫຼາຍຂອງ​ພວກ​ເຮົາ.”

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ນຶ່ງບໍ່​ໄດ້​ໃຫ້​ລາຍ​ລະ​ອຽດແຕ່​ຢ່າງ​ໃດໆ ກ່ຽວ​ກັບ​ບ່ອນທີ່​ລູກ​ຈະຫຼວດ​ໄດ້ຍິງ​ໃສ່ ຫຼື​ວ່າ ມີ​ໃຜ​ເສຍ​ຊີ​ວິດ ຫຼື​ບາດ​ເຈັບຫລື​ບໍ່.

ແຫລ່ງ​ຂ່າວ​ດ້ານ​ຄວາມ​ໝັ້ນ​ຄົງ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ​ຕ່າງໆວ່າ ຢ່າງ​ໜ້ອຍ​ມີ​ຈະຫຼວດ​ລູກ​ນຶ່ງ​ຕົກ​ລົງ​ຢູ່​ພາຍ​ໃນ​ບໍ​ລິ​ເວນ​ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະທູດ​ສະ​ຫະ​ລັດຊຶ່ງ​ເຮັດ​ໃຫ້ 3 ຄົນ​ໄດ້​ຮັບ​ບາດ​ເຈັບ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ ທ່ານ​ອາ​ແດລ ອັບ​ດູ​ລ-ມາ​ດີ ໄດ້​ປະ​ນາມ​ການ​ໂຈມ​ຕີ​ດັ່ງ​ກ່າວ ແລະ​ໄດ້​ກ່າວ​ວ່າ ການ​ກະ​ທຳ​ເຊັ່ນ​ນັ້ນ ເຮັດໃຫ້ເກີດ​ຄວາມ​ສ່ຽງ ​ທີ່​ຈະ​ຫັນ​ເອົາ​ປະ​ເທດ​ຂອງ​ທ່ານໃຫ້​ກາຍ​ເປັນ​ສະ​ໜາມ​ລົບ. ທ່ານ​ໄດ້​ເນັ້ນ​ຢ້ຳ​ເຖິງ ຄວາມ​ໝັ້ນ​ໝາຍ​ຂອງ​ອີ​ຣັກ ທີ່​ຈະ​ປົກ​ປ້ອງ​ສະ​ຖານ​ທີ່​ທາງ​ການ​ທູດຕ່າງໆ​ຢູ່​ໃນ​ປະ​ເທດ.

ການ​ໂຈມ​ຕີ​ດ້ວຍ​ຈະຫຼວດ​ດັ່ງ​ກ່າວ ​ເປັນຄັ້ງຫຼ້າ​ສຸດ​ຂອງເຫດການຄ້າຍ​ໆກັນທີ່​ເກີດ​ຂຶ້ນ​ຕິດ​ຕໍ່​ກັນ​ມາໃນຫຼາຍ​ເດືອນບໍ່​ດົນ​ມານີ້ ຊຶ່ງ​ສະ​ຫະ​ລັດໄດ້​ຖິ້ມ​ໂທດ​ໃສ່​ພວກ​ທະ​ຫານ​ບ້ານ​ທີ່ສະ​ໜັບ​ສະ​ໜຸນ​ໂດຍ​ອີ​ຣ່ານ ທີ່​ປະ​ຕິ​ບັດ​ການ​ຢູ່​ໃນ​ອີ​ຣັກ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ “ນັບ​ຕັ້ງ​ແຕ່​ເດືອນ​ກັນ​ຍາເປັນ​ຕົ້ນ​ມາ ໄດ້​ມີ​ການ​ໂຈມ​ຕີ​ຫຼາຍກວ່າ 14 ຄັ້ງ​ມາ​ແລ້ວ ໂດຍ​ອີ​ຣ່ານ ແລະ​ພວກ​ທະ​ຫານ​ບ້ານ​ທີ່​ສະ​ໜັບ​ສະ​ໜຸນ​ໂດຍ​ອີ​ຣ່ານ ຕໍ່​ພະ​ນັກ​ງານ​ຂອງ​ສະ​ຫະ​ລັດ​ທີ່​ປະ​ຈຳ​ການ​ຢູ່​ໃນ​ອີ​ຣັກ.” ທ່ານ​ກ່າວ​ຕື່ມ​ວ່າ “ສະ​ຖາ​ນະ​ການ​ດ້ານ​ຄວາມ​ປອດ​ໄພ ຍັງ​ຄົງ​ເຄັ່ງ​ຕຶກ​ຢູ່ ແລະ​ກຸ່ມ​ຕິດ​ອາ​ວຸດ​ທີ່​ໜຸນຫຼັງ​ໂດຍ​ອີ​ຣ່ານ ກໍ​ຍັງ​ເປັນ​ໄພ​ຂົ່ມ​ຂູ່.”

ຄວາມ​ເຄັ່ງ​ຕຶງ ລະ​ຫວ່າງ ສະ​ຫະ​ລັດ ແລະ​ອີ​ຣ່ານ ໄດ້​ເພີ້ມ​ສູງ​ຂຶ້ນ​ຍ້ອນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ສະ​ຫະ​ລັດ ທີ່​ໄດ້​ສັງ​ຫານ​ນາ​ຍພົນ​ລະ​ດັບ​ສູງ​ຂອງ​ອີ​ຣ່ານ ທ່ານ​ກາ​ເຊມ ​ຊູເລ​ມາ​ນີ ຢູ່ນອກ​ນະ​ຄອນຫຼວງ​ແບັກ​ແດດ ແລະ​ກໍ​ຖືກໂຈມ​ຕີ​ໂຕ້​ຕອບ​ດ້ວຍລູກ​ສອນ​ໄຟຫຼາຍ​ຮອບໂດຍ​ອີ​ຣ່ານ ຕໍ່​ຖານ​ທັບ​ຢູ່​ໃນ​ອີ​ຣັກ​ທີ່ກອງ​ກຳ​ລັງ​ຂອງ​ສະ​ຫະ​ລັດ​ນຳໃຊ້ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG