ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່ມີການຖອນຕົວ, ແຕ່ກອງ​ທັບສະຫະລັດ ແນມເຫັນຈຸດຈົບໃນອີຣັກ


ແຟ້ມພາບ - ໃນຮູບຖ່າຍໃນວັນທີ 23 ກຸມພາ 2017, ທະຫານຂອງກອງທັບສະຫະລັດ ຢືນຢູ່ນອກລົດຫຸ້ມເກາະ ຢູ່ຖານທັບຮ່ວມກັບກອງທັບອີຣັກ, ທາງພາກໃຕ້ຂອງເມຶອງໂມຊຸລ (Mosul), ອີຣັກ.
ແຟ້ມພາບ - ໃນຮູບຖ່າຍໃນວັນທີ 23 ກຸມພາ 2017, ທະຫານຂອງກອງທັບສະຫະລັດ ຢືນຢູ່ນອກລົດຫຸ້ມເກາະ ຢູ່ຖານທັບຮ່ວມກັບກອງທັບອີຣັກ, ທາງພາກໃຕ້ຂອງເມຶອງໂມຊຸລ (Mosul), ອີຣັກ.

ສະຫະລັດ ​ແລະ ອີຣັກ ຈະ​ເລີ່​ມ​ການ​ເຈລະຈາ​ເພື່ອ​ຢຸດຕິການ​ປະ​ຕິ​ບັດ​ງານກອງກຳລັງປະສົມ​ສາກົນ ​ທີ່​ນຳພາ​ໂດຍສະຫະລັດ ຢູ່ໃນ​ອີຣັກ ​ແລະ ການຫັນປ່ຽນໄປສູ່ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ໂດຍເປັນການສືບ​ຕໍ່ຂະ​ບວນການ​ ທີ່​ຖືກຂັດຂວາງ​ໂດຍ​ສົງຄາມ ອິສຣາ​ແອລ ແລະກຸ່ມຮາມາສ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ ລອຍ ອອສຕິນ (Lloyd Austin) ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ພະ​ຫັດ​ວານ​ນີ້​ ໂດຍ​ກ່າວ​ວ່າ ການ​ເຈ​ລະ​ຈາ​ຈະ​ເລີ່ມ​ຂຶ້ນ "ໃນອີກບໍ່ເທົ່າໃດ​ມື້​ຂ້າງ​ໜ້າ." ໃນເດືອນສິງຫາທີ່ຜ່ານມາ, ອີຣັກ ແລະ ສະ ຫະລັດໄດ້ໃຫ້ຄຳໝັ້ນສັນຍາໃນການເຈລະຈາດັ່ງກ່າວ, ເຊິ່ງທ່ານ ອອສຕິນ ໄດ້ກ່າວວ່າ ຈະເຮັດໃຫ້ການພົວພັນລະຫວ່າງ 2 ປະເທດ ຕໍ່ຍອດຈາກຜົນສຳເລັດຂອງການດຳເນີນການຂອງ ອີຣັກ ທີ່ຮູ້ຈັກກັນໃນຊື່ ການເອົາຊະນະກຸ່ມລັດອິສລາມ ໃນອີຣັກ ແລະ ຊີເຣຍ ຫຼື ດີ-ໄອຊິສ (D-ISIS).

"ເຈົ້າໜ້າທີ່ທະຫານຂອງສະຫະລັດ ແມ່ນຢູ່ໃນອີຣັກ ຕາມຄໍາເຊື້ອເຊີນຂອງລັດຖະບານອີຣັກ, ຊຶ່ງເປັນສ່ວນນຶ່ງຂອງພາລະກິດ Operation Inherent Resolve ທີ່ຈະໃຫ້ຄຳແນະນໍາ, ຊ່ວຍເຫຼືອ ແລະເຮັດໃຫ້ກອງກໍາລັງຮັກສາຄວາມໝັ້ນຄົງຂອງອີຣັກ ສາມາດຕໍ່ສູ້ກັບກຸ່ມໄອຊິສ (ISIS) ໄດ້ຢ່າງຕໍ່ເນື່ອງ. ສະຫະລັດ ຍັງສືບຕໍ່ຢືນຢັນທີ່ຈະສ້າງຄວາມໝັ້ນຄົງ, ສະຖຽນລະພາບ ແລະອະທິປະໄຕຂອງອີຣັກ, ທ່ານ ອອສຕິນ ກ່າວ.

ສະຫະລັດ ມີທະຫານປະມານ 2,500 ຄົນ ໃນອີຣັກ ທີ່ໄດ້ຖືກມອບໝາຍໃຫ້ ໃຫ້ຄຳແນະນຳ ແລະ ຊ່ວຍເຫຼືອກຳລັງຮັກສາຄວາມໝັ້ນຄົງ ຂອງອີຣັກ ໃນຂະ ນະທີ່ພວກເຂົາ ຕິດຕາມ ພວກທີ່ຍັງເຫຼືອຢູ່ ຂອງກຸ່ມລັດອິສລາມ ຫຼື ທີ່ຮູ້ຈັກກັນໃນນາມ ກຸ່ມ ໄອຊິສ (ISIS) ຫຼື ເດສ (Daesh).

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG