ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໗ ມິຖຸນາ ໒໐໒໓

ອີຣັກ ກາຍເປັນ ເສັ້ນທາງ ລຳລຽງອາວຸດ ທີ່ສຳຄັນ ໄປໃຫ້ ຊີເຣຍ


ເຮືອບິນລຳນຶ່ງ ຂອງກອງທັບອາກາດຊີເຣຍ ພວມຍິງຈະຫຼວດໃສ່ບ້ານ Tel Rafat ຊຶ່ງຕັ້ງຫ່າງຈາກເມືອງ Aleppo ໄປທາງເໜືອ 37 ກິໂລແມັດ (19 ສິງຫາ 2012)
ລາຍ​ງານ​ໃນ​ໜັງສືພິມ​ມີ​ຊື່​ສຽງ​ສະບັບ​ນຶ່ງ​ຂອງ​ສະຫະລັດ​ເວົ້າ​ວ່າ ​ເສັ້ນທາງການບິນ​ຕາມ​ເຂດ​ນ່ານຟ້າ​ຂອງ​ອິຣັກ ​ແມ່ນ​ໄດ້​ກາຍ​ເປັນ​ເສັ້ນທາງ​ລໍາລຽງອາວຸດ​ຕ່າງໆທາງ​ອາກາດໄປ​ໃຫ້​ລັດຖະບານຊີ​ເຣຍຂອງປະທານາທິບໍດີ Bashar al-Assad ​ທີ່ຕົກ​ຢູ່​ໃນ​ຄວາມ ຫຍຸ້ງ ຍາກ​ລໍາບາກຢູ່​ໃນ​ຂະນະ​ນີ້.

​ໃ​ນລາຍ​ງານ​ທີ່​ພິມ​ເຜີຍ​ທາງ​ເວັບ​ໄຊ້ຂອງ​ຕົນ ​ໃນ​ຕອນ​ແລງ​ຂອງ​ວັນ​ເສົາວານ​ນີ້ ໜັງສື​ພິມ The New York times ຂອງ​ສະຫະລັດ ​ເວົ້າ​ວ່າຄວາມພະຍາຍາມ​ຂອງ​ອະ​ເມ​ຣິກັນທີ່​ຈະ​ສະກັດ​ກັ້ນ​ການຫຼັ່ງ​ໄຫຼຂອງ​ອາວຸດ​ຈາກ​ອິຣ່ານ​ໄປ​ຍັງ​ຊີ​ເຣຍນັ້ນ ​ໄດ້​ປະສົບ​ກັບ​ອຸບປະ ສັກ ຍ້ອນ​ວ່າຄວາມ​ລັງ​ເລ​ໃຈຂອງ​ອີຣັກທີ່​ຈະ​ທໍາ​ການ​ກວດກາ​ເຮືອບິນ​ທີ່​ລໍາ​ລຽງອາວຸດ​ຍຸດ​ໂທ​ປະກອນຜ່ານ​ເຂດ​ນ່ານ ຟ້າຂອງ​ຕົນ​ນັ້ນ. ໜັງສືພິມດັ່ງກ່າວ​ເວົ້າ​ວ່າ ພວກອາວຸດ​ເຫຼົ່ານີ້​ແມ່ນມີ​ໂຮມ​ທັງ​ຈະຫຼວດ ລູກ​ສອນ​ໄຟ​ຕໍ່ຕ້ານ​ລົດ​ຖັງ ປືນ​ຍິງ​ລະເບີດ​ມືຫຼື RPG ​ແລະ​ປືນ​ຄົກ.

ລາຍ​ງານ ຊຶ່ງ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າ​ຂອງ​ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ​ທີ່​ຂໍສະຫງວນ​ນາມນັ້ນ ​ເວົ້າ​ວ່າ ລັດຖະບານ​ໂອ​ບາ​ມາ​ມີ​ຄວາມ​ຜິດ​ຫວັງຫຼາຍ ທີ່​ວ່າຄວາມ​ພະຍາຍາມ​ຂອງ​ອະ​ເມ ຣິກັນ​ເພື່ອ​ຢາກ​ໃຫ້​ອີຣັກສຸ່ມກວດຖ້ຽວ​ບິນ​ຕ່າ​ງໆ​ນັ້ນ ໂດ​ຍສ່ວນ​ໃຫຍ​ແມ່ນ​ບໍ່​ປະສົບ​ຜົນ​ສໍາ​ເລັດຫຍັງ​ເລີຍ.

ໜັງ​ສື​ພິມ New York Times ​ເວົ້າ​ຕໍ່​ໄປ​ວ່າ ​ເສີມ​ໃສ່​ກັບ​ຄວາມ​ຍໍ່​ທໍ້​ຂອງ ອະ​ເມຣິກັນ​ຕື່ມ​ເຂົ້າ​ໄປ​ອີກ​ນັ້ນ ກໍ​ຄື​ລາຍ​ງານ​ລັບ​ຂອງ​ສະຫະລັດສະ​ແດງ​ໃຫ້ເຫັນ​ວ່າ ​ເຈົ້າໜ້າ​ທີ່​ອິຣັກໄດ້ແຈ້ງ​ລ່ວງ​ໜ້າ​ໄປ​ໃຫ້​ອິຣ່ານຮູ້​ກ່ຽວ​ກັບກໍານົດ​ເວລາ​ການ​ກວດກາ ​ເພື່ອ​ຊ່ວຍ​ອິຣ່ານ​ໃຫ້ ສາມາດຫຼົບຫຼີກໄດ້.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG