ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບົດບາດໃໝ່ຂອງ ສຫລ ໃນອີຣັກ


ບົດບາດໃໝ່ຂອງ ສຫລ ໃນອີຣັກ
ບົດບາດໃໝ່ຂອງ ສຫລ ໃນອີຣັກ

ກອງທັບສະຫະລັດໃນອີຣັກ ໄດ້ຈັດພິທີ ເພື່ອເປັນຂີດໝາຍ ໃນການສິ້ນສຸດລົງ ຂອງການປະຕິບັດງານສູ້ລົບ ຢູ່ໃນປະ ເທດດັ່ງກ່າວ ດ້ວຍການນຳສະເໜີ ການປະຕິບັດງານໃໝ່​ ໃນ​ໄລຍະ​ຂ້າມ​ຜ່ານ ທີ່ເອີ້ນວ່າ “ຮຸ່ງອະລຸນໃໝ່.”

ຮອງປະທານາທິບໍດີສະຫະລັດທ່ານ Joe Biden ແລະ ລັດຖະມົນຕີປ້ອງກັນປະເທດສະຫະລັດທ່ານ Robert Gates ໄດ້ຮ່ວມເປັນສັກຂີພະຍານ ໃນການປ່ຽນການບັນ ຊາການ ຢູ່ທີ່ນະຄອນຫຼວງອີຣັກ ໃນວັນພຸດມື້ນີ້.

ນາຍພົນໂທ Lloyd Austin ຈະເຂົ້າຮັບໜ້າທີ່ ແທນນາຍ ພົນ Ray Ordierno ຜູ້ບັນຊາ ການກຳລັງສະຫະລັດ ໃນອີຣັກເວລານີ້ ແລະນາຍພົນ Austin ຈະເປັນຜູ້ດູແລ ທະຫານສະຫະລັດ ປະມານ 50,000 ຄົນ ທີ່ຍັງ​ເຫລືອ​ຢູ່​ ເພື່ອໃຫ້ຄໍາແນະນໍາ ແລະຊ່ອຍເຫຼືອ ກຳລັງອີຣັກ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ປະກາດ ກ່ຽວກັບການສິ້ນສຸດລົງ ໃນການປະຕິບັດງານສູ້ລົບ ຢູ່ໃນອີຣັກ ໃນຄຳປາໄສ ທາງໂທລະພາບ ໃນຄືນວັນອັງ ຄານວານນີ້.

ທ່ານກ່າວວ່າ ການ​ປະຕິບັດ​ງານ​ ເພື່ອ​ອິດສະຣະພາບ​ ຂອງ​ອີຣັກ​ ໄດ້​ສີ້​ນສຸດ​ລົງ​ແລ້ວ ​ແລະບັດ​ນີ້ ປະຊາຊົນອີຣັກ ແມ່ນເປັນຜູ້ນຳພາ ໃນການຮັບຜິດຊອບ ກ່ຽວກັບເລື່ອງ ຄວາມປອດໄພ ຂອງພວກເຂົາເຈົ້າ.

ນອກນັ້ນແລ້ວ ທ່ານຍັງໄດ້ຮຽກຮ້ອງ ໃຫ້ພວກຜູ້ນຳອີຣັກ ດຳເນີນການເຄື່ອນໄຫວ ຢ່າງຮີບ ດ່ວນ ໃນການສ້າງຕັ້ງ ລັດຖະບານ ທີ່ມີຫຼາຍພັກຝ່າຍ ເຂົ້າຮ່ວມ.

XS
SM
MD
LG