ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະເພິ່ມພວກສັນຍາຈ້າງເອກກະຊົນ ໃນອີຣັກ


ສະຫະລັດ ມີແຜນການ ທີ່ຈະເພີ້ມຈຳນວນ ເຈົ້າໜ້າທີ່ ຮັກສາຄວາມປອດໄພ ສັນຍາຈ້າງ ຂອງເອກກະຊົນ ຂຶ້ນເປັນຫຼາຍກວ່າສອງເທົ່າ ຢູ່ໃນອີຣັກ ລຸນຫຼັງທີ່ໄດ້ມີການກະກຽມ ໃນການສິ້ນສຸດລົງ ຂອງການປະຕິບັດງານ ສູ້ຣົບ ຢູ່ໃນອີຣັກ ພາຍໃນທ້າຍເດືອນນີ້.

ເຈົ້າໜ້າທີ່ເວົ້າວ່າ ສະຫະລັດ ມີແຜນການທີ່ຈະຈ້າງ ເຈົ້າໜ້າທີ່ຮັກສາຄວາມປອດໄພ ພົນລະເຮືອນ ຫຼາຍເຖິງ 7,000 ຄົນ. ໂຄສົກ ກະຊວງການຕ່າງປະເທດ ສະຫະຣັດ ທ່ານ Philip Crowley ກ່າວວ່າ ພວກສັນຍາຈ້າງເຫຼົ່ານີ້ ຈະຊ່ອຍແກ້ໄຂ ບັນຫາຄວາມຕ້ອງການ ເຈົ້າໜ້າທີ່ຮັກສາຄວາມປອດໄພ ຂອງສະຫະລັດ ເຊັ່ນໃຫ້ການປົກປ້ອງຄຸ້ມຄອງ ພວກນັກການທູດ ແລະພວກນັກຊ່ຽວຊານ ໃນການພັດທະນາ.

ໃນການຖະແຫຼງຂ່າວ ໃນວັນພະຫັດວານນີ້ ທ່ານ Crowley ກ່າວວ່າ ສະຫະລັດ ມີແຜນການ ທີ່ຈະເພີ້ມຈຳນວນ ພວກສັນຍາຈ້າງ ເອກກະຊົນເຫຼົ່ານີ້ ເປັນການຊົ່ວຄາວ ແລະຫຼັງຈາກນັ້ນ ກໍຈະຫຼຸດຈຳນວນລົງ ຂະນະທີ່ ສະຖານະການ ດ້ານຄວາມປອດໄພ ຂອງອີຣັກດີຂຶ້ນ.

ເຈົ້າໜ້າທີ່ ເປີດເຜີຍແຜນການດັ່ງກ່າວ ໃນວັນພະຫັດວານນີ້ ຂະນະທີ່ກຳລັງສູ້ລົບ ກອງພັນສຸດທ້າຍ ຂອງສະຫະລັດ ໄດ້ຂ້າມຊາຍແດນ ຈາກອີຣັກ ເຂົ້າໄປໃນຄູເວດ.

ຍັງມີກຳລັງສູ້ລົບ ຈຸນ້ອຍໆຫຼາຍຈຸ ຍັງຢູ່ໃນອີຣັກ. ກຳລັງເຫຼົ່ານີ້ ແມ່ນຮວມຢູ່ໃນຈຳນວນ ທະຫານປະມານ 6,000 ພັນຄົນ ທີ່ມີໝາຍກຳນົດ ຈະເດີນທາງ ອອກຈາກອີຣັກ ພາຍໃນທ້າຍເດືອນນີ້.

XS
SM
MD
LG