ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຮອງປະທານາທິບໍດີສະຫະລັດ ຢ້ຽມຢາມອິຣັກ


ທ່ານ Joe Biden ຮອງ​ປະທານາທິບໍດີສະຫະລັດ​ກຳລັງ​ສະ​ເຫລີ​ມ ສະຫລອງ​ວັນ​ເອກ​ກະລາ​ດຂອງ​ສະຫະລັດ​ໃນວັນ​ທີ 4 ກໍລະ​ກົດ ມື້​ນີ້
ກັບ​ພວກ​ທະຫານ​ສະຫະລັດ​ໃນ​ອິຣັກ.ລາຍການ​ວັນ​ອາທິດ​ມື້​ນີ້ ສຳລັບ​ຮອງ​ປະທານາທິບໍດີ​ແມ່ນ​ຮວມທັງການ ​ພົບ​ປະ​ຫາລື​ ​ກັບ​ນາຍົກລັດຖະມຸນຕີ
Nouri al-Maliki ​ແຫ່ງອີຣັກ​ແລະ​ຄູ່​ແຂ່ງຂັນ​ຄົນສຳຄັນ​ຂອງ​ທ່ານ​ ຄື​ທ່ານ Ayad Allawi ນັ້ນ. ນອກນີ້ ​ທ່ານ Biden ຍັງ​ມີ​ແຜນ​ການຈະພົບ​ປະ​
ກັບ​ທ່ານ Jalal Talabani ປະທານ​າທິບໍດີ​ອິຣັກ​ເຊັ່ນ​ກັນ.

ບັນດາ​ນັກ​ການ​ເມືອງ​ອິຣັກໄດ້​ມີ​ການ​ຜິດ​ຖຽງ​ກັນມາ ​ກ່ຽວ​ກັບ​ວ່າ​ຜູ້​ໃດ ຈະ​ໄດ້​ມີ​ໂອກາດ​ເປັນ​ຜູ້ນຳ​ພາ​ປະ​ເທດ​ ນັບ​ແຕ່​ໄດ້ການ​ເລືອກ​ຕັ້ງ​ສະພາ​
ແຫ່ງ​ຊາດ​ ທີ່ບໍ່​ມີຜູ້​ໃດ​ໄດ້​ຮັບ​ໄຊຊະນະ​ໂດຍ​ເດັດຂາດ ​ເມື່ອ​ວັນທີ 7 ມີນາ​ຜ່ານມາ ຊຶ່ງ​ນັບ​ແຕ່ນັ້ນມາ ອິຣັກກໍ​ໄດ້​ປະ​ເຊີນ​ກັບ​ຄື້ນຟອງ​ແຫ່ງ
ຄວາມ​ຮຸນ​ແຮງ​ ມາ​ຢ່າງ​ຕໍ່​ເນື່ອງ.

ໃນຖ້ອຍ​ຖະ​ແຫລ​ງຕໍ່​ນັກ​ຂ່າວ​ໃນ​ວັນ​ເສົາ​ວານ​ນີ້ ທ່ານ Biden ກ່າວ​ວ່າ ທ່ານ​ມີ​ຄວາມ​ຮູ້ສຶກ​ໃນ​ແງ່​ດີ​ວ່າ ຈະ​ມີ​ການ​ປະກອບ​ລັດຖະບານ​ໃໝ່​ທີ່​
ຕາງໜ້ໍາທຸກ​ພັກ​ຝ່າຍ ຂຶ້ນ​ມາ​ໄດ້.

ບັນດາ​ເຈົ້າ​ໜ້າ​ທ່ີ​ພາກັນ​ຢ້ານ​ວ່າ ພວກ​ກະບົດ​ອາດ​ຈະ​ສວາຍ​ໂອກາດ ໃນ​ສະພາວະ​ການ​ເມືອງ​ທ່ີ​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ​ນີ້ ​ ​ພະຍາຍາມ
ທຳລາຍ​ແຜນການ​ຄວາມ​ປອດ​ໄພ​ຂອງປະ​ເທດ​.

XS
SM
MD
LG