ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳ ສະຫະລັດ ແລະ ອີຣ່ານ ເຫັນວ່າ ມີການລະເມີດ ຕໍ່ຈິດໃຈ ຂອງ ຂໍ້ຕົກລົງ ນິວເຄລຍ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ຍ່າງເຂົ້າຫ້ອງປະຊຸມຖະແຫຼງຂ່າວ ເພື່ອກ່າວ ກ່ຽວກັບ ປະເທດ ກາຕ້າ ທີ່ກະຊວງການຕ່າງປະເທດ. ນະຄອນຫຼວງ ວໍຊິງຕັນ, 9 ມິຖຸນາ, 2017.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ຍ່າງເຂົ້າຫ້ອງປະຊຸມຖະແຫຼງຂ່າວ ເພື່ອກ່າວ ກ່ຽວກັບ ປະເທດ ກາຕ້າ ທີ່ກະຊວງການຕ່າງປະເທດ. ນະຄອນຫຼວງ ວໍຊິງຕັນ, 9 ມິຖຸນາ, 2017.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ່າວວ່າ ການປະຕິ
ບັດຂໍ້ຕົກລົງນິວເຄລຍຂອງ ອີຣ່ານ ໄດ້ຫັນຈຸດເພັ່ງເລັງອອກຈາກ “ກິດຈະກຳການສ້າງ
ຄວາມບໍ່ໝັ້ນຄົງໃນພາກພື້ນ”
ຂອງ ອີຣ່ານ, ເຊັ່ນໂຄງການລູກສອນໄຟຂີປະນາວຸດ
ຂອງພວກເຂົາ, ການສະໜັບສະໜູນລັດທິກໍ່ການຮ້າຍ ແລະບົດບາດຂອງພວກເຂົາ
ໃນບັນຫາຂັດແຍ້ງຢູ່ໃນ ອີຣັກ, ຊີເຣຍ ແລະ ເຢເມນ.

ການ​ໃຫ້ຄຳເຫັນຂອງທ່ານ ໃນລະຫວ່າງກອງປະຊຸມຖະ​ແຫຼງຂ່າວຂອງກະຊວງການ
ຕ່າງປະເທດເມື່ອວັນອັງຄານວານນີ້ ໄດ້ມີຂຶ້ນໃນຂະນະທີ່ບັນດາເຈົ້າໜ້າທີ່ລະດັບສູງ
ທັງໃນ ສະຫະລັດ ແລະ ອີຣ່ານ ຕ່າງກໍໄດ້ກ່າວຫາ ຊຶ່ງກັນແລະກັນ ກ່ຽວກັບ ການລ່ວງ
ລະເມີດຂໍ້ຕົກລົງ, ເຊິ່ງຮູ້ຈັກຢ່າງເປັນທາງການ ໃນຊື່ແຜນປະຕິບັດການຮ່ວມຮອບ
ດ້ານ, ທີ່ຈຳກັດໂຄງການນິວເຄລຍຂອງ ອີຣ່ານ ເພື່ອຮັບປະກັນວ່າ ພວກເຂົາຈະບໍ່ສາ
ມາດຜະລິດອາວຸດນິວເຄລຍໃນເວລາທີ່ມີການຜ່ອນຜັນມາດຕະການລົງໂທດຕໍ່
ອີຣ່ານ.

ທ່ານ Tillerson ໄດ້ກ່າວວ່າ “ມັນແມ່ນຂໍ້ຕົກລົງທີ່ຄວນຮັບ​ໃຊ້​ຜົນປະໂຫຍດໃຫ້ຊາວ
ອາເມຣິກັນ, ເປັນຜົນປະໂຫຍດຕົ້ນຕໍ ແລະກ່ອນອື່ນໃດໝົດຂອງ ອາເມຣິກາ, ແລະ
ຖ້າມັນບໍ່ຊ່ວຍບັນລຸຜົນປະໂຫຍດນັ້ນແລ້ວ ເປັນຫຍັງພວກເຮົາຈຶ່ງຈະຮັກສາມັນໄວ້?"

ໃນເດືອນ​ແລ້ວນີ້ ລັດຖະບານທ່ານ ທຣຳ ໄດ້ໃຫ້ການຮັບຮອງຕໍ່ລັດຖະສະພາວ່າ
ອີຣ່ານ ໄດ້ປະຕິບັດຕາມເງື່ອນໄຂຂອງຂໍ້ຕົກລົງນັ້ນ, ເຊິ່ງຄັ້ງຕໍ່ໄປຈະແມ່ນໃນເດືອນ
ກັນຍາ. ທ່ານ ທຣຳ ເອງໄດ້ກ່າວວິຈານແຜນປະຕິບັດການຮ່ວມຮອບດ້ານວ່າ ເປັນ
ມິດຕໍ່ ອີຣ່ານ ຫຼາຍໂພດ.

ທ່ານ Tillerson ໄດ້ກ່າວໃນວັນອັງຄານວານນີ້ວ່າ ສະຫະລັດ ກຳລັງເຮັດວຽກກັບ
ຝ່າຍອື່ນໆ, ເຊິ່ງລວມມີ ອັງກິດ, ຝຣັ່ງ, ຈີນ, ຣັດເຊຍ ແລະ ເຢຍຣະມັນ, ເພື່ອທີ່ຈະບັງ
ຄັບໃຊ້ເງື່ອນໄຂຢ່າງເຕັມທີ່ ແລະ ທົດສອບວ່າ ອີຣ່ານ ຈະ “ປະຕິບັດຕາມຄຳໝັ້ນ
ສັນຍາຂອງພວກເຂົາ ແລະ ຈິດໃຈຂອງຂໍ້ຕົກລົງນີ້ ຫຼື ບໍ່.”

ທ່ານໄດ້ສະແດງຄວາມບໍ່ພໍໃຈກັບເນື້ອໃນຂອງຂໍ້ຕົກລົງ, ໂດຍກ່າວວ່າ ອີຣ່ານ ສາ
ມາດທີ່ຈະໄດ້ຮັບຜົນປະໂຫດຢ່າງຫຼວງຫຼາຍຈາກຂໍ້ຕົກລົງນີ້ຕັ່ງແຕ່ເລີ່ມຕົ້ນ.

ທ່ານ Tillerson ກ່າວວ່າ “ພວກເຂົາໄດ້ຮັບການຍົກເລີກມາດຕະການລົງໂທດຢ່າງ
ກະທັນຫັນ ກ່ອນທີ່ພວກເຂົາຈະເຮັດຕາມສິ່ງທີ່ຄາດຫວັງເອົາໄວ້.”

ຂໍ້ຕົກລົງໄດ້ຈັດຕັ້ງໄລຍະເວລາ, ເຊິ່ງ ອີຣ່ານ ຈະຕ້ອງເລີ່ມປະຕິບັດຂໍ້ຫ້າມທີ່ສຳຄັນ
ຫຼາຍຂໍ້ ກ່ຽວກັບ ໂຄງການນິວເຄລຍຂອງພວກເຂົາ, ເຊັ່ນ ຈຳກັດຈຳນວນເຄື່ອງກັ່ນ
ທີ່ພວກເຂົາສາມາດມີໄດ້, ປະລິມານທາດຢູເຣນຽມ ທີ່ກັ່ນແລ້ວ ທີ່ພວກເຂົາສາມາດ
ຄອບຄອງໄດ້ ແລະ ຮັກສາວັດຖຸດັ່ງກ່າວ ໃຫ້ຢູ່ໃນລະດັບການກັ່ນກອງທີ່ຕໍ່າກວ່າລະ
ດັບທີ່ສາມາດນຳໄປສ້າງອາວຸດໄດ້. ຫຼັງຈາກ ອົງການພະລັງງານປະລະມະນູສາກົນ
ໄດ້ຮັບຮອງເອົາການຍົກເລີກມາດຕະການລົງໂທດເທົ່ານັ້ນ.

ທ່ານ Tillerson ຍັງໄດ້ກ່າວອີກວ່າ ກິດຈະການລູກສອນໄຟຂີປະນາວຸດຂອງອີຣ່ານ
ໄດ້ສືບຕໍ່ດຳເນີນໄປ ໃນວິທີທີ່ລ່ວງລະເມີດຕໍ່ເງື່ອນໄຂຂອງຂໍ້ຕົກລົງ, ແລະ ພາຍໃຕ້
ແຜນປະຕິບັດການຮ່ວມຮອບດ້ານນັ້ນ ອີຣ່ານ ໄດ້ຕົກລົງທີ່ຈະ “ກາຍເປັນປະເທດ
ເພື່ອບ້ານທີ່ດີ”
ຂອງພາກພື້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG